ເປີດຕົວ: ກຣີນມໍນິ່ງ ທຣາໂວ Green Morning Travel
ເປີດຕົວ: ກຣີນມໍນິ່ງ ທຣາໂວ Green Morning Travel

ໂພສ

ເປີດຕົວ: ກຣີນມໍນິ່ງ ທຣາໂວ Green Morning Travel

 

ກຣີນມໍນິ່ງ ທຣາໂວ Green Morning Tour 

ມີຫຼາກຫຼາຍກິດຈະກຳໃຫ້ທ່ານໄດ້ເລືອກ ບໍ່ວ່າຈະເປັນການເຊົ່າລົດບັກກີ້, ພາຍເຮືອຄາຍັກ ແລະ ຂີ່ສະລິງ, ລວມໄປເຖິງການຂີ່ພາລາມໍເຕີ ເຊິ່ງເປັນຫນຶ່ງບໍລິສັດທຳອິດທີ່ມີກິດຈະກຳນີ້. ນີ້ແມ່ນທຸລະກິດຄອບຄົວທີ່ມີຈຸດປະສົງເພື່ອສົ່ງເສີມອຸດສາຫະກຳການທ່ອງທ່ຽວໃນວັງວຽງ ແລະ ເພື່ອຊ່ວຍເຫຼືອນັກທ່ອງທ່ຽວໃຫ້ມີທາງເລືອກໃນການທ່ອງທ່ຽວ ແລະ ສຳຫຼວດເມືອງວັງວຽງໄດ້ໃນຫຼາຍຊ່ອງທາງເຊັ່ນ: ການພາຍເຮືອ & ການລ່ອງກົງເບັງ (ທາງນ້ຳ), ຂີ່ສະລິງ ແລະ ພາລາມໍເຕີ (ທາງອາກາດ), ແລະ ການຂີ່ລົດບັກກີ່ (ທາງດິນ). ຖ້າການຜະຈົນໄພຄືສິ່ງທີ່ທ່ານມັກ, ທ່ານສາມາດເລີ່ມການຜະຈົນໄພຂອງທ່ານກັບ Green Morning Travel ໄດ້! 

ກວດເບິ່ງລາຍການທົວທີ່ໜ້າສົນໃຈກັບ Green Morning Tours

ທ່ຽວວັງວຽງໜຶ່ງວັນດ້ວຍລົດບັກກີ້

ພວກເຮົາຈະໄປຮັບທ່ານທີ່ໂຮງແຮມເວລາປະມານ 8:00 ຫາ 8:30ໂມງ. ເລີ່ມຕົ້ນວັນດ້ວຍການພາຍເຮືອກາຍັກໄປຕາມແມ່ນ້ຳຊອງອັນງຽບສະຫງົບ. ຫຼັງຈາກນັ້ນເຮົາຈະໄປແວ່ຖ້ຳນອນເຊິ່ງເປັນບ່ອນທີ່ເຮົາຈະລ່ອງກົງເບັງລອດຖ້ຳ ແລະ ຊົມຫີນປູນຫີນຍ້ອຍທີ່ໜ້າອັດສະຈັນ. ປະມານຕອນທ່ຽງເຮົາຈະຂີ່ລົດບັກກີ້ໄປທີ່ ບລູລາກູນ 2 ບ່ອນທີ່ເຮົາຈະລົງຫຼິ້ນນ້ຳ ແລະ ຮັບປະທານອາຫານທ່ຽງກັບບັນຍາກາດສະບາຍໆ ຂ້າງໆສະນ້ຳ. ຈາກນັ້ນຈະມີພະນັກງານທີ່ມີປະສົບການມາແນະນຳການຂີ່ຊິບໄລ ແລະ ທ່ານຈະໄດ້ເຫັນອີກມຸມໜຶ່ງຂອງວັງວຽງໃນຂະນະທີ່ທ່ານຂີ່ຊິບໄລ. ຈອງເລີຍ!

ຂີ່ພາລາມໍເຕີເບິ່ງຕາເວັນຕົກດິນ

ເມືອງວັງວຽງຕັ້ງຢູ່ກາງພູເຂົາຫີນປູນ ແລະ ເນີນພູທີ່ຂຽວອຸ່ມຊຸ່ມດ້ວຍພະລັງງານບວກທີ່ໄຫຼວຽນອ້ອມເມືອງ - ແຕ່ມີວິທີດຽວທີ່ຈະຊົມທິວທັດທຳມະຊາດໂດຍຮອບແບບເຕັມທີ່ຄືຈາກເທິງອາກາດ. ລອຍຂຶ້ນໄປເໜືອວັງວຽງກັບການຜະຈົນໄພແບບພາລາມໍເຕີ້ກັບນັກບິນທີ່ມີປະສົບການຂອງພວກເຮົາ, ລອຍຂຶ້ນໄປຕາມທົ່ງນາ, ແມ່ນ້ຳຊອງ ແລະ ຊົມດວງຕາເວັນຕົກດິນ. ກັບນັກບິນຜູ້ທີ່ມີຄວາມຮູ້ດີກ່ຽວກັບສະພາບພູມີປະເທດຂອງພວກເຮົາ, ພວກເຮົາຈະພາທ່ານບິນໄປຈຸດທີ່ດີທີ່ສຸດທີ່ຈະນຳສະເໜີທິວທັດທຳມະຊາດທີ່ທ່ານຈະບໍ່ມີວັນລືມ. ບໍ່ຈຳເປັນຕ້ອງມີປະສົບການມາກ່ອນ. ພວກເຮົາຍິນດີຕ້ອນຮັບຜູ້ທີ່ຢາກຮ່ວມບິນນຳເຮົາທຸກຄົນ. ຈອງເລີຍ!

ທົວວັງວຽງ 1ມື້ດ້ວຍຂີ່ສະລິງ

ພວກເຮົາຈະໄປຮັບທ່ານທີ່ໂຮງແຮມເວລາ 8:00 ຫາ 8:30AM ແລະ ມຸ່ງໜ້າໄປທີ່ແມ່ນ້ຳຊອງ ເຊິ່ງເປັນບ່ອນທີ່ພວກເຮົາຈະເລີ່ມການຜະຈົນໄພໃນການພາຍເຮືອກາຍັກໃນໄລຍະທາງ 5ກິໂລແມັດ. ໃນຂະນະທີ່ພາຍເຮືອຄາຍັກລ່ອງແມ່ນ້ຳທ່ານຈະໄດ້ເຫັນທຳມະຊາດສີຂຽວທີ່ສວຍງາມ ພ້ອມກັບພູເຂົາທີ່ອ້ອມຮອບລຽບຕາມແຄມແມ່ນນ້ຳຊອງ. ພວກເຮົາຈະຢຸດພັກກິນເຂົ້າສວາຍທີ່ ບລູລາກູນ2 ແລະ ພັກຜ່ອນໃນຊ່ວງເວລາສັ້ນໆເພື່ອໃຫ້ທ່ານໄດ້ຊື່ນຊົມກັບທຳມະຊາດອັນງົດງາມ. ຫຼັງຈາກນັ້ນ ພວກເຮົາຈະຂີ່ຊິບໄລໃນບລູລາກູນ2, ລ່ອງກົງເບັງເຂົ້າໃນຖ້ຳນອນ ແລະ ສຳຫຼວດຖ້ຳທີ່ມີຫີນຍ້ອຍທີ່ເກີດຂຶ້ນເປັນຮູບຊົງຕ່າງໆ. ຈອງເລີຍ!

ທ່ຽວວັງວຽງໜຶ່ງວັນ ດ້ວຍເຮືອຂະຍັກ

ພາຍເຮືອກາຍັກຕາມແມ່ນ້ຳຊອງ ແລະ ຊົມຄວາມງາມຂອງພູຫີນປູນທີ່ສວຍງາມ & ສຳພັດປະສົບການການລ່ອງກົງເບັງລອດຖ້ຳນອນ ແລະ ຊົມຫີນຍ້ອຍທີ່ສວຍງາມໃນຖ້ຳ. ຜ່ອນຄາຍໄປກັບການລອຍນ້ຳເຢັນໆ ຊິວໆຢູ່ບລູລາກູນ 1 ຫຼື 2. ຈອງເລີຍ

ດິສໂຄເວີລາວທູເດ, ແຫຼ່ງຂໍ້ມູນການທ່ອງທ່ຽວແບບອອນໄລແຫ່ງດຽວ ທີ່ຈະເຊື່ອມຕໍ່ທ່ານກັບການທ່ອງທ່ຽວລາວ

 
POSTED BY

Sitpasert Lattanavong

A young, enthusiastic social media and content creator, Voy researches and promotes Lao companies' products and services through innovative and exciting contents to engage audiences on the website and multiple social media platforms.