ຮ້ານອາຫານທີ່ໜ້າສົນໃຈ: 5 ຮ້ານອາຫານທີ່ຄວນໄປເມື່ອມາທ່ຽວຫຼວງພະບາງໂດຍ Dewi Nurjuwita

ໃນຮ່ອມພູເຂົາທີ່ອ້ອມຮອບໄປດ້ວຍພູຜາປ່າໄມ້ສີຂຽວທີ່ສວຍສົດວົດວາມ ແລະ ແມ່ນ້ຳຄານຕັດກັບແມ່ນ້ຳຂອງ. ອານາຈັກພູເຂົາແຫ່ງຫຼວງພະບາງແມ່ນຄວາມລັບທີ່ດີທີ່ສຸດຂອງປະເທດລາວເຊິ່ງຄ່ອຍໆຖືກຄົ້ນພົບໂດຍນັກທ່ອງທ່ຽວ. ເມືອງທີ່ສະຫງົບສຸກແຫ່ງນີ້ໃຊ້ເວລາເດີນທາງດ້ວຍຍົນປະມານ 45 ນາທີຈາກເມືອງຫຼວງຂອງປະເທດລາວນັ້ນກໍ່ຄື ນະຄອນຫຼວງວຽງຈັນ, ແຕ່ທ່ານຈະຮູ້ສຶກຄືກັບວ່າທ່ານໄດ້ເຂົ້າໄປສູ່ອີກໂລກໜຶ່ງ.

ໃນຂະນະທີ່ຫຼາຍຄົນທ່ຽວຊົມສະຖານທີ່ມໍລະດົກໂລກຂອງອົງການຢູເນສໂກ້ ເພື່ອຊົມວັດວາອາຮາມທີ່ເປັ່ງປະກາຍພາຍໃຕ້ແສງອາທິດ ແລະ ວັດທະນາທຳທີ່ໜ້າຫຼົງໄຫຼ, ສະເໜ່ຂອງຫຼວງພະບາງທີ່ຢູ່ຕາມຮ່ອມນ້ອຍ. ຈາກພາຍນອກເບິ່ງຄືວ່າຈະເປັນເມືອງທີ່ງຽບສະຫງົບ ແຕ່ຫາກທ່ານລອງຍ່າງອອກຈາກກອບ ຫຼື ຍ່າງອອກຈາກເສັ້ນທາງທຳມະດາ ແລ້ວໄປທາງທີ່ບໍ່ເຄີຍໄປທ່ານຈະໄດ້ເຫັນຫຍັງທີ່ແປກໃໝ່, ສະຖານທີ່ໃໝ່ ແລະ ທ່ານຈະໄດ້ພົບກັບຮ້ານອາຫານທີ່ຖືກເຊື່ອງຢູ່ຕາມຮ່ອມນ້ອຍທີ່ສວຍງາມທີ່ຖືກເບິ່ງຂ້າມໂດຍນັກທ່ອງທ່ຽວທີ່ບໍ່ເຄຍໄດ້ຜ່ານໄປ.

ຄົ້ນຫາຂໍ້ມູນເພີ່ມຕື່ມໄດ້ທີ່: https://www.lifestyleasia.com/sg/travel/destinations/unpaved-alleyways-4-hidden-restaurants-luang-prabang/