ສູນຢ້ຽມຢາມໂຄງການເກັບກູ້ລະເບີດຄື ສິ່ງທີ່ບໍ່ຄວນພາດ ສຳລັບຜູ້ທີ່ເດີນທາງມາຫຼວງພະບາງເພື່ອເບິ່ງສູນການຈັດສະແດງລະເບີດທີ່ຖືກເກັບກູ້. ສະຖານທີ່ນີ້ຈະບອກເລົ່າເລື່ອງລາວປະຫວັດສາດຈາກຜູ້ລອດຊີວິດຜ່ານຕົວໜັງສືເທິງຝາຜະໜັງ ແລະ ສາລະຄະດີຕ່າງໆ - ທ່ານຈະໄດ້ມີໂອກາດຮຽນຮູ້ສິ່ງສຳຄັນ ແລະ ຄວາມຈິງທີ່ໜ້າສະລົດໃຈກ່ຽວກັບສົງຄາມລັບ.

ທ່ານຮູ້ບໍ່ວ່າປະເທດລາວເປັນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນປະຫວັດສາດ ລະຫວ່າງ ປີ ຄສ. 1964 – 1973, ປະເທດລາວໄດ້ຮັບຜົນກະທົບຈາກລະເບີດ B-52 ຖິ້ມລົງໜຶ່ງເທື່ອໂດຍສະເລ່ຍທຸກໆ 8 ນາທີ. ສະຫະລັດອາເມລິກາເພີ່ມການຖິ້ມລະເບີດໃສ່ປະເທດລາວໃນຊ່ວງນີ້ຫຼາຍກວ່າການຖິ້ມລະເບີດໃນຊ່ວງສົງຄາມໂລກຄັ້ງທີ່ 2 ອີກ. ຍັງຄົງມີລະເບີດທີ່ຍັງບໍ່ທັນແຕກອີກຫຼາຍລູກທີ່ມາຈາກການຖິ້ມປານຝົນຕົກໃນຄັ້ງນີ້ຖືກຝັງໃນແຜ່ນດິນປະເທດລາວ ແລະ ລໍຖ້າການລະເບີດຫາກມີຄົນໂຊກຮ້າຍໄປພົບກ່ອນ ເຊິ່ງມັນເຮັດໃຫ້ເກີດຜົນກະທົບຮ້າຍແຮງຢ່າງຕໍ່ເນື່ອງເກີດການບາດເຈັບ ແລະ ລົ້ມຕາຍເປັນປະຈຳ. ສູນຢ້ຽມຢາມໂຄງການເກັບກູ້ລະເບີດໃນຫຼວງພະບາງເປີດໂອກາດໃຫ້ທ່ານໄດ້ຮຽນຮູ້ເພີ່ມຕື່ມກ່ຽວກັບສົງຄາມລັບ. ມີການວາງສະແດງລູກລະເບີດທີ່ມີການເກັບກູ້. ເລື່ອງລາວທີ່ໜ້າສົນໃຈ ແລະ ຫ້ອງທີ່ເປີດສາລະຄະດີກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກທີ່ອັນຕະລາຍ.

ສະຖານທີ່ແຫ່ງນີ້ໃຫ້ຄວາມຮູ້ຫຼາຍ ແລະ ເໝາະສຳລັບນັກຮຽນ ຫຼື ຄອບຄົວທີ່ມີເດັກນ້ອຍທີ່ຢູ່ໃນໄວຮຽນຮູ້.

ເປີດໃຫ້ບໍລິການຕັ້ງແຕ່ວັນຈັນຫາວັນສຸກ ເວລາ 08:00ໂມງ - 11:30ໂມງ ແລະ 13:00ໂມງ - 17:00ໂມງ

ເຂົ້າຊົມຟຮີ!! (ສະໜັບສະໜູນດ້ວຍການບໍລິຈາກ)

ຕັ້ງຢູ່ບ້ານວັດນາວຽງຄຳ. ເສັ້ນທາງຫລັງອະນຸສາວະລີສຸພານຸວົງ ແລະ ໃຊ້ເວລາປະມານ 12 ນາທີຖ້າຍ່າງຈາກໃຈກາງເມືອງ.