ວິທີຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໃນຖານະນັກທ່ອງທ່ຽວ
ວິທີຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໃນຖານະນັກທ່ອງທ່ຽວ

ໂພສ

ວິທີຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໃນຖານະນັກທ່ອງທ່ຽວ

 

ວິທີຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໃນຖານະນັກທ່ອງທ່ຽວ

ຖ້າທ່ານມີໂອກາດໄດ້ເດີນທາງໄປອາຊີຕາເວັນອອກສ່ຽງໃຕ້ ຫຼື ປະເທດລາວ, ສິ່ງໜຶ່ງທີ່ທ່ານຈະສັງເກດເຫັນແມ່ນຈຳ ນວນຂີ້ເຫຍື້ອ ທີ່ທ່ານສາມາດພົບໄດ້ເກືອບທຸກບ່ອນ. ຍ້ອນການມີທາງເລືອກທີ່ຈຳກັດ ສຳລັບການເກັບຂີ້ເຫຍື້ອ, ການນຳກັບມາໃຊ້ ໃໝ່ ແລະ ການຂາດການສຶກສາດ້ານສິ່ງແວດລ້ອມ ຫຼື ໂຄງການຫຼຸດຜ່ອນຂີ້ເຫຍື້ອຕ່າງໆ, ເຊິ່ງສິ່ງເຫຼົ່ານັ້ນສະແດງໃຫ້ເຫັນເຖິງທັດສະນະຄະຕິ ແລະ ຄວາມເຂົ້າໃຈກ່ຽວກັບຂີ້ເຫຍື້ອ ຂອງຄົນໃນທ້ອງຖິ່ນນັ້ນໆ.

ມາເບິ່ງກັນວ່າ ພວກເຮົາສາມາດເຮັດຫຍັງໄດ້ແດ່ໃນຖານະນັກທ່ອງທ່ຽວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຂອງພວກເຮົາ.

ຖ້າພວກເຮົານຳໃຊ້  7 ຫຼັກການຂອງ Leave No Trace ເປັນຈຸດເລີ່ມຕົ້ນ, ພວກເຮົາຈະເຂົ້າໃຈ ແລະ ຮູ້ທັນທີວ່າ ເຮົາຈະສາມາດຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໄດ້ແນວໃດ ໃນເວລາທີ່ເຮົາເດີນທາງທ່ອງທ່ຽວ ເພື່ອຮັກສາສະຖານທີ່ ທີ່ສວຍງາມເຫຼົ່ານັ້ນ ໃຫ້ຄົນລຸ້ນໃໝ່ໄດ້ຊື່ນຊົມຕໍ່ໄປ. ເບື້ອງຕົ້ນຫຼັກການ Leave No Trace ແມ່ນຖືກສ້າງຂຶ້ນມາ ສຳລັບຄົນທີ່ມັກເດີນທາງທ່ອງທ່ຽວ ແລະ ຄົນທີ່ມັກຕັ້ງແຄ້ມໃນເຂດຊົນນະບົດ ຫຼື ພື້ນທີ່ຫ່າງໄກຕ່າງໆ. ເຖິງຢ່າງໃດກໍ່ຕາມ, ທຸກຄົນກໍສາມາດນຳໃຊ້ຫຼັກການເຫຼົ່ານີ້ໄດ້ເຊັ່ນກັນ ບໍ່ວ່າຈະເປັນໃນຊີວິດປະຈຳວັນ ຫຼື ໃນເວລາທີ່ຈະຕ້ອງເດີນທາງໄປຍັງສະຖານທີ່ຕ່າງໆ.

1. ວາງແຜນລ່ວງໜ້າ ແລະ ກະກຽມ

ຫຼັກການທຳອິດຂອງ Leave No Trace ແມ່ນການວາງແຜນລ່ວງໜ້າ ແລະ ກຽມຄວາມພ້ອມ. ຄຳແນະນຳທີ່ນີ້ ທ່ານກໍຄວນນຳໄປໃຊ້ກັບວິທີທີ່ທ່ານວາງແຜນໄວ້ ເພື່ອຫຼຸດຜ່ອນຜົນກະທົບຂອງທ່ານເອງເຊັ່ນກັນ. ຄິດ ແລະ ວາງແຜນສຳລັບສິ່ງຕ່າງໆເຊັ່ນ: ນ້ຳດື່ມ, ຖົງຢາງ ແລະ ອື່ນໆ.

ທ່ານຈະເອົາຂວດນໍ້າທີ່ໃຊ້ແລ້ວໄປນຳບໍ? ຖ້າເອົາໄປ ແລ້ວທ່ານຈະເຕີມນໍ້າຢູ່ໃສ? ທ່ານຈະເຕີມນ້ຳ ດ້ວຍນ້ຳປະປາທີ່ກັອກນ້ຳທົ່ວໄປ ຫຼື ຈະໄປເຕີມທີ່ສະຖານທີ່ທີ່ມີນ້ຳດື່ມໃຫ້ເຕີມຟຣີ?

ທ່ານຈະນຳເອົາບ່ວງ/ສ້ອມ ຫຼື ໄມ່ທູ່ທີ່ສາມາດໃຊ້ຊ້ຳໄດ້ໄປນຳບໍ? ຖ້າເອົາໄປນຳ ແລ້ວທ່ານຈະລ້າງທຳຄວາມສະອາດມັນແນວໃດ? ທ່ານຈະສື່ສານກັບຮ້ານອາຫານທີ່ທ່ານໄປກິນແນວໃດ ວ່າທ່ານມີຄົບໝົດແລ້ວ ແລະ ບໍ່ຢາກໃຊ້ສິ່ງທີ່ມັນໃຊ້ໄດ້ພຽງຄັ້ງດຽວ (ສິ່ງທີ່ບໍ່ສາມາດນຳກັບມາໃຊ້ຊ້ຳໄດ້)?

ເວລາທີ່ທ່ານໄປຕະຫຼາດ ຫຼື ໄປຊື້ສິ່ງຂອງຕ່າງໆ ທ່ານຈະນຳຖົງຜ້າ ຫຼື ຖົງທີ່ສາມາດນຳກັບມາໃຊ້ໃໝ່ໄດ້ເລື່ອຍໆໄປນຳບໍ? ຖ້າເອົາໄປນຳ ແລ້ວທ່ານຈະບອກກັບຮ້ານຄ້າເຫຼົ່ານັ້ນເນວໃດ ວ່າທ່ານບໍ່ຕ້ອງການໃຊ້ຖົງຢາງ (Plastic Bag)?

ທ່ານຄວນຄຳນຶງເຖິງສິ່ງເຫຼົ່ານີ້ ກ່ອນທີ່ທ່ານຈະເລີ່ມເດີນທາງທ່ອງທ່ຽວ, ວາງແຜນສິ່ງທີ່ທ່ານຈະເຮັດໄວ້ລ່ວງໜ້າ ແລ້ວທ່ານຈະສາມາດຊ່ວຍຫຼຸດຜ່ອນຜົນກະທົບຂອງຂີ້ເຫຍື້ອຕໍ່ສິ່ງແວດລ້ອມໄດ້ຢ່າງມີປະສິດທິພາບໃນຂະນະທີ່ທ່ານເດີນທາງທ່ອງທ່ຽວ.

 

2. ທ່ອງທ່ຽວ ແລະ ຕັ້ງແຄ້ມຢູ່ເທິງພື້ນທີ່ທົນທານ

ເຖິງແມ້ວ່າສິ່ງນີ້ຈະສາມາດໃຊ້ໄດ້ກັບການຕັ້ງແຄມຫຼາຍກວ່າ, ແຕ່ມັນກໍ່ສາມາດປັບໃຊ້ໄດ້ກັບການທ່ອງທ່ຽວເຊັ່ນກັນ. ຖ້າທ່ານວາງແຜນທີ່ຈະຕັ້ງແຄ້ມໃນຂະນະທີ່ເດີນທາງທ່ອງທ່ຽວ ທ່ານຄວນຕັ້ງແຄ້ມເທິງພື້ນດິນທີ່ທົນທານເທົ່ານັ້ນ ເພື່ອຫຼຸດຜ່ອນແຮງກະແທກ ແລະ ຜົນກະທົບຕ່າງໆ. ໂດຍຫລັກການແລ້ວ ນີ້ແມ່ນສະຖານທີ່ທີ່ເໝາະສຳລັບການຕັ້ງແຄ້ມທີ່ສຸດ.

ຖ້າທ່ານວາງແຜນທີ່ຈະເຮັດກິດຈະກຳປີນຜາ ຫຼື ສຳຫຼວດພື້ນທີ່ທຳມະຊາດຕ່າງໆໃນເວລາທີ່ທ່ານເດີນທາງທ່ອງທ່ຽວ, ຕ້ອງແນ່ໃຈກ່ອນວ່າທ່ານຈະບໍ່ເດີນທາງອອກນອກເສັ້ນທາງທີ່ກຳນົດໄວ້. ການ “ອອກຈາກເສັ້ນທາງ” ທີ່ຖືກກຳນົດໄວ້ ຫຼື ລະເມີດກົດ ແລະ ເຂົ້າໄປໃນສະຖານທີ່ຕ້ອງຫ້າມ ຈະເພີ່ມຜົນກະທົບຢ່າງຫຼວງຫຼາຍຕໍ່ສິ່ງແວດລ້ອມໃນທ້ອງຖິ່ນ, ແລະ ໃນປະເທດລາວກໍ່ຍັງມີສະຖານທີ່ຫຼາຍແຫ່ງທີ່ຍັງມີລະເບີດທີ່ບໍ່ທັນໄດ້ເກັບກູ້ ເຊິ່ງຖ້າທ່ານເຂົ້າໄປອາດຈະມີຄວາມສ່ຽງທີ່ມັນຈະລະເບີດໄດ້.

ທ່ານຍັງສາມາດຕີຄວາມໝາຍຂອງຫຼັກການນີ້ວ່າເປັນການສະໜັບສະໜູນຈຸດໝາຍປາຍທາງ ແລະ ທຸລະກິດທີ່ມີຄວາມຍືນຍົງ. ຫລີກລ່ຽງທຸລະກິດທີ່ບໍ່ນຳໃຊ້ວິທີການປະຕິບັດທີ່ຍືນຍົງ ແລະ ຫລີກລ່ຽງສະຖານທີ່ທີ່ບໍ່ໄດ້ຮັບການຄຸ້ມຄອງແບບຍືນຍົງ. ບໍ່ມີມາດຕະຖານທີ່ຈະແຈ້ງສຳລັບສິ່ງທີ່ມີຄວາມຍືນຍົງແທ້ໆ, ດັ່ງນັ້ນທ່ານຈະຕ້ອງຕັດສິນໃຈດ້ວຍຕົນເອງວ່າເປັນສິ່ງທີ່ທ່ານຖືວ່າຍອມຮັບໄດ້.

 

3. ກຳຈັດຂີ້ເຫຍື້ອຢ່າງຖືກຕ້ອງ

ໃນການຕີຄວາມໝາຍແບບດັ້ງເດີມຂອງຫຼັກການ Leave No Trace ນີ້ ສ່ວນຫຼາຍແມ່ນໃຊ້ຫ້ອງນ້ຳ ໃນສະພາບແວດລ້ອມທຳມະຊາດ. ຍັງມີບົດຮຽນທີ່ສຳຄັນຫຼາຍຢ່າງທີ່ນັກທ່ອງທ່ຽວຄວນຮຽນຮູ້ ແລະ ໜຶ່ງໃນນັ້ນກໍຄືການຖິ້ມຂີ້ເຫຍື້ອໃສ່ກະຕ່າຂີ້ເຫຍື້ອ. ເຖິງຢ່າງໃດກໍ່ຕາມ ຫຼັກການນີ້ກໍອາດຈະບໍ່ສາມາດໃຊ້ໄດ້ຕະຫຼອດເວລາ, ໂດຍສະເພາະໃນສະຖານທີ່ທີ່ຫ່າງໄກ ຫຼື ບ່ອນທີ່ເຂົ້າເຖິງໄດ້ໜ້ອຍ. ທ່ານຄວນວາງແຜນລ່ວງໜ້າສຳລັບສິ່ງນີ້ ເພື່ອຫຼຸດຜ່ອນຈຳນວນຂີ້ເຫຍື້ອທີ່ທ່ານອາດຈະສ້າງຂຶ້ນໃນອະນາຄົດ ແລະ ວາງແຜນວ່າທ່ານຈະເອົາຂີ້ເຫຍື້ອອອກໄປຖິ້ມກັບທ່ານໄດ້ແນວໃດ. ດັ່ງຄຳເວົ້າທີ່ວ່າ “ແພັກເຂົ້າມາ ແລະ ແພັກອອກໄປ” ມັນເປັນຄຳເວົ້າທີ່ຈື່ງ່າຍ ແລະ ປະຕິບັດຕາມງ່າຍເຊັ່ນກັນ.

ນອກຈາກນີ້ ທ່ານຍັງຕ້ອງຄຳນຶງເຖິງເສດອາຫານຕ່າງໆອີກດ້ວຍ. ທ່ານຄວນນຳສິ່ງທີ່ສາມາດຍ່ອຍສະຫຼາຍໄດ້ງ່າຍເຊັ່ນ: ເປືອກໝາກໄມ້ ຫຼື ເສດອາຫານຕ່າງໆ, ສິ່ງເຫຼົ່ານີ້ສາມາດດຶງດູດສັດຕູພືດໄດ້ງ່າຍເຊັ່ນ: ໜູ ແລະ ຍັງສາມາດສ້າງໄດ້ໄວກ່ວາທີ່ມັນສາມາດຍ່ອຍສະຫຼາຍອີກດ້ວຍ, ແລະ ມັນກໍຈະເຮັດໃຫ້ສະຖານທີ່ເຫຼົ່ານັ້ນບໍ່ສວຍງາມ ແລະ ດຶງດູດອີກຕໍ່ໄປ.

 

4. ປ່ອຍ/ຖິ້ມສິ່ງທີ່ທ່ານພົບ

ສິ່ງນີ້ສາມາດໃຊ້ໄດ້ກັບສະພາບແວດລ້ອມທີ່ຮົກຮ້າງ ແລະ ສະຖານທີ່ທ່ອງທ່ຽວຍອດນິຍົມຕ່າງໆ. ລະບົບນິເວດມີຄວາມບອບບາງ ແລະ ຍັງສາມາດທຳລາຍສິ່ງແວດລ້ອມໄດ້ອີກດ້ວຍ. ນອກຈາກນີ້ ຍັງສາມາດທຳລາຍຄວາມສວຍງາມຂອງທຳມະຊາດ ໂດຍສະເພາະນັກທ່ອງທ່ຽວບາງຄົນທີ່ບໍ່ໄດ້ຄຳນຶງເຖິງຜົນກະທົບທີ່ຈະເກີດຂຶ້ນກັັບທຳມະຊາດ ແລະ ໄດ້ທຳລາຍຄວາມສວຍງາມອັນເປັນເອກະລັກຂອງສະຖານທີ່ເຫຼົ່ານັ້ນ. ຖ້າທຸກຄົນບໍ່ຊ່ວຍກັນຮັກສາສະຖານທີ່ສວຍງາມເຫຼົ່ານີ້ເອົາໄວ້ ອີກບໍ່ດົນຈະບໍ່ມີສະຖານທີ່ສວຍງາມໃຫ້ນັກທ່ອງທ່ຽວທີ່ຈະມາໃນອະນາຄົດໄດ້ຊື່ນຊົມອີກຕໍ່ໄປ!

 

5. ຫຼຸດຜ່ອນຜົນກະທົບຈາກການຕັ້ງແຄ້ມ

ເຖິງແມ້ວ່າຈະເນັ້ນໄປທີ່ການຕັ້ງແຄ້ມຫຼາຍຂື້ນ, ແຕ່ກໍຍັງສາມາດນຳໃຊ້ກັບນັກທ່ອງທ່ຽວທົ່ວໄປໄດ້. ຖ້າທ່ານກຳລັງວາງແຜນທີ່ຈະໄປຕັ້ງແຄ້ມໃນລະຫວ່າງທີ່ທ່ານເດີນທາງທ່ອງທ່ຽວ, ກະລຸນາອ່ານວິທີທີ່ຈະຊ່ວຍຫຼຸດຜ່ອນຜົນກະທົບຈາກການຕັ້ງແຄ້ມຂອງທ່ານຢ່າງລະອຽດ ເພື່ອຫຼຸດຜ່ອນຜົນກະທົບຕ່າງໆທີ່ຈະເກີດຂຶ້ນກັບສິ່ງແວດລ້ອມ ແລະ ທຳມະຊາດ. ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ເວັບໄຊທ໌ Leave No Trace ເຊິ່ງທ່ານສາມາດເຂົ້າເບິ່ງໄດ້ໂດຍການ ກົດບ່ອນນີ້.

ຖ້າທ່ານວາງແຜນທີ່ເຮັດບາບີຄິວກິນໃນລະຫວ່າງທຣິບຂອງທ່ານ, ໃຫ້ລອງຄິດເບິ່ງວ່າທ່ານຈະສາມາດຫຼຸດຜ່ອນຜົນກະທົບຈາກໄຟໄໝ້ໄດ້ແນວໃດ. ຖ້າທ່ານຢູ່ຊື້ທົວທີ່ພວກເຂົາມີແຜນທີ່ຈະດັງໄຟ ຫຼື ເຮັດບາບີຄິວ, ໃຫ້ລອງຖາມພວກເຂົາເບິ່ງວ່າ ພວກເຂົາຈະຫຼຸດຜ່ອນຜົນກະທົບຈາກໄຟໄໝ້ໄດ້ແນວໃດ. 

 

6. ເຄົາລົບສັດປ່າ

ສິ່ງນີ້ສາມາດນຳໃຊ້ໄດ້ ຖ້າທ່ານເດີນທາງທ່າມກາງທຳມະຊາດເຊັ່ນ: ສວນສາທາລະນະແຫ່ງຊາດ, ແລະ ພື່ນທີ່ທີ່ມີປະຊາກອນຫຼາຍ.

ບໍ່ຄວນຊື້ສັດປ່າໃນຕະຫລາດ ແລະ ບໍ່ຄວນຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສະໜັບສະໜູນ ຫຼື ສົ່ງເສີມໃຫ້ລ່າສັດປ່າ. ການຊື້ສັດປ່າທີ່ຍັງມີຊີວິດຈາກຕະຫຼາດເພື່ອປ່ອຍພວກມັນໃຫ້ເປັນອິດສະຫຼະ ອາດຈະເບິ່ງຄືວ່າເປັນຄວາມຄິດທີ່ດີໃນຕອນທຳອິດ ແຕ່ທັງໝົດນີ້ກໍເປັນການສ້າງຄວາມຕ້ອງການຂອງຕະຫຼາດເພື່ອໃຫ້ລ່າສັດຕໍ່ໄປ. ການຊື້ສັດປ່າທີ່ຕາຍແລ້ວເປັນອາຫານ ກໍເປັນການສົ່ງເສີມໃຫ້ມີການລ່າສັດທີ່ບໍ່ຍືນຍົງ, ໂດຍສະເພາະໃນປະເທດທີ່ມີສັດຈຳນວນຫຼວງຫຼາຍ ເພາະສັດປ່າເຫຼົ່ານັ້ນກຳລັງຕົກຢູ່ໃນອັນຕະລາຍ ແລະ ຈະເລີ່ມສູນພັນໄປເລື້ອຍໆ.

ບໍ່ຄວນໃຫ້ອາຫານ ຫຼື ສຳຜັດຕົວສັດປ່າ, ເພາະສິ່ງນີ້ອາດຈະເຮັດໃຫ້ພຶດຕິກຳຂອງພວກເຂົາປ່ຽນໄປ ຫຼື ອາດຈະເຮັດໃຫ້ເກີດພະຍາດໃໝ່ໆໃຫ້ຕົວທ່ານເອງ ແລະ ສັດປ່າໄດ້. ຕ້ອງກວດສອບໃຫ້ແນ່ໃຈວ່າທ່ານຈະບໍ່ຖິ້ມເສດເສດອາຫານຕ່າງໄວ້ທາງຫຼັງ ເຊິ່ງຈະເປັນການກະຕຸ້ນໃຫ້ສັດປ່າເຂົ້າໄປໃນພື້ນທີ່ທີ່ມີຄົນອາໄສຢູ່. ທ່ານສາມາດຊື່ນຊົມສັດປ່າເຫຼົ່ານັ້ນໄດ້ແບບມິດໆເພື່ອບໍ່ເປັນການລົບກວນພວກມັນ ເພາະວ່າການສົ່ງສຽງດັງອາດຈະເຮັດໃຫ້ສັດປ່າເຫຼົ່ານັ້ນຮູ້ສຶກກັງວົນ ແລະ ປ່ຽນແປງພຶດຕິກຳຂອງພວກມັນໄດ້.

7. ຕ້ອງຮູ້ຈັກເກງໃຈນັກທ່ອງທ່ຽວຄົນອື່ນໆ

ໃນສະຖານທີ່ທີ່ຮົກຮ້າງວ່າງເປົ່າ ໂດຍທົ່ວໄປແລ້ວຈະໝາຍເຖິງການບໍ່ລະເມີດສິດ ແລະ ບໍ່ບຸກລຸກສະຖານທີ່ຂອງຄົນອື່ນ ລວມໄປເຖິງການໃຊ້ສຽງດັງ, ເຊິ່ງສິ່ງທີ່ນັກທ່ອງທ່ຽວທັງຫຼາຍເຮັດໄດ້ແມ່ນການບໍ່ໃຊ້ສຽງດັງຈົນເກີນໄປ ເພື່ອບໍ່ລົບກວນຜູ້ຄົນທີ່ຜ່ານໄປຜ່ານມາ ແລະ ເພື່ອບໍ່ບຽດບຽນກັນເຊິ່ງກັນແລະກັນ.

ໃນສະຖານທີ່ທ່ອງທ່ຽວ ສິ່ງນີ້ທຸກຄົນຄວນຄຳນຶງເຖິງແມ່ນວັດທະນະທຳ ແລະ ຮີດຄອງປະເພນີຂອງປະເທດນັ້ນໆ. ທ່ານສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບມາລະຍາດໃນການເຂົ້າຊົມວັດ ຫຼື ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດໃນປະເທດລາວ ແລະ ບົດຄວາມຕ່າງໆກ່ຽວກັບປະເທດລາວໄດ້ທີ່ ເວັບໄຊທ໌ ຂອງພວກເຮົາ. ໂດຍທົ່ວໄປສະຖານທີ່ເຫຼົ່ານີ້ຖືວ່ານີ້ແມ່ນບ້ານສຳລັບຄົນລາວ. ໃນຂະນະທີ່ທ່ານອາດຈະຄິດວ່າສະຖານທີ່ນີ້ແປກຕາ ແລະ ແປກໃໝ່, ແຕ່ສຳລັບຄົນລາວແລ້ວ ນີ້ແມ່ນຊີວິດປົກກະຕິຂອງພວກເຂົາ.

ນີ້ບໍ່ແມ່ນລາຍການພິເສດແຕ່ຢ່າງໃດ, ແຕ່ແມ່ນແນວທາງທີ່ພວກເຮົາຢາກແບ່ງປັນ. ຄວາມຍືນຍົງແມ່ນບັນຫາທີ່ຊັບຊ້ອນ ແລະ ມີການພັດທະນາຢູ່ສະເໝີ. ຖ້າທ່ານຄິດວ່າພວກເຮົາພາດບາງສິ່ງບາງຢ່າງ ຫຼື ທ່ານມີຄວາມຄິດທີ່ດີອື່ນໆທີ່ຢາກຈະແຊຣ໌ວ່າ ນັກທ່ອງທ່ຽວສາມາດຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໄດ້ແນວໃດ ພວກເຮົາກໍຍິນດີຈະຟັງຄວາມຄິດເຫັນຈາກທ່ານ! ແຕ່ສຳລັບຕອນນີ້; ທຸກທ່ານສາມາດເລີ່ມຕົ້ນວາງແຜນເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມພ້ອມກັນກັບພວກເຮົາ Discover Laos Today!

 

 

 
POSTED BY

David Ormsby

David is a writer, explorer, adventurer, outdoor educator, and guide. He was worked across the Asia Pacific in a number of different roles within the eco-tourism and outdoor industry. Since 2016 David has lived and worked in Laos, and brings a depth of experience to his writing in Laos.