ຊົມຕາເວັນຕົກດິນ, ນ້ຳຕົກຕາດກວາງຊີ, ຖ້ຳປາກອູ, ຮັບປະທານອາຫານຄ່ຳ ແລະ ລ່ອງເຮືອສຳລານໃນແມ່ນ້ຳຂອງ ແລະ ອື່ນໆອີກ.

ແມ່ນ້ຳຂອງອັນກວ້າງໃຫຍ່ເປັນຄຳທີ່ຜູ້ຄົນມັກຈະເວົ້າເຖິງກ່ຽວກັບແມ່ນ້ຳ. ຖ້າຖາມວ່າມັນໃຫຍ່ຊ່ຳໃດຫັ້ນຫວາ? ເລື່ອງນັ້ນທ່ານຕ້ອງໄດ້ມາສຳພັດດ້ວຍຕົວທ່ານເອງດ້ວຍການລ່ອງເຮືອທີ່ມີຢູ່ໃນເມືອງຫຼວງພະບາງ.

ລ່ອງເຮືອ 2 ມື້ຈາກຫ້ວຍຊາຍ ແລ້ວແວ່ຢຸດພັກທີ່ປາກແບ່ງ ພົບປະນັກທ່ອງທ່ຽວທີ່ມາຈາກຊຽງລາຍ, ປະເທດໄທສູ່ຫຼວງພະບາງ. ການລ່ອງເຮືອໃນຄັ້ງນີ້ຈະເຮັດໃຫ້ທ່ານໄດ້ເຫັນມຸມມອງໃໝ່ໆຂອງປະເທດລາວ. ສຳພັດກັບທຳມະຊາດດ້ວຍຕົວຂອງທ່ານເອງໃນຂະນະທີ່ເດີນທາງໄປຕາມຄວາມງຽບສະຫງົບ ແລະ ຈັງຫວະຄື້ນຂອງແມ່ນ້ຳຂອງ. Shompoo Cruise ເປັນຂໍ້ສະເໜີທີ່ດີທີ່ສຸດໃນການເດີນທາງໃນຄັ້ງນີ້.

ສຳລັບນັກທ່ອງທ່ຽວທີ່ມີລົດຊະນິຍົມທີ່ຫຼູຫຼາ, Mekong Kingdom ຈະຊ່ວຍໃຫ້ທ່ານໄດ້ສຳຜັດກັບຄວາມມະຫັດສະຈັນຂອງແມ່ນ້ຳຂອງໄປກັບການລ່ອງເຮືອທີ່ຫຼູຫຼາທີ່ສຸດໃນນະຄອນຫຼວງພະບາງ.

ສຳລັບນັກທ່ອງທ່ຽວທີ່ບໍ່ມີເວລາໃນການລ່ອງເຮືອເປັນມື້ໄປທີ່ປະເທດໄທ ຫຼື ຕ່າງແຂວງ. ວິທີທີ່ດີທີ່ສຸດທີ່ຈະໄດ້ສຳພັດກັບແມ່ນ້ຳຂອງໃນພາຍໃນເວລາ 2-3 ຊົ່ວໂມງນັ້ນກໍ່ຄື ການລ່ອງເຮືອເບິ່ງຕາເວັນຕົກດິນ. ທ່ານຈະໄດ້ມີເວລາຜ່ອນຄາຍໂດຍບໍ່ຕ້ອງກັງວົນກັບເລື່ອງໃດໆ. ຊົມທິວທັດຮອບໆເຮືອໃນຂະນະທີ່ເພີດເພີນໄປກັບສາຍລົມເບົາໆທີ່ພັດຜ່ານໃບໜ້າ ແລະ ແສງແດດອຸ່ນໆຍາມຕາເວັນກຳລັງຈະຕົກດິນ. ໃນຂະນະທີ່ກຳລັງລ່ອງໄປຕາມແມ່ນ້ຳ ແລະ ພູເຂົາ. ແສງສີສົ້ມຂອງດວງຕາເວັນກໍ່ຈະຄ່ອຍໆຈາງໄປ. ມັນເປັນຊ່ວງເວລາທີ່ດີທີ່ຈະໄດ້ດື່ມເບຍຈັກແກ້ວ ກັບ ອາການກິນຫຼິ້ນລະຫວ່າງທາງເພື່ອການລ່ອງເຮືອທີ່ສົມບູນແບບ.

ລ່ອງເຮືອເຄິ່ງມື້ຕາມແມ່ນ້ຳຂອງຍັງຄົງເປັນຕົວເລືອກທີ່ນິຍົມສຳລັບການທ່ຽວຊົມຖ້ຳປາກອູ, ນ້ຳຕົກຕາດກວາງຊີ ແລະ ໝູ່ບ້ານເຄື່ອງປັ້ນດິນເຜົາ/ຫັດຖະກຳ.

ກວດເບິ່ງທາງເລືອກເຮືອລ່ອງຂອງພວກເຮົາໄດ້ໃນຊ່ອງທົວ ເພື່ອເບິ່ງຕົວເລືອກໃນການລ່ອງເຮືອ ແລະ ການເດີນທາງທີ່ໜ້າຕື່ນເຕັ້ນທີ່ຊ່ວຍໃຫ້ທ່ານຄົ້ນຫາສະຖານທີ່ທ່ອງທ່ຽວທີ່ງົດງາມທີ່ສຸດແຫ່ງໜຶ່ງຂອງປະເທດລາວຕາມແບບທີ່ທ່ານຕ້ອງການ.