The Vang Vieng Challenge
The Vang Vieng Challenge
Green Discovery
10 ກິດຈະກຳໃນເມືອງວັງວຽງທີ່ທ່ານບໍ່ຄວນພາດ ກັບ DiscoverLaos.Today Bucket List Guide 2020!

ໂພສ

10 ກິດຈະກຳໃນເມືອງວັງວຽງທີ່ທ່ານບໍ່ຄວນພາດ ກັບ DiscoverLaos.Today Bucket List Guide 2020!

 

ວັງວຽງ ເປັນເມືອງທີ່ມີຊື່ສຽງເລື່ອງການຜະຈົນໄພ-ເປັນເມືອງນ້ອຍໆທີ່ອ້ອມຮອບໄປດ້ວຍທຳມະຊາດສີຂຽວທີ່ຕັ້ງຢູ່ໃຈກາງຂອງປະເທດລາວ; ທ່ານຈະສາມາດຊື່ນຊົມກັບທຳມະຊາດ ແລະ ສຳຫຼວດເມືອງທີ່ເຕັມໄປດ້ວຍກິດຈະກຳທີ່ໜ້າສົນໃຈ ບໍ່ວ່າຂະເປັນກິດຈະກຳຜະຈົນໄພສຳຫຼັບຄົນທີ່ມັກຄວາມທ້າທາຍ ແລະ ທຳມະຊາດທີ່ສວຍງາມສຳຫຼັບຄົນຮັກທຳມະຊາດ.

ທຸກໆການເດີນທາງຈະສົມບູນແບບໄດ້ຕ້ອງມີກິດຈະກຳທີ່ທ້າທາຍລວມຢູ່ນຳເພື່ອທ້າທາຍຕົວທ່ານເອງ. ການຜະຈົນໄພມາໄດ້ໃນຫຼາຍຮູບແບບ ທີ່ບໍ່ວ່າທ່ານຈະເລືອກແບບໃດ ທ່ານກໍຈະບໍ່ເສີຍໃຈໃນກິດຈະກຳທີ່ທ່ານເລືອກແນ່ນອນ ເພາະທ່ານສາມາດຊອກຫາການຜະຈົນໄພໄດ້ທົ່ວເມືອງວັງວຽງເລີຍ! ຢ່າຈຳກັດຕົວເອງຢູ່ກັບກິດຈະກຳດຽວ ໃຊ້ເວລາທີ່ທ່ານມີລອງກິດຈະກຳໃໝ່ໆແບບບໍ່ມີທີ່ສິ້ນສຸດທີ່ເມືອງວັງວຽງ!

ດ້ານລຸ່ມແມ່ນ 10 ກິດຈະກຳທີ່ທ່ານບໍ່ຄວນພາດທີ່ວັງວຽງ ທີ່ພວກເຮົາໄດ້ລວບລວມມາເພື່ອເຮັດໃຫ້ມື້ພັກຂອງທ່ານໃນວັງວຽງງ່າຍຂຶ້ນກວ່າເກົ່າ!

⒈ ຊື່ນຊົມກັບຄວາມງາມຂອງຕາເວັນຕົກດິນຈາກມຸມສູງດ້ວຍການຂີ່ພາລາມໍເຕີ

ສຳຜັດປະສົບການທີ່ໜ້າຕື່ນເຕັ້ນຄັ້ງໜຶ່ງໃນຊີວິດຈາກມຸມສູງ ເພື່ອຊື່ນຊົມຄວາມງາມຂອງຕົວເມືອງວັງວຽງ, ທຳມະຊາດ, ຊື່ນຊົມຄວາມງາມໃນບ່ອນທີ່ຕາເວັນຕົກດິນ ແລະ ທຳມະຊາດທີ່ຢູ່ອ້ອມຮອບຈາກມຸມມອງທີ່ທ່ານບໍ່ເຄີຍເຫັນມາກ່ອນ. ສຳຜັດປະສົບການທີ່ທ່ານຈະບໍ່ມີວັນລືມທີ່ວັງວຽງກັບກິດຈະກຳທີ່ໜ້າຕື່ນເຕັ້ນ, ປອດໄພ ແລະ ທຸກຄົນສາມາດຫຼິ້ນໄດ້!

✔ ລາຄາ: 760 000.00 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ງ່າຍ

✔ ໄປຮັບ-ໄປສົ່ງ: ຟຣີ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒉ ທ້າທາຍຕົວເອງກັບກິດຈະກຳ 2ມື້ 1ຄືນໃນການຍ່າງປ່າກັບຜູ້ຊ່ຽວຊານດ້ານການຍ່າງປ່າ!

ຖ້າທ່ານແມ່ນນັກຜະຈົນໄພ ທ່ານຈະມັກກິດຈະກຳນີ້ແນ່ນອນ! ກິດຈະກຳນີ້ຈະເຮັດໃຫ້ທ່ານໄດ້ທ້າທາຍຕົວເອງຂັ້ນສຸດ ກັບການປີນຜານ້ຳຕົກຕາດດ້ວຍເຟີຣາຕາ, ຢ່ອນໂຕລົງຈາກໜ້າຜານ້ຳຕົກຕາດທີ່ມີຄວາມສູງ 50ແມັດ, ນອນຄ້າງຄືນໃນຕູບກາງປ່າ, ຂີ່ສະລິງ 11ເສັ້ນ ແລະ ຂ້າມຂົວສະລິງທີ່ເປັນຕົວວີ (V)! ກິດຈະກຳນີ້ຈະທ້າທາຍຄວາມສົມດຸນຂອງຮ່າງກາຍຂອງທ່ານ ແລະ ທ່ານຈະຊ່ວຍໃຫ້ທ່ານກ້າວຂ້າມຄວາມຢ້ານຂອງທ່ານໄດ້ ເພາະຖ້າທ່ານບໍ່ຂ້າມ ທ່ານກໍຈະຂ້າມບໍ່ໄດ້(?)! ກິດຈະກຳນີ້ຈະທ້າທາຍຫຼາຍກວ່າເກົ່າໃນຊ່ວງລະດູຝົນ (ເດືອນ6 ຫາເດືອນ9)

✔ ລາຄາ: 1,473,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ທ້າທາຍ

✔ ໄປຮັບ-ໄປສົ່ງ:  ຟຣີ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒊ ສຳຫຼວດວັງວຽງດ້ວຍການຂີ່ລົດບັກກີ່ໃນເຂດຊົນນະບົດ!

ລວມທຸກກິດຈະກຳໃນແພັກເກັດດຽວ! ຂີ່ເຮືອຄາຍັກລ່ອງຕາມແມ່ນ້ຳຊອງເພື່ອຊົມຄວາມງາມຂອງພູຫີນປູນ, ລ່ອງກົງເບັງເຂົ້າໃນ “ຖ້ຳນອນ“ ເພື່ອຊົມຫີນຍ້ອຍໃນຮູບແບບຕ່າງໆໃນຢູ່ໃຍຖ້ຳ; ຂີ່ລົດບັກກີ່ໃນເຂດຊົນນະບົດທີ່ມີທາງເປັນຂຸມເປັນບໍ່ ທີ່ຈະທ້າທາຍທັກສະການຂັບລົດຂອງທ່ານເພື່ອໄປຍັງບລູລາກູນ2 ແລະ ການຂີ່ສະລິງລົງຈາກໜ້າຜາເພື່ອຊົມຄວາມງາມຂອງທຳມະຊາດ ແລະ ແມ່ນ້ຳທີ່ຢູ່ດ້ານລຸ່ມ!

✔ ລາຄາ: 523,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ງ່າຍ

✔ ໄປຮັບ-ໄປສົ່ງ: ຟຣີ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒋ ເຕີມພະລັງຂອງທ່ານກັບກິດຈະກຳທ້າທາຍຕ່າງໆໃນແພັກດຽວ!

ຈຸດພິເສດຂອງການລ່ອງເຮືອຄາຍັກຄັ້ງນີ້ຄືການມີແສງຕາເວັນສະທ້ອນກັບແມ່ນ້ຳ ເຊິ່ງຈະຊ່ວຍໃຫ້ທ່ານໄດ້ເພີດເພີນກັບການລ່ອງເຮືອຫຼາຍຂຶ້ນ ແລະ ຍັງມີກິດຈະກຳລ່ອງກອງເບັງເຂົ້າ “ຖ້ຳນ້ຳ“ ທີ່ມີຄວາມຍາວ 500ແມັດ ເຊິ່ງເປັນໜຶ່ງໃນຖ້ຳທີ່ມີຊື່ສຽງໃນວັງວຽງ ເພື່ອຊົມຄວາມງາມຂອງຫີນຍ້ອຍໃນຮູບແບບຕ່າງໆ. ຫຼັງຈາກນັ້ນຈະໄປສຳຫຼວດຖ້ຳຊ້າງ ແລະ ລອຍນ້ຳຫຼິ້ນທີ່ບລູລາກູນ4 ກ່ອນກັບເຂົ້າຕົວເມືອງວັງວຽງ.

✔ ລາຄາ: 143,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ປານກາງ

✔ ໄປຮັບ-ໄປສົ່ງ: ຟຣີ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒌ ເບິ່ງຕາເວັນຂຶ້ນຈາກມຸມມອງທີ່ແຕກຕ່າງດ້ວຍການຂີ່ບາລູນຮ້ອນ

ບໍ່ວ່າທ່ານຈະເປັນຄົນທີ່ມັກຄວາມທ້າທາຍ ຫຼື ເປັນຄົນທີ່ມັກພັກຜ່ອນ ກິດຈະກຳນີ້ເປັນໃຫ້ທ່ານໄດ້ທຸກຢ່າງ! ເຖິງເວລາແລ້ວທີ່ທ່ານຈະໄດ້ລອງເຮັດສິ່ງໃໝ່ໆ ແລະ ໄປໃນສະຖານທີ່ໃໝ່ໆທີ່ປົກກະຕິທ່ານບໍ່ສາມາດເຂົ້າເຖິງສະຖານທີ່ແບບນັ້ນໄດ້. ທ່ານຄິດວ່າທາງທີ່ດີທີ່ສຸດໃນການທ່ຽວ ແລະ ສຳຫຼວດລາວແມ່ນທາງໃດ? ເໜືອສິ່ງອື່ນໃດແລ້ວ, ການຂີ່ບາລູນຮ້ອນກັບ Above Laos ທີ່ເຕັມໄປດ້ວຍຄວາມຫຼົງໄຫຼໃນການບິນ ແລະ ຊ່ວຍໃຫ້ທຸກຄົນສາມາດເຫັນຄວາມສວຍງາມຂອງທຳມະຊາດທີ່ແທ້ຈິງໄດ້ຈາດເທິງຟ້າ!

✔ ລາຄາ: 855,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ງ່າຍ

✔ ໄປຮັບ-ໄປສົ່ງ: ຟຣີ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒍ ທົວວັງວຽງ 1ມື້ກັບກິດຈະກຳຫຼາກຫຼາຍໃຫ້ທ່ານເລືອກ!

ທ່ຽວວັງວຽງ 1ມື້ກັບກິດຈະກຳຫຼາກຫຼາຍໃຫ້ທ່ານເລືອກ ບໍ່ວ່າຈະເປັນການລ່ອງເຮືອຄາຍັກໃນແມ່ນ້ຳຊອງເພື່ອຊື່ນຊົມຄວາມງາມຂອງທຳມະຊາດສີຂຽວ — ສຳຫຼວດຖ້ຳທີ່ມີຫີນຍ້ອຍໃນແບບຕ່າງໆ ແລະ ປິດທ້າຍກັບການຂີ່ສະລິງເພື່ອຊື່ນຊົມຄວາມສວຍງາມຂອງປ່າໄມ້ທີ່ອ້ອມຮອບດ້ວຍພູຫີນປູນ.

✔ ລາຄາ: 665,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ງ່າຍເຖິງປານກາງ

✔ ໄປຮັບ-ໄປສົ່ງ: ຟຣີ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒎ ປະສົບການໃໝ່ໃນການສຳຫຼວດວັງວຽງໃນແບບຂອງທ່ານເອງ ກັບການຂີ່ມ້າ

ການສຳຫຼວດວັງວຽງດ້ວຍການຂີ່ມ້າ ເຊິ່ງເປັນກິດຈະກຳໃໝ່ທີ່ທ່ານອາດຈະບໍ່ເຄີຍເຫັນໃນວັງວຽງ. ກິດຈະກຳນີ້ເໝາະສຳຫຼັບທຸກເພດທຸກໄວ ທຸກຄົນສາມາດຫຼິ້ນໄດ້! ເລີ່ມຕັ້ງແຕ່ການຂີ່ມ້າສຳຫຼັບເດັກນ້ອຍ ໄປຈົນເຖິງກິດຈະກຳຕ່າງໆສຳຫຼັບຜູ້ໃຫຍ່ ເພື່ອໃຫ້ທ່ານໄດ້ລອງປະສົບການໃໝ່ໆໃນການຂີ່ມ້າ ແລະ ຊື່ນຊົມຄວາມງາມຂອງວັງວຽງ!

✔ ລາຄາ: 105,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ງ່າຍ

✘ ບໍ່ມີບໍລິການໄປຮັບ-ໄປສົ່ງ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒏ ຫຼິ້ນໂຍຄະແຄມແມ່ນ້ຳຊອງ ແລະ ຊື່ນຊົມທຳມະຊາດສີຂຽວ

ເຖິງເວລາຫັນກັບມາດູແລຕົວເອງແລ້ວ! ໂຍຄະຄລາສຈະເລີ່ມຕົ້ນຫຼິ້ນທີ່ແຄມນ້ຳຊອງ ເຊິ່ງເປັນຈຸດເດັ່ນຂອງຄລາສທີ່ທ່ານສາມາດຊົມຄວາມງາມຂອງທຳມະຊາດໃນຂະນະຫຼິ້ນໂຍຄະໄດ້! ຜ່ອນຄາຍຮ່າງກາຍຂອງທ່ານດ້ວຍການຫຼິ້ນໂຍຄະເບົາໆ; ບັນເທົາຄວາມຄຽດ, ຄວາມເມື່ອຍລ້າຈາກການເຮັດວຽກ, ຢືດຮ່າງກາຍ, ເຕີມພະລັງໃຫ້ຮ່າງກາຍ ແລະ ເຮັດໃຫ້ໃຈສະຫງົບຂຶ້ນ. ມັນເປັນທາງທີ່ດີທີ່ສຸດທີ່ຈະເຮັດໃຫ້ທ່ານໄດ້ຢູ່ກັບຕົວເອງຫຼາຍຂຶ້ນ!

✔ ລາຄາ: 95,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ງ່າຍ

✘ ບໍ່ມີບໍລິການໄປຮັບ-ໄປສົ່ງ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒐ ຮຽນຮູ້ທັກສະການປີນຜາຂັ້ນພື້ນຖານໄປຈົນເຖິງທັກສະສູງສຸດພາຍໃນ 1ມື້ກັບໂຮງຮຽນສອນປີນຜາອາດັມ

ເມືອງທີ່ຂຶ້ນຊື່ເລື່ອງການຜະຈົນໄພຈະຂາດກິດຈະກຳປີນຜາບໍ່ໄດ້! ໂຮງຮຽນທີ່ມີຊື່ສຽງເລື່ອງການປີນຜາ - ສະຖານທີ່ສອນປີນຜາອາດັມ ທີ່ໄດ້ໃຊ້ພື້ນທີ່ແຄມແມ່ນ້ຳຊອງເປັນສະຖານທີ່ໃນການປີນຜາ, ຜາຊື່ວ່າ “Sleeping Wall” ຕັ້ງຫ່າງຈາກຕົວເມືອງວັງວຽງປະມານ 15ນາທີ. ຖ້າທ່ານບໍ່ເຄີຍປີນຜາມາກ່ອນ ສະຖານທີ່ປີນຜາແຫ່ງນີ້ຈະສອນທ່ານຕັ້ງແຕ່ທັກສະພື້ນຖານໃນການປີນຜາ ໄປຈົນເຖິງທັກສະສູງສຸດທີ່ຈະຊ່ວຍໃຫ້ທ່ານເພີດເພີນໄປກັບການປີນ. ທ່ານສາມາດຊື່ນຊົມຄວາມງາມຂອງທຳມະຊາດໃນລະຫວ່າງທີ່ທ່ານປີນຜາໄດ້!

✔ ລາຄາ: 314,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ປານກາງ 

✔ ໄປຮັບ-ໄປສົ່ງ: ຟຣີ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

⒑ ທົວວັງວຽງ 1ມື້ກັບຫຼາກຫຼາຍກິດຈະກຳໃນວັງວຽງ

ລວມກິດຈະກຳຕ່າງໆທີ່ມີຊື່ສຽງໃນວັງວຽງ ບໍ່ວ່າຈະເປັນການລ່ອງເຮືອຄາຍັກ ແລະ ລ່ອງກົງເບັງໃນແມ່ນ້ຳຊອງທີ່ອ້ອມຮອບດ້ວຍພູຫີນປູນ, ທຳມະຊາດທີ່ສວຍງາມ ແລະ ບັນຍາກາດໃນເຂດຊົນນະບົດ, ສຳຫຼວດຖ້ຳຊ້າງ ທີ່ມີຊື່ສຽງມາຈາກຮູບປັ້ນຫົວສ້າງທີ່ເກີດຂຶ້ນເອງຕາມທຳມະຊາດ, ຂີ່ສະລິງຂ້າມປ່າໄມ້ ແລະ ແມ່ນ້ຳທີ່ຢູ່ດ້ານລຸ່ມ.

✔ ລາຄາ: 285,000 ₭

✔ ລະດັບຄວາມຍາກ-ງ່າຍຂອງກິດຈະກຳ: ງ່າຍ

✔ ໄປຮັບ-ໄປສົ່ງ: ຟຣີ

📖 ອ່ານຂໍ້ມູນເພີ່ມເຕີມກ່ຽວກັບກິດຈະກຳ❯❯

 

 

 
POSTED BY

Aon SEELAPHONE

Having honed her skills in social work through the handicraft sector, Aon is now part of the social media and content creation team. She is skilled in researching and discovering unique strategies to reach out to larger audiences/followers on many platforms such as Facebook and Instagram.

Find more about me at DiscoverLaos.Today