ຄົ້ນພົບສະເໜ່ອັນສວຍງາມ, ຄວາມງຽບສະຫງົບທີ່ເປັນເອກະລັກຂອງເມືອງ ແລະ ວິຖີຊີວິດທີ່ແທ້ຈິງຂອງຄົນທີ່ອາໄສຢູ່ນີ້. ເພີດເພີນໄປກັບການຈິບຊາ, ກາເຟທີ່ຮ້ານກາເຟທ້ອງຖິ່ນ ຫຼື ຍ່າງຫຼິ້ນ, ປັ່ນລົດຖີບໄປຮອບໆເມືອງເພື່ອພົບປະຜູ້ຄົນຕ່າງໆທີ່ເປັນມິດ ແລະ ເບິ່ງສະຖາປັດຕະຍາກຳທ້ອງຖິ່ນອັນສວຍງາມ.

ທິວທັດ ແລະ ໂຄງສ້າງໃນເມືອງຍັງຄົງຄວາມເປັນເອກະລັກ ແລະ ພື້ນທີ່ດັ່ງກ່າວຈະບໍ່ຖືກລົບກວນຈາກສິ່ງປຸກສ້າງໃຫຍ່ໃດໆທັງນັ້ນ. ວັດວາອາຮາມຕ່າງໆແມ່ນໄດ້ຮັບການບົວລະບັດຮັກສາຢ່າງສະໝ່ຳສະເໝີ, ພະສົງຕ່າງກໍ່ສອນໃຫ້ສຳມາເນນຮູ້ຈັກວິທີການບົວລະຮັກສາມໍລະດົກຂອງພວກເຂົາ. ນອກຈາກນີ້ສາສະໜາພຸດ ແລະ ປະເພນີວັດທະນາທຳທີ່ກ່ຽວພັນກັບສາສະໜາຍັງຄົງສືບທອດກັນມາຍາວນານ. ເຖິງຢ່າງໃດກໍ່ຕາມ, ຄວາມເປັນເອກະລັກຂອງວັດສະດຸ ແລະ ເຕັກນິກການກໍ່ສ້າງຂອງບ້ານຫຼາຍໆຫຼັງກໍ່ເລີ່ມເຊື່ອມໂຊມ ແລະ ຫາຍໄປ ເນື່ອງຈາກໄລຍະເວລາທີ່ຜ່ານມານັ້ນ ຈຶ່ງເຮັດໃຫ້ມີການໃຊ້ວັດສະດຸສະໄໝໃໝ່ເຂົ້າມາຊ່ວຍໃນການສ້ອມແຊມຕໍ່ເຕີມ.

ສຳພັດກັບອີກດ້ານໜຶ່ງຂອງປະເທດລາວໃນຂະນະທີ່ທ່ານໄປທ່ຽວຫຼວງພະບາງ, ສະຖານທີ່ ທີ່ສວຍງາມ ແລະ ຍັງຄົງຄວາມເປັນເອກະລັກເຮັດໃຫ້ທ່ານມີຄວາມຮູ້ສຶກຄືກັບວ່າທ່ານກຳລັງຍ້ອນອະດີດ. ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບປະສົບການໃນແຕ່ລະມື້ຂອງຊາວທ້ອງຖິ່ນທີ່ອາໄສຢູ່ທີ່ນີ້.