The River Resort
The River Resort
ແນະນຳ 10ໂຮງແຮມທີ່ພັກໃນພາກໃຕ້!

ໂພສ

ແນະນຳ 10ໂຮງແຮມທີ່ພັກໃນພາກໃຕ້!

 

ໜີພາກເໜືອ ໄປທ່ຽວພາກໃຕ້ກັນເຖາະ! ຖ້າທ່ານກຳລັງວາງແຜນໄປທ່ຽວພາກໃຕ້ ແຕ່ບໍ່ຮູ້ຈະພັກໂຮງແຮມໃດ? ພວກເຮົາມີຕົວຊ່ວຍໃຫ້ທ່ານ! ເລືອກໂຮງແຮມ ແລະ ຣີສອດທີ່ເໝາະສຳລັບທ່ານທີ່ຈະໄດ້ເລີ່ມພະລັງກາຍພະລັງໃຈໃຫ້ກັບຕົວທ່ານເອງ ເພີດເພີນໄປກັບທີ່ພັກຕິດທຳມະຊາດໃນຂະນະທີ່ທ່ານທ່ອງທ່ຽວພາກໃຕ້ ເຊິ່ງມີແຫຼ່ງທ່ອງທ່ຽວຫຼາຍແຫ່ງທີ່ຢູ່ໃກ້ໆກັບໂຮມແຮມ ທ່ານບໍ່ຈຳເປັນຕ້ອງເດີນທາງໄກ! ໂຮງແຮມດ້ານລຸ່ມທີ່ພວກເຮົາໄດ້ຮວບຮວມມານີ້ ອາດຈະມີລາຄາປານກາງ ໄປເຖິງລາຄາສູງເຊິ່ງອາດຈະເກີນງົບນັກທ່ອງທ່ຽວທີ່ມີງົບຈຳກັດ ແຕ່ບາງຄັ້ງກໍຕ້ອງຍອມຈ່າຍລາຄາສູງໜ້ອຍໜຶ່ງ ເພື່ອແລກກັບຄວາມສຸກ ແລະ ປະສົບການທີ່ເຮົາຈະໄດ້!

ສະຫວັນ ຣີສອດ ເປັນຣີສອດທີ່ຕັ້ງຢູ່ໃນແຂວງສະຫວັນນະເຂດ (ທາງຕອນໃຕ້ຂອງປະເທດລາວ). ສະຫວັນ ຣີສອດ ເປັນຣີສອດທີ່ມີເອກະລັກສະເພາະຕົວ ໂດຍມີການອອກແບບ ແບບຜະສົມຜະສານທີ່ໄດ້ຮັບແຮງບັນດານໃຈມາຈາກ“ລ້ານຊ້າງ“ ແລະ ລາຊະອານາຈັກພາກໃຕ້ຂອງລາວ. ມາເລີ່ມກັນທີ່ໂຮງແຮມທຳອິດທີ່ມີຄວາມຜະສົມຜະສານທີ່ລົງຕົວກັບການໃຫ້ບໍລິການແບບຄົບເຊັດ ແລະ ຣີສອດນີ້ກໍໜ້າຈະເໝາະກັບຄົນທີ່ມີງົບຫຼາຍນິສໜຶ່ງ! ເປັນສະຖານທີ່ທີ່ເໝາະສົມສຳລັບການໜີຈາກຕົວເມືອງທີ່ວຸ້ນວາຍ ມາສະຫງົບຈິດສະຫງົບໃຈກັບຄອບຄົວ ແລະ ໝູ່ເພື່ອນ. ຜ່ອນຄາຍຮ່າງກາຍ ແລະ ຈິດໃຈກັບກິດຈະກຳຫຼາກຫຼາຍທີ່ຣີສອດມີໃຫ້, ຖ້າຢາກຮູ້ວ່າຢູ່ຣີສອດໝົດມື້ແນວໃດ ບໍ່ໃຫ້ໜ້າເບື່ອ ທ່ານຕ້ອງລອງມາພັກທີ່ຣີສອດນີ້!

📍ສະຖານທີ່: ສະຫວັນນະເຂດ.

ໂຮງແຮມລາໂຟລີ ແມ່ນໂຮງແຮມທີ່ມີຄວາມສວຍງາມເປັນເອກະລັກ ຕັ້ງຢູ່ບ້ານດອນແດງ, ເຊິ່ງເປັນເກາະທີ່ບໍ່ມີລົດ, ຫັນໜ້າໄປສູ່ເມືອງຈຳປາສັກ. ຄົ້ນພົບວິຖີຊີວິດ ແລະ ການຕ້ອນຮັບແບບດັ່ງເດີມຂອງລາວພາກໃຕ້ໄດ້ທີ່ໂຮງແຮມລາໂຟລີ. ຜ່ອນຄາຍທີ່ສະລອຍນໍ້າໃນຊວ່ງເວລາຕາເວັນຕົກດິນ, ຖີບລົດໃນບໍລິເວນເກາະດອນແດງ ຫຼື ພົບປະກັບຄົນທ້ອງຖິ່ນ ລ້ວນແລ້ວແຕ່ເປັນສິ່ງທີ່ໜ້າສົນໃຈ. ຂີ່ເຮືອໄປອີກປະມານ 15 ນາທີກໍ່ຈະເຫັນວັດພູ, ພູພຽງບໍລະເວນ ແລະ ເກາະສີ່ພັນດອນເຊິ່ງເປັນສະຖານທີ່ທີ່ຈະເຮັດໃຫ້ທ່ານປະຈົນໄພແບບເຕັມທີ່ໄດ້.

📍ສະຖານທີ່: ດອນແດງ ຈໍາປາສັກ. 

ຄົ້ນຫາສິ່ງໃໝ່ໆ, ຄົ້ນພົບສິ່ງທີ່ຍັງບໍ່ມີໃຜໄດ້ຮູ້, ສໍາພັດກັບວິຖີຊີວິດແບບປັດຈຸບັນ ແລະ ອາດີດໃນບ່ອນດຽວກັນ. ໂຮງແຮມນີ້ຖືກຂະໜານນາມວ່າເປັນໜຶ່ງໃນໂຮງແຮມທີ່ດີທີ່ສຸດໃນປາເຊ, ຈໍາປາສັກ ເເກຣນ ຍັງໃຫ້ສະຖານທີ່ເປັນເອກະລັກ ແລະ ມີທີ່ພັກອາໃສທີ່ສະດວກສະບາຍ. ສິ່ງອຳນວຍຄວາມສະດວກຕ່າງໆໃນໂຮງແຮມປະກອບມີ: 4 ຮ້ານອາຫານແລະບາ, ສະລອຍນ້ຳ ແບບບໍ່ເສຍຄ່າ, ຫ້ອງອອກກຳລັງກາຍ, ສູນທຸລະກິດ, ແລະ ໂຕະເຮັດວຽກ 24 ຊົ່ວໂມງດ້ານໜ້າ. 

📍ສະຖານທີ່: ປາກເຊ

Residence Bassac ຕັ້ງຢູ່ໃນຕົວເມືອງຈຳປາສັກ ເຊິ່ງຫ່າງຈາກວັດພູພຽງແຕ່ 10 ກິໂລແມັດ, Residence Bassac ມີຫ້ອງທີ່ຖືກຕົບແຕ່ງຢ່າງຫຼູຫຼາ, ສວຍງາມ ແລະ ມີເອກະລັກ. ໃນເບື້ອງຕົ້ນກໍ່ສ້າງເປັນຮ້ານຂາຍເຄື່ອງບູຮານຂອງຈີນໃນຕົ້ນສະຕະວັດທີ່ຜ່ານມາ, ໂຮງແຮມໄດ້ຖືກປັບປຸງໃໝ່ ໃຫ້ເປັນໂຮງແຮມທີ່ທັນສະໄໝ ແລະ ສົມບູນຫຼາຍຂື້ນ, ພ້ອມຍັງໄດ້ຮັກສາສະຖາປັດຕະຍະກຳປະຫວັດສາດແບບດັ່ງເດີມເອົາໄວ້. ຍ້ອນແນວນີ້, ໂຮງແຮມຈິ່ງມີຄວາມເປັນເອກະລັກ, ມີຫ້ອງທີ່ມີຄຸນນະພາບ, ມີລະບຽງເປີດ, ແລະຮ້ານອາຫານ, ເຊິ່ງທັງໝົດລ້ວນແຕ່ເປັນສະຖານທີ່ທີ່ຖືກຕົກແຕ່ງຢ່າງສວຍງາມ.

📍ສະຖານທີ່ຕັ້ງຢູ່: ແຂວງຈຳປາສັກ

ໂຮງແຮມປາກຊ່ອງແດນງາມ ເປັນອີກຕົວເລືອກໜຶ່ງທີ່ດີສຳລັບນັກທ່ອງທ່ຽວທັງຫຼາຍທີ່ກຳລັງວາງແຜນມາທ່ຽວແຂວງອັດຕະປື, ມີທີ່ພັກທີ່ສະບາຍ, ຜ່ອນຄາຍ ບໍ່ຫຍຸ້ງຍາກ! ຫ້ອງພັກຂອງໂຮງແຮມໄດ້ຮັບການຕົກແຕ່ງຢ່າງພິຖີພິຖັນເພື່ອອຳນວຍຄວາມສະດວກໃຫ້ລູກຄ້າ! ໂຮງແຮມຕັ້ງຢູ່ຈຸດທີ່ສະດວກສະບາຍໃນການເດີນທາງໄປທ່ຽວສະຖານທີ່ຕ່າງໆໄດ້ ປະຢັດເວລາໄປອີກ! ເກັບກະເປົາມາໂລດ~ 

ໂຮງແຮມປາກຊ່ອງແດນງາມມີສິ່ງອຳນວຍຄວາມສະດວກຕ່າງໆ ຮັບປະກັນວ່າຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທີ່ເຂົ້າພັກໄດ້ຢ່າງແນ່ນອນ. ຫ້ອງພັກຂອງໂຮງແຮມໄດ້ຮັບການຕົກແຕ່ງຢ່າງພິຖີພິຖັນເພື່ອໃຫ້ມີຄວາມສວຍງາມ ແລະ ສະບາຍຕາ. ນອກຈາກນີ້ທາງໂຮງແຮມຍັງໄດ້ກຽມຫຼາກຫຼາຍກິດຈະກຳເພື່ອຕ້ອນຮັບແຂກທີ່ຈະເຂົ້າມາພັກ ເພື່ອໃຫ້ລູກຄ້າໄດ້ເພີດເພີນ ແລະ ມີຄວາມສຸກ. ມີບໍລິການຟຣີ WiFi, ບໍລິການຫ້ອງແບບ 24ຊົ່ວໂມງ, ລະບົບຄວາມປອດໄພ 24ຊົ່ວໂມງ ແລະ ຮ້ານສະດວກຊື້ໃກ້ຄຽງຕ່າງໆ. 

📍ສະຖານທີ່ຕັ້ງຢູ່: ແຂວງ ຈຳປາສັກ 

ສຳລັບນັກທ່ອງທ່ຽວທີ່ກຳລັງເດີນທາງໄປທ່ຽວທີ່ ສະຫວັນນະເຂດ, ດາວສະຫວັນ ຣີສອດ ແລະ ສະປາ ເປັນອີກຕົວເລືອກທີ່ດີສຳລັບທີ່ພັກ. ໂຮງແຮມຕັ້ງຢູ່ຫ່າງຈາກໃຈກາງເມືອງພຽງ 2ກິໂລແມັດ ເຊິ່ງອຳນວຍຄວາມສະດວກໃຫ້ກັບແຂກທີ່ມາພັກໄດ້ເປັນຢ່າງດີ ເພາະສາມາດເດີນທາງໄປສະຖານທີ່ທ່ອງທ່ຽວຕ່າງໆໄດ້ງ່າຍ ແລະ ບໍ່ເສຍເວລາ! ນອກຈາກນີ້ໂຮງແຮມຍັງຈະເຮັດໃຫ້ທຣິບທ່ຽວສະຫວັນນະເຂດຂອງທ່ານສະດວກສະບາຍຍິ່ງຂຶ້ນ ໂດຍມີຟຣີ WiFi ໃຫ້ໃຊ້ທຸກຫ້ອງ, ລະບົບຄວາມປອດໄພ 24ຊົ່ວໂມງ, ຮ້ານຂາຍເຄື່ອງຫັດຖະກຳ ແລະ ຫ້ອງເກັບກະເປົາທີ່ປອດໄພ!

📍ສະຖານທີ່ຕັ້ງຢູ່: ແຂວງ ສະຫວັນນະເຂດ

ໂຮງແຮມແຫ່ງນີ້ຕັ້ງຢູ່ແຄມແມ່ນ້ຳຂອງໃນໃຈກາງເມືອງ ແລະ ທີ່ສຳຄັນຢູ່ໃກ້ກັບສະໜາມບິນ ແລະ ຄິວລົດ! ປະຢັດເວລາໃນການຊອກໂຮງແຮມໄປອີກ! ໂຮງແຮມໄດ້ອຳນວຍຄວາມສະດວກຫຼາຍຢ່າງໃຫ້ກັບແຂກທີ່ມາພັກ ບໍ່ວ່າຈະເປັນ ສະລອຍນ້ຳຂະໜາດໃຫຍ່, ຫ້ອງປະຊຸມ ແລະ ຫ້ອງອອກກຳລັງກາຍ! ນອກຈາກນີ້ຍັງມີສະປາ ທີ່ມີຜູ້ຊ່ຽວຊານດ້ານການນວດແຜນບູຮານມານວດໃຫ້! ໂຮງແຮມມີຕົວເລືອກທີ່ພັກໃຫ້ທ່ານໄດ້ເລືອກ ໂດຍມີລາຄາທີ່ແຕກຕ່າງກັນໄປ.

📍ສະຖານທີ່ຕັ້ງຢູ່: ປາກເຊ 

ໂຮງແຮມແຫ່ງນີ້ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງພ້ອມທິວທັດ ຕາເວັນຂຶ້ນກະທົບໃສ່ແມ່ນ້ຳຂອງທີ່ສວຍງາມ. ໂຮງແຮມຢູ່ຫ່າງຈາກແຫຼ່ງທ່ອງທ່ຽວມໍລະດົກໂລກ “ວັດພູ ຈຳປາສັກ“ ພຽງ 15ກິໂລແມັດ ແລະ ຫ່າງຈາກເມືອງເກົ່າຂອງແຂວງຈຳປາສັກພຽງ 3,5ກິໂລແມັດ. 

ນອກຈາກນັ້ນ ໂຮງແຮມແຫ່ງຍັງໃຫ້ບໍລິການຮ້ານອາຫານ: ອາຫານລາວ ແລະ ອາຫານໄທ ເຊິ່ງຮ້ານທີ່ຕັ້ງຢູ່ແຄມແມ່ນ້ຳຂອງ ເພື່ອໃຫ້ແຂກທີ່ເຂົ້າພັກໄດ້ເພີດເພີນກັບບັນຍາກາດ ແລະ ຄວາມງາມແຄມແມ່ນ້ຳຂອງ ແລະ ທີ່ສຳຄັນທີ່ສຸດຄື ຫ້ອງພັກແຕ່ລະຫ້ອງຂອງໂຮງແຮມຈະປິ່ນໜ້າເຂົ້າຫາແມ່ນ້ຳຂອງ! ເພີດເພີນໄປກັບວິວຈາກຫ້ອງພັກຈຸກໆແບບ 24ຊົ່ວໂມງກັນໄປເລີຍ~

ໂຮງແຮມຕັ້ງຢູ່ຫ່າງຈາກຕົວເມືອງປາກເຊ 30ກິໂລແມັດ ແລະ ຢູ່ຫ່າງຈາກສະໜາມບິນສາກົນປາກເຊປະມານ 34ກິໂລແມັດ.

📍ສະຖານທີ່ຕັ້ງຢູ່: ແຂວງ ຈຳປາສັກ 

ຮີສອດແຫ່ງນີ້ຕັ້ງຢູ່ເຂດແຄມແມ່ນ້ຳຂອງເຊັ່ນກັນ ແຕ່ທີ່ສຳຄັນໄປກວ່ານັ້ນຄື ທຳມະຊາດອ້ອມຮອບ ມີພື້ນທີ່ໂດຍລວມທີ່ສວຍງາມ! ຮັບຮອງວ່າຫຼຽວໄປທາງໃດ ກໍມີແຕ່ສີຂຽວ (ຕົ້ນໄມ້) ແນ່ນອນ! ຣີສອດມີຫ້ອງພັກທີ່ກວ້າງ ແລະ ທັນສະໄໝກວ່າ 20ຫ້ອງ. ຫ້ອງພັກສ່ວນໃຫຍ່ເຫັນວິວແມ່ນ້ຳມຸມກວ້າງ ແລະ ວິວຕາເວັນຕົກກະທົບໃສ່ແມ່ນ້ຳ! ແຕ່ລະຫ້ອງມີຫ້ອງນ້ຳໃນຮົ່ມ ແລະ ຫ້ອງນ້ຳກາງແຈ້ງ, ມີສາລາແບບເປີດໂລ່ງທີ່ສາມາດເບິ່ງເຫັນວິວແມ່ນ້ຳຂອງໄດ້, ມີບາຣ໌ ແລະ ຮ້ານອາຫານແຄມນ້ຳຂອງທີ່ໃຫ້ບໍລິການອາຫານລາວ ແລະ ອາຫານໄທ, ມີດາດຟ້າແບບເປີດໂລ່ງສຳລັບກິນເຂົ້າ ແລະ ຈັດງານລ້ຽງສ່ວນຕົວ. ແຂກທີ່ເຂົ້າພັກຈະໄດ້ເພີດເພີນໄປກັບສະລອຍນ້ຳຂະໜາດໃຫຍ່ຂອງຣີສອດ ແລະ ການນວດແຜນບູຮານ. ນອກຈາກນີ້ຍັງໃຫ້ບໍລິການລ່ອງເຮືອຂອງຣີສອດ ຊົມຕາເວັນຕົກ ແລະ ມີທົວໄປຍັງແຫຼ່ງທ່ອງທ່ຽວມໍລະດົກໂລກຕ່າງໆເຊັ່ນ: “ວັດພູ“, ສວນກາເຟ, ນ້ຳຕົກຕາດ ແລະ ເກາະສີ່ພັນດອນ.

📍ສະຖານທີ່ຕັ້ງຢູ່: ແຂວງ ຈຳປາສັກ 

ສາຍນ້ຳໄຮ ຣີສອດ ເປັນຣີສອດທີ່ຕັ້ງຢູ່ໃນພື້ນທີ່ໃກ້ໆກັບຖ້ຳກອງລໍ ເປັນຈຸດທີ່ເໝາະສຳລັບການທ່ອງທ່ຽວໃນເມືອງຄູນຄຳ. ສະຖານທີ່ນີ້ຕັ້ງຢູ່ໃນພື້ນທີ່ທີ່ສະດວກສະບາຍ ແລະ ເດີນທາງງ່າຍ ຫ່າງຈາກຕົວເມືອງພຽງ 2ກິໂລແມັດເທົ່ານັ້ນ! ສາມາດເຂົ້າເຖິງສະຖານທີ່ທ່ອງທ່ຽວຫຼາຍແຫ່ງໄດ້ງ່າຍ, ທີ່ຕັ້ງສາມາດເດີນທາງໄປສະຖານທີ່ຕ່າງໆໄດ້ງ່າຍ ບໍ່ຫຍຸ້ງຍາກ! ງ່າຍກວ່ານີ້ບໍ່ມີອີກແລ້ວ~ 

ນອກຈາກນີ້ຍັງໃຫ້ບໍລິການເຄື່ອງອຳນວຍຄວາມສະດວກຕ່າງໆໃຫ້ກັບແຂກທີ່ມາພັກ. ສາຍນ້ຳໄຮ ຣີສອດ ມີຄວາມຕັ້ງໃຈຢາກໃຫ້ແຂກທີ່ເຂົ້າພັກໄດ້ຮັບຄວາມສະດວກສະບາຍຫຼາຍທີ່ສຸດ ບໍ່ວ່າຈະເປັນ ຟຣີ WiFi, ສະຖານທີ່ຈອດລົດທີ່ກວ້າງຂວາງ, ມີລົດໃຫ້ເຊົ່າ, ມີຮ້ານອາຫານ ແລະ ຈຸດໃຫ້ບໍລິການທົວອີກດ້ວຍ!

📍ສະຖານທີ່ຕັ້ງຢູ່: ແຂວງ ຄຳມ່ວນ

 

 

🔎ຊອກທົວຕ່າງໆໃນລາວ ຄລິກທີ່ນີ້!

 

 
POSTED BY

Aon SEELAPHONE

Having honed her skills in social work through the handicraft sector, Aon is now part of the social media and content creation team. She is skilled in researching and discovering unique strategies to reach out to larger audiences/followers on many platforms such as Facebook and Instagram.

Find more about me at DiscoverLaos.Today