ສວນພູນສຸກ ແມ່ນແລນມາກແຫ່ງໃໝ່ສຳລັບສາຍທ່ຽວແບບທຳມະຊາດ ຖ້າໄດ້ໄປຕາດກວາງຊີຢ່າລືມແວ່ມາບ່ອນນີ້ເພາະທີ່ຕັ້ງຢູ່ໃກ້ກັນ. ທ່ານຈະໄດ້ສຳຜັດທຳມະຊາດທີ່ຂຽວງາມສຸດສາຍຕາ ເປັນຮ້ານອາຫານກາງທົ່ງນາທີ່ອ້ອມຮອບດ້ວຍວິວພຸເຂົາງາມໆ ເໝາະຢ່າງຍິ່ງສຳລັບການຜັກຜ່ອນໃນຂະນະທີ່ລໍຖ້າອາຫານມາເສີບ

ນອກຈາກຮ້ານອາຫານ ແລະ ສວນສຸດຊິວພ້ອມອາກາດບໍລິສຸດ ເຮັດໃຫ້ເຮົາໄດ້ພັກຜ່ອນ ຫຼື ເພີ່ມພະລັງໃນການເຮັດວຽກ ພາຍໃນຮ້ານຍັງມີ ມິນິຄາເຟ ໃຫ້ດື່ມເພື່ອຄວາມສົດຊື່ນລະຫວ່າງວັນອີກດ້ວຍ

ມີທັງລານປິກນິກສັງສັນ ມີເຕັ້ນງາມໆໃຫ້ນອນຂ້າມຄືນ ລາຄາເລີ່ມຕົ້ນທີ່ 350,000 ກີບ/ຄືນ

ສວນພູນສຸກຕັ້ງຢູ່ບ້ານລອງ ກ່ອນຈະໄປຮອດຕາດກວາງຊີ ປະມານ 10 ນາທີ