ການເປີດຕົວໂສມຫນ້າເວບໄຊທ໌ໃໝ່ຂອງນໍ້າກັດຢໍລະປາ ໂດຍການຮ່ວມມືກັບດິສໂຄເວີລາວທູເດ
ການເປີດຕົວໂສມຫນ້າເວບໄຊທ໌ໃໝ່ຂອງນໍ້າກັດຢໍລະປາ ໂດຍການຮ່ວມມືກັບດິສໂຄເວີລາວທູເດ

ໂພສ

ການເປີດຕົວໂສມຫນ້າເວບໄຊທ໌ໃໝ່ຂອງນໍ້າກັດຢໍລະປາ ໂດຍການຮ່ວມມືກັບດິສໂຄເວີລາວທູເດ

 

ບໍ່ດົນມານີ້ ນໍ້າກັດຢໍລະປາ ໄດ້ເປີດຕົວເວັບໄຊທ໌ໃໝ່ໂດຍການຮ່ວມມືກັບ ດິສໂຄເວີລາວທູເດ  ເຊິ່ງໄດ້ມີການເພີ່ມເຕີມເຄື່ອງມືການເຮັດວຽກໃໝ່ເຂົ້າໃນເວັບໄຊທ໌ ພ້ອມທັງການອອກແບບທີ່ສວຍງາມເຊິ່ງແນ່ນອນວ່າຈະເຮັດໃຫ້ແຂກຜູ້ເຂົ້າມາເບິ່ງ ແລະ ທຸລະກິດທີ່ກ່ຽວຂ້ອງເກີດຄວາມປະທັບໃຈ. ນອກນີ້, ຍັງມີວີດີໂອໃໝ່ທີ່ພວກເຮົາຊ່ວຍສ້າງເພື່ອສະແດງຈຸດເດັ່ນ ແລະ ເອກະລັກຂອງຣີສອດ ນໍ້າກັດຢໍລະປາ. ທ່ານສາມາດເບິ່ງວິດິໂອດ້ານລຸ່ມໄດ້:

ບໍລິການສ້າງແບຣນຈາກດິສໂຄເວີລາວທູເດໃຫ້ກັບ ນໍ້າກັດຢໍລະປາ ແມ່ນເພື່ອປັບປຸງເວັບໄຊທ໌ ຊ່ວຍເພີ່ມຜູ້ເຂົ້າຊົມ ແລະ ອັດຕາການສ້າງຜູ້ຊົມໃຫ້ກາຍເປັນລູກຄ້າໃຫ້ສູງຂື້ນ. ການອອກແບບໃໝ່ທີ່ລຽບງາຍ ແລະຫຼູຫຼານີ້ຈະເຮັດໃຫ້ເເພັສຟອມມີລັກສະນະທັນສະໄໝ ແລະ ສາມາດຕອບໂຈດນັກທ່ອງທ່ຽວທີ່ຕ້ອງການກວດເບິ່ງໂຮງແຮມ ແລະ ກິດຈະກຳຕ່າງໆ ກ່ອນທີ່ຈະຈອງໂດຍກົງຜ່ານເວບໄຊທ໌.

ເວັບໄຊທ໌ໄດ້ຖືກສ້າງຂຶ້ນດ້ວຍການເຊື່ອມໂຍງກັບ Search Engine Optimization (SEO) ເພື່ອຊ່ວຍໃຫ້ຈໍານວນການເຂົ້າຫາໂດຍກົງມາໃນເວັບໄຊທ໌ (Traffic) ແລະ ຈຳນວນຜູ້ເຂົ້າຊົມເພີ່ມຂື້ນ. ການເຊື່ອມໂຍງກັບ SEO ຈະຍັງຊ່ວຍໃຫ້ນັກທ່ອງທ່ຽວສາມາດແຊຣເວບໄຊທ໌ຫາໝູ່ເພື່ອນ ເຊິ່ງນີ້ຈະເຮັດໃຫ້ຜູ້ຄົນຮັບຮູ້ກ່ຽວກັບຜະລິດຕະພັນການທ່ອງທ່ຽວ ແລະ ເຮັດໃຫ້ຖືກຄົ້ນພົບນໍ້າກັດຢໍລະປາຜ່ານອິນເຕີເນັດໄດ້ຫຼາຍຂື້ນ.

ນອກນີ້, ການເພີ່ມທົວແບບສະເໝືອນຈິງ ຫຼື Virtual tours ຊ່ວຍໃຫ້ນັກທ່ອງທ່ຽວສາມາດສໍາຫຼວດໂຮງແຮມຈາກທຸກຫົນແຫ່ງໄດ້  ພຽງແຕ່ນໍາໃຊ້ອຸປະກອນອີເລັກໂຕນິກ ເຊັ່ນຄອມພິວເຕີ ຫຼື ໂທລະສັບ, ນັກທ່ອງທ່ຽວສາມາດສໍາຫຼວດຫຼາຍຈຸດໃນນໍ້າກັດຢໍລະປາໄດ້ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ໂດດເດັ່ນ ຫຼື ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນຣີສອດ ແບບດິຈິຕອລ ເຊີ່ງນີ້ຈະເຮັດໃຫ້ນັກທ່ອງທ່ຽວເຂົ້າໃຈເຖິງການອອກແບບທີ່ທັນສະໄໝປະສົມປະສານກັບຮູບແບບດັ່ງເດີມທີ່ເປັນສະເໜ່ ແລະ ເປັນທີ່ຮູ້ຈັກຂອງນໍ້າກັດຢໍລະປາ.

ເວບໄຊທ໌ໃໝ່ ຍັງມີການເຊື່ອມໂຍງກັບການສົ່ງຂໍ້ຄວາມຜ່ານເຟສບຸກ (Facebook Messenger) ສ້າງທາງເລືອກໃນການສື່ສານກັບພະນັກງານໄດ້ຢ່າງວ່ອງໄວ ເຊິ່ງນີ້ຈະປັບປຸງຄວາມສຳພັນລະຫວ່າງພະນັກງານ ແລະ ແຂກ. ການນໍາໃຊ້ ການສື່ສານແບບທັນທີປະເພດນີ້ີ້ຈະຕອບໂຈດຄວາມຕ້ອງການຂອງນັກທ່ອງທ່ອງໃນປັດຈຸບັນ ແກ້ບັນຫາເລື່ອງການສື່ສານຮູບແບບເກົ່າຜ່ານອີເມວທີ່ຊັກຊ້າ.

ຫຼັງຈາກສໍາຫຼວດພື້ນທີ່ຣີສອດ ແລະ ຕິດຕໍ່ກັບໂຮງແຮມໂດຍຜ່ານ Messenger ໃນເວັບໄຊທ໌້, ນັກທ່ອງທ່ຽວສາມາດຈອງໂດຍກົງຜ່ານເວັບໄຊທ໌ໄດ້ທັນທີ. ການລົບຄວາມຫຍູ້ງຍາກໃນການນໍາໃຊ້ອີເມວ ຈະເພີ່ມເພີ່ມອັດຕາການສ້າງຜູ້ຊົມໃຫ້ກາຍເປັນລູກຄ້າໄດ້ສູງ ແລະ ໃນທີ່ສຸດ ກໍ່ຈະເພີ່ມຍອດຂາຍ. ນອກນີ້, ລະບົບການຈັດການໂຮງແຮມຍັງໄດ້ຖືກເສີມເຂົ້າເວບໄຊທ໌ໃໝ່ ເພື່ອເພີ່ມປະສິດທິພາບ ແລະ ຫຼຸດຜ່ອນພາລະວຽກຂອງພະນັກງານ. ວິທີການຊຳລະເງິນສາມາດຈ່າຍໂດຍກົງຜ່ານທາງເວບໄຊທ໌, ໂດຍຟັງຊັ່ນນີ້ແມ່ນອີງຕາມລະບົບການຊໍາລະເງີນຂອງເວັບໄຊດິສໂຄເວີລາວທູເດເຊິ່ງຈະລວມມີຊ່ອງທາງ ພາຍໃນ BCEL One Pay ຫຼື ຊ່ອງທາງສາກົນ AliPay, WeChat, Visa, MasterCard.

ການປັບປຸ່ງເວບໄຊທ໌ໃໝ່ ແມ່ນສ່ວນໜຶ່ງຂອງການ ບໍລິການສ້າງແບຣນ ຫຼື Brand Building Services ຈາກດິສໂຄເວີລາວທູເດ ເຊິ່ງຍັງລວມທັງການສ້າງເນື້ອຫາສື່ອອນໄລຕ່າງໆ ແລະ ການບໍລິຫານສື່ສັງຄົມອອນໄລ ເຊັ່ນ ການຜະລິດວິດີໂອ, ຮູບພາບ ແລະ ບົດຄວາມທີ່ມີຄວາມເປັນມືອາຊີບ ກ່ຽວກັບໂຮງແຮມທີ່ດີທີ່ສຸດ ແລະ ນີ້ຈະນຳຜູ້ຄົນທົ່ວໂລກໃຫ້ເຂົ້າໄປຫາເວັບໄຊທ໌ ເຮັດໃຫ້ຜູ້ຄົນຮັບຮູ້ກ່ຽວກັບຜະລິດຕະພັນການທ່ອງທ່ຽວ ແລະ ເຮັດໃຫ້ຖືກຄົ້ນພົບຫຼາຍຂື້ນ ຜ່ານເນື້ອຫາໃນສື່ສັງຄົມອອນລາຍ ແລະ ແພັດຟອມຕ່າງໆ.

ດິສໂຄເວີລາວທູເດ ມີຄວາມພູມໃຈຫຼາຍທີ່ໄດ້ນໍາສະເໜີໃຫ້ກັບທຸລະກິດພາຍໃນແລະຕ່າງປະເທດ ຮັບຮູ້ເຖິງບໍລິການໃໝ່ຂອງພວກເຮົາ. ພວກເຮົາຫວັງວ່າ ບໍລິການສ້າງແບຣນ ຈາກດິສໂຄເວີລາວທູເດພວກເຮົາຈະສາມາດຟື້ນຟູການມີຕົວຕົນໃນອິນເຕີເນັດຂອງທ່ານ ເຮັດໃຫ້ຜູ້ຄົນຮັບຮູ້ກ່ຽວກັບບໍລິສັດຂອງທ່ານຫຼາຍຂື້ນ ແລະ ນໍາພາທ່ານກ້າວສູ່ການຕະຫຼາດດິຈິຕອນ.

Brand Building

ຕິດຕໍ່ພວກເຮົາເພື່ອປຶກສາວິທີທີ່ພວກເຮົາສາມາດຊ່ວຍທ່ານໃນການຂະຫຍາຍທຸລະກິດຂອງທ່ານເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມໃນປັດຈຸບັນ

 
POSTED BY

David Ormsby

David is a writer, explorer, adventurer, outdoor educator, and guide. He was worked across the Asia Pacific in a number of different roles within the eco-tourism and outdoor industry. Since 2016 David has lived and worked in Laos, and brings a depth of experience to his writing in Laos.