ຈາກຍອດພູສີ, ທ່ານສາມາດເພີດເພີນກັບວິວທິວທັດຕົວເມືອງທີ່ສວຍງາມແບບ 360 ອົງສາ, ນອກຈາກນັ້ນຍັງເຫັນວັດວາອາຮາມຫຼາຍແຫ່ງ ແລະ ບໍລິເວນນັ້ນຍັງມີທິວທັດທີສວຍງາມປະສົມປະສານກັບພູຜາທີ່ສາມາດສຳພັດໄດ້. ນັບວ່າໃຊ້ເວລາສອງສາມຊົ່ວໂມງໃນການການປີນພູໂດຍມີຫລາຍໆບ່ອນເພື່ອທີ່ຈະຢຸດຊົມພຣະວິຫານ, ວັດວາອາຣາມ, ພັກຜ່ອນກ້ອງຕົ້ນໄມ້ທີ່ມີຮົ່ມເຢັນແລະ ຊົມວິວທິວທັດທີ່ມະຫັດສະຈັນ.

ມີຂັ້ນໄດຫຼາຍຮ້ອຍຂັ້ນໃນການຂື້ນເທິງພູ, ແຕ່ການປີນພູແມ່ນບໍ່ຍາກຫຼາຍສຳລັບຜູ້ທີ່ມີສຸຂະພາບທີ່ບໍ່ເອື້ອອຳນວຍ. ເພື່ອຢາກໃຫ້ຮອດພູສີແທ້, ຕ້ອງຂຶ້ນເທິງພູສີຂ້າງໜຶ່ງ ແລະ ໃຊ້ຂັ້ນໃດລົງອີກຂ້າງໜື່ງ. ທ່ານສາມາດອະທິຖານ ແລະ ຖວາຍເຄື່ອງບູຊາຢູ່ວັດແຫ່ງຕ່າງໆຕາມທາງຂື້ນ - ລົງພູສີ. ຖັດຈາກວັດຈອມສີທີ່ຢູ່ເທິງສຸດຂອງພູ, ທ່ານສາມາດຊື້ດອກໄມ້ເພື່ອຖວາຍພອນ, ພ້ອມທັງປ່ອຍນົກ. ໃນປະເທດລາວເຊື່ອວ່າຖ້າທ່ານປ່ອຍນົກໃຫ້ເປັນອິດສະຫຼະທ່ານຈະໂຊກດີ ແລະ ມີຄວາມສຸກໃນອະນາຄົດ.

ໃນຊ່ວງລະດູການທ່ອງທ່ຽວ, ນັກທ່ອງທ່ຽວຫຼາຍຄົນຕັ້ງໃຈຖ້າເບິ່ງຕາເວັນຕົກດິນຢູ່ເທິງຍອດຂອງພູສີ ແລະ ມັນເປັນເລື່ອງທີ່ຍຸ້ງຍາກ ແລະ ແອອັດຫຼາຍ. ທີນງານດິສໂຄເວີລາວເຮົາຈຶ່ງຂໍແນະນຳໃຫ້ທ່ານໄປຢ້ຽມຊົມໃນຕອນເຊົ້າເພາະເປັນການເດີນທາງທີ່ສະດວກສະບາຍ ແລະ ທ່ານຍັງຈະໄດ້ມີໂອກາດຖ່າຍຮູບງາມໆໄດ້ຫຼາຍກວ່າອີກ.

ເວລາເປີດ: 8 ໂມງເຊົ້າ - 5 ໂມງແລງ

ຄ່າເຂົ້າປະຕູ ຄົນລາວ: 10,000 ກີບ 

ຄົນຕ່າງປະເທດ: 20,000 ກີບ