ແຂວງຈຳປາສັກຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງປະເທດລາວ. ເມືອງປາກເຊແມ່ນເມືອງຫຼວງເຊິ່ງຕັ້ງຢູ່ຈຸດທີ່ເຊໂດນ ແລະ ແມ່ນ້ຳຂອງໄຫຼມາພົບກັນ.

ປາກເຊເປັນເມືອງມີທີ່ຕັ້ງທີ່ດີ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນໂດຍພວກອານານິຄົມຝຣັ່ງໃນປີ ຄສ. 1905 ໃນຖານະເປັນເມືອງຫຼວງຂອງການປົກຄອງ. ມີປະຊາກອນປະມານ 90,000 ຄົນທີ່ອາໄສໃນເມືອງນີ້ ເຊິ່ງເປັນໜຶ່ງສູນກາງການເມືອງ ແລະ ເສດຖະກິດຫຼັກຂອງປະເທດລາວ. ປະຊາກອນສ່ວນໃຫຍ່ທີ່ອາໄສຢູ່ຫັ້ນແມ່ນຄົນທີ່ມີເຊື້ອຊາດຈີນ ຫຼື ຫວຽດນາມ, ແຕ່ຍັງມີປະຊາກອນສ່ວນໜຶ່ງໃນແຂວງຈຳປາສັກທີ່ມີການໃຊ້ພາສາ, ວັດທະນາທຳ ແລະ ວິຖີຊີວິດເປັນຂອງຕົນເອງ.

ທ່ານສາມາດທ່ຽວຊົມນ້ຳຕົກຕາດທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນແຂວງຈຳປາສັກ ນັ້ນກໍ່ຄື ນ້ຳຕົກຕາດຄອນພະເພັງ, ເຊິ່ງສາມາດໄປໄດ້ທັງສອງທາງຄື ທາງເຮືອ ແລະ ທາງລົດ. ວັດຂະເໝນບູຮານບາງວັດທີ່ໄດ້ຖືກສ້າງຕັ້ງກ່ອນວັດອັງກໍໃນກຳປູເຈຍກໍ່ສາມາດພົບເຫັນໄດ້ເຊັ່ນດຽວກັນ.