ເປີດໂຕວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ
ເປີດໂຕວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

โพสต์

ເປີດໂຕວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

 

ຫຼັງຈາກການເປີດຕົວຫລວງພະບາງເປັນຈຸດໝາຍປາຍທາງການທ່ອງທ່ຽວໃນວັນທີ 23 ພະຈິກ 2019, ໃນທີ່ສຸດ ພວກເຮົາກໍ່ພ້ອມແລ້ວທີ່ຈະເປີດຕົວຈຸດໝາຍປາຍທາງວັງວຽງ! ທີມງານຂອງພວກເຮົາໄດ້ໄັປວັງວຽງໃນລະຫວ່າງເດືອນກຸມພາຫາຕົ້ນເດືອນມີນາທີ່ຜ່ານມາ ເພື່ອຖ່າຍຮູບ/ວິດີໂອແລະສະຖານທີ່ທ່ອງທ່ຽວຕ່າງໆ. ໃນການໄປຄັ້ງນີ້ພວກເຮົາກໍໄດ້ຮັບການສະໜັບສະໜູນຈາກໂຮງແຮມ Serene, ໂຮງແຮມ Inthira, ໂຮງແຮມ Riverside Boutique ສຳລັບທີ່ພັກ ແລະ ການສະໜັບສະໜູນຈາກຮ້ານອາຫານຫຼາຍຮ້ານເຊັ່ນ: ຮ້ານອາຫານ Amigos Vang Vieng, ວັງວຽງວິວ, Oasis, ຮ້ານອາຫານປູຄໍາ ແລະ ຮ້ານອາຫານຂອບໃຈເດີ.

ເນື່ອງຈາການລະບາດຂອງ ໂຄວິດ-19, ພວກເຮົາໄດ້ປ່ຽນວິທີການສົ່ງເສີມການທ່ອງທ່ຽວລາວ ແລະ ກຳລັງກະກຽມເປີດຕົວວີດີໂອປາຍທາງວັງວຽງໃນສື່ສັງຄົມອອນໄລເປັນພາສາລາວ ແລະ ພາສາອັງກິດໃນຢູທູບ. ພວກເຮົາຫວັງວ່າຈະສາມາດສະໜັບສະໜູນທຸລະກິດຕ່າງໆທີ່ໄດ້ຮັບຜົນກະທົບຈາກໂຄວິດ-19, ໂດຍສະເພາະໂຮງແຮມ ແລະ ບໍລິສັດທ່ອງທ່ຽວຕ່າງໆໃນແຂວງວັງວຽງ.

ໃນຊ່ວງເວລາທີ່ຫຼາຍບໍລິສັດ/ທຸລະກິດຕ່າງໆຢຸດເຮັດວຽກ ແລະ ໃຫ້ບໍລິການ, ພວກເຮົາ ດິສໂຄເວີລາວໄດ້ເຮັດວຽກຢ່າງໜັກເພື່ອປັບປຸງເນື້ອຫາຄອນເທັ້ນ ແລະ ເພີ່ມພາສາເຂົ້າໃນເວັບໄຊອີກເຊັ່ນ: ພາສາໄທ ແລະ ພາສາລາວ​​​. ສໍາລັບເນື້ອຫາທີ່ກ່ຽວຂ້ອງກັບແຂວງຫລວງພະບາງ ແລະ ວັງວຽງ, ພວກເຮົາຍິນດີທີ່ຈະປະກາດວ່າເວັບໄຊທ໌ ທີ່ເປັນພາສາໄທ ແລະ ພາສາລາວຂອງພວກເຮົາຈະເປີດພ້ອມກັນກັບການເປີດຈຸດໝາຍປາຍທາງຂອງວັງວຽງ! ແລະ ລ່າສຸດພວກເຮົາໄດ້ພັດທະນາຊ່ອງທາງໃນການຊຳລະເງິນເພື່ອຮອງຮັບລູກຄ້າຄົນລາວ ໂດຍທ່ານສາມາດຊຳລະເງິນຜ່ານ BCELone ໄດ້ແລ້ວ! ພວກເຮົາແມ່ນສູນຂໍ້ມູນແບບຄົບວົງຈອນ, ຈອງໄດ້ທັນທີເມື່ອທ່ານຕ້ອງການ, ບໍ່ຍຸ້ງຍາກ ໃຊ້ງ່າຍ ແລະ ປອດໄພ!

10 ບໍລິສັດທົວທີ່ພວກເຮົາໄດ້ຮ່ວມງານນຳ ແລະ ເປັນຜູ້ໃຫ້ການສະໜັບສະໜູນກິດຈະກຳຕ່າງໆກັບພວກເຮົາເພື່ອສະໜັບສະໜູນການທ່ອງທ່ຽວໃນວັງວຽງ. ບໍລິສັດທີ່ໄດ້ກ່າວມາມີດັ່ງນີ້:

  1. Green Morning Tour
  2. Green Discovery Laos
  3. Adam Rock Climbing
  4. AK Home
  5. Wonderful Tours
  6. NamThip
  7. AboveLaos
  8. Yoga in Vang Vieng
  9. Ponies of Vang Vieng
  10. Greenview Adventure

ການຜະລິດວີດີໂອເຫລົ່ານີ້ໄດ້ຮັບການສະໜັບສະໜູນຈາກໂຄງການ Skills for Tourism ເຊິ່ງໄດ້ຮ່ວມມືກັບ Discovery Laos ເພື່ອຊ່ວຍປັບປຸງກິດຈະການຂະຫນາດນ້ອຍ ແລະ ຂະຫນາດກາງທີ່ຢູ່ໃນເມືອງວັງວຽງໃຫ້ມີຕົວຕົນ ແລະ ຄົ້ນພົບງ່າຍໃນອີນເຕີເນັດ ແລະ ສື່ອອນລາຍຕ່າງ. ພວກເຮົາຂໍຂອບໃຈໂຄງການ Skills for Tourism ສຳລັບການສະໜັບສະໜູນເຊິ່ງມັນຊ່ວຍໃຫ້ພວກເຮົາ ແລະ ຄູ່ຮ່ວມງານຜ່ານຜ່າຊ່ວງວິກິດໂຄວິດນີ້ໄດ້

ສຳລັບແຕ່ລະບໍລິສັດທີ່ຖືກຄັດເລືອກ, ພວກເຮົາຈະຜະລິດວິດີໂອທີ່ສະແດງໃຫ້ເຫັນເຖິງເອກະລັກຂອງທຸລະກິດຂອງພວກເຂົາເອງ ຄືກັນກັບທີ່ພວກເຮົາໄດ້ເຮັດໃຫ້ Living Land Lao, Khopfa Mekong Cruise, Namkhan Ecolodge, Mekong River ແລະ ອີກຫຼາຍໆບໍລິສັດໃນແຂວງຫລວງພະບາງ.

ສຳລັບການເປີດຕົວ ຈຸດໝາຍປາຍທາງວັງວຽງ, ພວກເຮົາມີກິດຈະກໍາໃນສື່ອອນໄລໃຫ້ທຸກທ່ານມີສ່ວນຮ່ວມ ເຊິງລາງວັນລວມມີ:

  • ພັກຟຣີ 2 ຄືນທີ່ໂຮງແຮມລະດັບ 5ດາວ - ລວມມີ 4 ລາງວັນ.
  • ຂີ່ພາລາໂມເຕີ - ລວມມີ 2 ລາງວັນ.
  • ວັງວຽງ Challenge ລວມມີ 1 ລາງວັນ.
  • ຂີ່ບອນລູນ - ລວມມີ 1 ລາງວັນ.

8 ຜູ້ໂຊກດີຈະແມ່ນໃຜ?! ຕິດຕາມເບິ່ງວິທີທີ່ທ່ານສາມາດຊະນະ ໂດຍການຕິດຕາມພວກເຮົາໃນ Facebook ແລະ Instagram!

Riverside Boutique Resort

 

Hot Air Ballon
Amari Vang Vieng
Paramotor Experience from Green Morning Tour
Silver Naga Hotel
Inthira Vang Vieng

ນີ້ແມ່ນບາງຮູບພາບຈາກເບື້ອງຫລັງການເດີນທາງຂອງພວກເຮົາ! ຈຸດເລີມຕົ້ນຢ່າງເປັນທາງການຂອງວິດີໂອປາຍທາງຂອງພວກເຮົາແມ່ນວັນທີ 1 ກໍລະກົດ 2020.

 
POSTED BY

Benny Kong

A firm believer that Laos has much to offer in terms of Tourism to the world. Benny is the Programme Director and runs business development and strategic planning for Discover Laos Today. Find out more about us at https://www.discoverlaos.today/page/about-us