Discover Laos Today ເປີດຕົວໂຄງການທົດລອງ ສົ່ງອາຫານຢູ່ຕົວເມືອງຫລວງພະບາງ, ປະເທດລາວ
Discover Laos Today ເປີດຕົວໂຄງການທົດລອງ ສົ່ງອາຫານຢູ່ຕົວເມືອງຫລວງພະບາງ, ປະເທດລາວ

ໂພສ

Discover Laos Today ເປີດຕົວໂຄງການທົດລອງ ສົ່ງອາຫານຢູ່ຕົວເມືອງຫລວງພະບາງ, ປະເທດລາວ

 
Discover Laos Food Ordering System

Discover Laos Today ມີຄວາມພາກພູມໃຈຫຼາຍທີ່ໄດ້ເປີດຕົວໂຄງການໃໝ່ລ່າສຸດຂອງພວກເຮົາ " Discover Laos Food " (DLF). DLF ສັນຍາວ່າຈະສ້າງຂົວຕໍ່ທາງດ້ານເຕັກໂນໂລຍີ ລະຫວ່າງຮ້ານອາຫານ ແລະ ອຸດສາຫະກໍາການຈັດສົ່ງອາຫານໃນປະເທດລາວ ໂດຍໃຫ້ບໍລິການເເບບຄົບວົງຈອນຂອງລະບົບ POS ເທິງຄລາວຂອງພວກເຮົາ. ຮ້ານອາຫານທົ່ວໄປ ຫຼື ໂຮງແຮມຈະສາມາດຮັບມືກັບວຽກຫຼາຍຢ່າງພ້ອມກັນໄດ້ດ້ວຍລະບົບພຽງເຄື່ອງດຽວ ເຊິ່ງນີ້ຈະເພີ່ມປະສະສິດທິພາບໃນການດໍາເນີນງານຂອງພວກເຂົາໄດ້. 

10 ເນື້ອໃນສໍາຄັນກ່ຽວກັບເປົ້າໝາຍທີ່ພວກເຮົາຕັ້ງໃຈຈະບັນລຸ:

1. ຫຼາຍແພັດຟອມຈັດສົ່ງອາຫານໃນປັດຈຸບັນແມ່ນຄິດຄ່າບໍລິການ ຫຼື ຄ່າຄອມມິດເຊີນນໍາຮ້ານອາຫານສູງເຖິງ 20-40%. ເວົ້າໄດ້ວ່ານີ້ແມ່ນຄ່າໃຊ້ຈ່າຍທີ່ຫຼາຍພໍສົມຄວນສຳລັບທຸລະກິດຮ້ານອາຫານທົ່ວໄປ ໂດຍສະເພາະໃນຊ່ວງເວລາອັນທ້າທາຍນີ້. ຢ່າງໃດກໍ່ຕາມ, ສໍາລັບແພັດຟອມ DLF ພວກເຮົາຄິດຄ່າທຳນຽມພຽງແຕ່ 10%, ເຊິ່ງໄລ່ເປັນພຽງແຕ່ໜຶ່ງສ່ວນສີ່ຂອງແພັດຟອມອື່ນໆ. 

2. ຟັງຊັ່ນສໍາຄັນໃນລະບົບພວກເຮົາລວມມີ: ເອົາກັບບ້ານ (Takeaway), ບໍລິການສົ່ງ (Delivery), ຮັບປະທານທີ່ຮ້ານ (Walk-in Guest) ແລະ ບໍລິການເຖິງຫ້ອງສໍາລັບໂຮງແຮມ (Room Service).

3. ພວກເຮົາຍັງຈະສາມາດຕິດຕາມກວດກາໃນກໍລະນີມີການລະເມີດຂໍ້ຕົກລົງການລົງລາຄາ ໝາຍຄວາມວ່າ ພວກເຮົາຈະບໍ່ໃຫ້ບັດຄູປອນສ່ວນຫຼຸດກັບລູກຄ້າ ຫຼື ຈະບໍ່ຂາຍໃນລາຄາທີ່ຖືກກວ່າເວລາທີ່ລູກຄ້າຊື້ໂດຍກົງຈາກຮ້ານ ເຊິ່ງນີ້ກໍ່ແມ່ນຮູບແບບການເຮັດທຸລະກິດທີ່ບໍ່ຍຸດຕິທໍາ. ທາງຮ້ານອາຫານຈະສາມາດສ້າງບັດຄູປອນສ່ວນຫຼຸດ ຫຼື ໂຄດຫຼຸດລາຄາໄດ້ເອງ ເພື່ອໂປຣໂມດຮ້ານອາຫານຂອງພວກເຂົາ.

4. ສຳລັບການຊຳລະເງິນ ແມ່ນສາມາດຊຳລະເງິນອອນລາຍໄດ້ຜ່ານ BCEL OnePay, ເຊິ່ງວິທີນີ້ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຂອງ COVID ໄດ້ຢ່າງຫຼວງຫຼາຍ.

5. ຄ່າຂົນສົ່ງແມ່ນຖືກກຳນົດຕາມໄລຍະທາງ. ຄ່າສົ່ງຈະຢູ່ລະຫວ່າງ 3,000ກີບ ຫາ  15,000ກີບ ຂື້ນກັບໄລຍະທາງລະຫວ່າງຮ້ານອາຫານ ແລະ ປາຍທາງ ເຊິ່ງພວກເຮົາມີຄວາມຈໍາເປັນຕ້ອງອະທິບາຍຕໍ່ລູກຄ້າໃຫ້ເຂົ້າໃຈວ່າ ສໍາລັບບໍລິການສົ່ງ ຈະມີຄ່າທໍານຽມເພີ່ມ ທັງນີ້ກໍ່ເພື່ອຄວາມສະດວກສະບາຍຂອງລູກຄ້າ.

6. ເພື່ອໃຫ້ທຸກໆຮ້ານອາຫານມີສ່ວນຮ່ວມ ພວກເຮົາຍັງມີບໍລິການຫຼາຍທາງເລືອກບໍ່ວ່າຈະເປັນ ໃຫ້ຮ້ານອາຫານສາມາດສົ່ງອາຫານເອງໄດ້ໂດຍໃຊ້ລະບົບ DLT ຫຼື ສາມາດໃຫ້ພວກເຮົາບໍລິການສົ່ງກໍ່ໄດ້.

7. ການຈັດສົ່ງອາຫານແມ່ນຈະນໍາໃຊ້ລົດໄຟຟ້າ ເພື່ອຫຼຸດຜ່ອນການປ່ອຍອາຍຄາບອນດາຍອັອກຊາຍ ທີ່ຈະພາໃຫ້ເກີດພາວະໂລກຮ້ອນໄດ້ ແລະ ຫຼຸດຜ່ອນສຽງເນື່ອງດັງ ໃນເມືອງຫຼວງພະບາງ ເມືອງມໍລະດົກໂລກອີກດ້ວຍ. ໂຄງການທົດລອງໃນເບື້ອງຕົ້ນແມ່ນມີລົດໄຟຟ້າຈໍານວນ 9 ຄັນໃຫ້ບໍລິການສົ່ງອາຫານຈາກຮ້ານອາຫານ 20 ຮ້ານ ໃນແຂວງຫຼວງພະບາງ. 

8. ເມື່ອໂຄງການທົດລອງນີ້ມີຜົນຕອບຮັບທີ່ດີ ແລະ ເຫັນເຖິງຄວາມເປັນໄປໄດ້, ໃນຂັ້ນຕໍ່ໄປແມ່ນຈະຂະຫຍາຍເປີດໃນຕົວເມືອງອື່ນໆ ທັງມີການເພີ່ມ digital wallets ແລະ ເພີ່ມຮ້ານອາຫານທີ່ແຕກຕ່າງກັນອີກຕື່ມ.

Discover Laos Food Future Expansion Plan

9. Discover Laos Food ຍັງມີທາງເລືອກໃຫ້ຮ້ານອາຫານໃນການປ່ຽນໄປໃຊ້ລະບົບ POS ແບບໃໝ່ອີກດ້ວຍ ເຊິ່ງລະບົບນີ້ໄດ້ຖືກອອກແບບມາພິເສດສະເພາະຕະຫລາດລາວ ແລະ ມີຈຸດປະສົງເພື່ອຊ່ວຍເພີ່ມປະສິດທິພາບ ແລະ ສ້າງຜົນກຳໄລໃຫ້ຮ້ານອາຫານຫຼາຍຂື້ນ. ລະບົບພວກເຮົາແມ່ນບໍ່ຈຳເປັນຕ້ອງມີຮາດແວ (Hardware) ຫຼື ອຸປະກອນເສີມອື່ນໆ ແລະ ຍັງສາມາດໃຊ້ກັບຄອມພິວເຕີທົວໄປ, Macs, ແທັບເລັດ ຫຼື ໂທລະສັບໄດ້ອີກດ້ວຍ. ຄວາມສະດວກໃນການນຳໃຊ້ ແລະ ການເຂົ້າເຖິງແບບງ່າຍດາຍນີ້ແມ່ນເໝາະສົມທີ່ສຸດສໍາລັບຕະຫຼາດລາວ ເພາະວ່າຜູ້ຊົມໃຊ້ຫຼາຍຄົນມີຄວາມຊິ້ນເຄີຍກັບການນຳໃຊ້ອຸປະກອນດີຈີຕອນຢູ່ແລ້ວ.

10. ພວກເຮົາໄດ້ເປັນຮອງທີ່ 2 ໃນງານແຂ່ງຂັນ Lao Startup Fest ໃນປີ 2020 ແລະ ໄດ້ຮັບການນສະຫນັບສະໜູນຈາກ ທຶນສົມທົບເພື່ອສົ່ງເສີມທຸລະກິດ(Business Assistance Facility) ດ້ວຍການຊ່ວຍເຫຼືອຈາກທະນາຄານໂລກ(World Bank). ຫຼັງຈາກການທົດລອງສໍາເລັດ ພວກເຮົາຈະມີເເອັບພິເຄເຊັ່ນ(Application)ອອກມາໃນອານາຄົດ ທີ່ມີຟັງຊັ້ນເພີມອີກເຕີ່ມ.

ພວກເຮົາຕື່ນເຕັ້ນຫຼາຍທີ່ຈະຊ່ວຍໂປຣໂມດ 20 ຮ້ານອາຫານທໍາອິດທີ່ເປັນຄູ່ຮ່ວມທຸລະກິດຂອງພວກເຮົາ  ແລະ ໃຫ້ໄດ້ຮັບຜົນລັບທີ່ດີທັງສອງຝ່າຍ- ທັງຮ້ານອາຫານ ແລະ ລູກຄ້າ. ຮ້ານອາຫານກໍ່ໄດ້ຮັບກໍາໄລພຽງພໍເພື່ອດໍາເນີນທຸລະກິດຕໍ່ໄປ ແລະ ລູກຄ້າກໍ່ໄດ້ຮັບການບໍລິການທີ່ດີຂື້ນໃນລາຄາສົ່ງທີ່ຍຸດຕິທໍາ. 

ເພື່ອເປັນຄູ່ຮ່ວມທຸກລະກິດຮ້ານອາຫານກັບພວກເຮົາ, ທ່ານສາມາດລົງທະບຽນດ້ວຍລີ້ງນີ້ https://docs.google.com/forms/d/e/1FAIpQLSeppQfFCUzqrRx7eJmOz1h0niJLiAi0qvUNEcUd1eada-cx4w/viewform?usp=sf_link

 

ຖ້າທ່ານສົນໃຈທົດລອງລະບົບຂອງພວກເຮົາ,  ທ່ານສາມາດຕິດຕໍ່ພວກເຮົາທາງເຟສບຸກເພຈ @Discover Laos Today, ວອດແອັບ +8562095285811 (ອັງກິດ), ວອດເເອັບ +8562058354802(ພາສາລາວ) ແລະ ທ່ານສາມາດເລີ່ມຂາຍໃນລະບົບບພວກເຮົາພາຍໃນ 24 ຊົ່ວໂມງໄດ້ເລີຍ!

 
POSTED BY

Benny Kong

A firm believer that Laos has much to offer in terms of Tourism to the world. Benny is the Programme Director and runs business development and strategic planning for Discover Laos Today. Find out more about us at https://www.discoverlaos.today/page/about-us