ຮຽນຮູ້ກ່ຽວກັບໝີສາຍພັນຕ່າງໆ ແລະ ຄວາມເບີ່ງແຍ່ງເອົາໃຈໃສ່ຂອງສູນຊ່ວຍເຫຼືອ. ຈະຍ່າງປ່າຂື້ນໄປທາງເທິງຂອງນ້ຳຕົກຕາດເພື່ອວິວທິວທັດການຖ່າຍຮູບທີ່ດີທີ່ສຸດ ຫຼື ຈະຫຼິ້ນນ້ຳໃນສະລອຍນ້ຳທີ່ເຢັນໆກໍ່ໄດ້ຖ້າຫາກທ່ານລົງໄປທາງດ້ານລຸ່ມຂອງນ້ຳຕົກ.

ປ່າໄມ້ທີ່ຢູ່ອ້ອມຮອບນ້ຳຕົກຕາດກວາງຊີໄດ້ດຶງດູດແມງກະເບື້ຶອເປັນຈຳນວນຫລວງຫລາຍ. Olaf ແລະ Ineke ຈາກປະເທດເນເທີແລນໄດ້ຂາຍທຸກສິ່ງທຸກຢ່າງທີ່ພວກເຂົາມີ ແລະ ຍ້າຍມາທີ່ຫຼວງພະບາງເພື່ອສ້າງສູນຄົ້ນຄ້ວາສຶກສາໃນຝັນຂອງພວກເຂົາ ແລະ ເຜີຍແຜ່ກ່ຽວກັບສາຍພັນແມງກະເບື້ອຂອງລາວ, ພັນພືດ ແລະ ໂຄງການອະນຸລັກອື່ນໆ.

ເປັນສ່ວນໜຶ່ງຂອງທຳມະຊາດທີ່ເປັນແຮງບັນດານໃຈທີ່ສຸດຍອດ. ໃຫ້ແນ່ໃຈວ່າທ່ານໄດ້ໃຊ້ເວລາທັງໝົດຂອງທ່ານເພື່ອອີ່ມເອີ່ມກັບທຸກສີ່ງໃນທີ່ນີ້, ກ່ອນທີ່ມັນຈະສິ້ນສຸດລົງດ້ວຍການລົງຫຼີ້ນນ້ຳໜຶ່ງໃນສະລອຍນ້ຳຫຼາຍໆບ່ອນທີ່ນ້ຳຕົກ.

ສຳລັບນັກຜະຈົນໄພ, ທ່ານສາມາດເດີນທາງໄປດ້ວຍການຍ່າງປ່າປະມານ 3 ຊົ່ວໂມງຜ່ານໝູ່ບ້ານຊົນເຜົ່າ ແລະ ປ່າໄມ້ກ່ອນທີ່ຈະສິ້ນສຸດລົງທີ່ຍອດນ້ຳຕົກຕາດ(ບ່ອນນ້ຳອອກບໍ່), ເບິ່ງນ້ຳຕົກທີ່ສວຍງາມຈາກດ້ານເທິງ ແລ້ວຄ່ອຍຍ່າງມາທາງລຸ່ມກໍ່ໄດ້.

ຮ້ານອາຫານ Le Carpe Diem ແລະ Vanvisa By the Falls ກໍ່ແມ່ນອີກໜຶ່ງຄວາມລັບທີ່ເຊື່ອງຊ້ອນຂອງນ້ຳຕົກຕາດແຫ່ງນີ້ສຳລັບນັກທ່ອງທ່ຽວແມ່ນບໍ່ຄວນພາດ! ເພີດເພີນກັບອາຫານທ້ອງຖິ່ນ, ອາຫານຕ່າງປະເທດ ກັບວິວທິວທັດອີກແບບໜຶ່ງ ແລະ ສຽງຂອງທຳມະຊາດທີ່ຢູ່ອ້ອມຕົວທ່ານ.

ເປີດທຸກວັນ: 8 ໂມງເຊົ້າ - 5 ໂມງແລງ

ຄ່າເຂົ້າຊົມ: 20,000 KIP