ຄູ່ມືຮ້ານກາເຟທ້ອງຖິ່ນຂອງຫຼວງພະບາງ: ບ່ອນທີ່ທ່ານຈະຫາຮ້ານກາເຟໜ້າຮັກ + ກາເຟລົດຊາດດີເລີດ ໂດຍ  Liz Hiruschauer

ວັດທະນາທຳກາເຟໃນປະເທດລາວ (ບົດຄວາມແນະນຳທີ່ດີທີ່ສຸດ)

ຫວຽດນາມ ປະເທດເພື່ອນບ້ານຂອງລາວທີ່ໄດ້ຮັບຄວາມສົນໃຈຫຼາຍຈາກວັດທະນາທຳກາເຟທີ່ຈະເລີນຮຸ່ງເຮືອງ ແລະ ການຂົ້ວກາເຟທີ່ແຊບໄດ້ຢ່າງຖືກຕ້ອງ. ແຕ່ວ່າບໍ່ຄວນມີໃຜນັບປະເທດລາວອອກຈາກການຜະລິດກາເຟ. ໃນຄວາມເປັນຈິງແລ້ວການຜະລິດກາເຟໃນປະເທດລາວໄດ້ເປັນທີ່ຍອມຮັບໃນລະດັບໂລກແລ້ວ, ໂດຍສະເພາະຖ້າທ່ານຢາກລອງຊິມກາເຟທີ່ມີຫອມ ແລະ ເຂັ້ນຂຸ້ນ.

ກາເຟທີ່ຜະລິດຢູ່ລາວສ່ວນໃຫຍ່ແມ່ນປູກຢູ່ພາກໃຕ້ຂອງປະເທດລາວ. ພື້ນທີ່ນັ້ນມີສະພາບອາກາດທີ່ຂ້ອນຂ້າງເຢັນ ແລະ ຊຸ່ມ, ເໝາະແກ່ການປູກກາເຟ. ເມື່ອບໍ່ດົນມານີ້ພາກເໜືອຂອງປະເທດລາວມີການຜະລິດກາເຟເພີ່ມຂຶ້ນຢ່າງໄວວາຫຼັງຈາກທີ່ນັກວິໄຈດ້ານກະສິກຳໄດ້ຄົ້ນພົບພູເຂົາທີ່ເໝາະສຳລັບການປູກກາເຟ. ການປູກກາເຟຢູ່ທາງພາກເໜືອສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນທີ່ຢູ່ໃນພື້ນທີ່ດັ່ງກ່າວ, ພາຍຫຼັງທີ່ລັດຖະບານຈະໄດ້ມີການຍຸດຕິການປູກຝິ່ນຢ່າງຖາວອນ. ການເຮັດກະສິກຳແບບປອດສານຜິດໄດ້ຮັບຄວາມນິຍົມຫຼາຍຂຶ້ນເຊິ່ງສົ່ງຜົນໃຫ້ກາເຟອໍແກນິກເປັນທີ່ນິຍົມໄປນຳ ແລະ ໄດ້ຖືກວາງຈຳໜ່າຍຢູ່ຮ້ານອາຫານໃຫຍ່ ແລະ ຮ້ານຄ້າທົ່ວໄປ.

ອ່ານບົດຄວາມເພີ່ມຕື່ມໄດ້ທີ່: https://www.sillylittlekiwi.com/home/2018/9/9/a-locals-guide-to-cafes-in-luang-prabang-laos