ວັດຊຽງທອງເປັນທີ່ຮູ້ຈັກກັນດີໃນນາມ ​ຕົ້ນໂພທອງ”  ແລະ ເປັນປະຕູສູ່ເມືອງຫຼວງພະບາງເນື່ອງຈາກວ່າຕັ້ງຢູ່ໃກ້ກັບແມ່ນ້ຳຂອງ ແລະ ແມ່ນ້ຳຄານ. ໃນເມື່ອກ່ອນສະຖານທີ່ນີ້ຊື່ສຽງຫຼາຍເພາະວ່າ ເປັນສະຖານທີ່ທີ່ເຮັດພິທີໃນການຂຶ້ນຄອງລາດຂອງເຈົ້າຊີວິດ ແລະ ຍັງເປັນສະຖານທີ່ເຕົ້າໂຮມອັນສຳຄັນໃນການສະເຫຼີມສະຫຼອງບຸນປະເພນີປະຈຳປີທີ່ສຳຄັນຂອງຊາວຫຼວງພະບາງອີກດ້ວຍ.

ແຕ່ກ່ອນວັດນີ້ຖືກສ້າງຂຶ້ນໃນປີ ຄສ. 1560 ພາຍໃຕ້ຄຳສັ່ງຂອງ ພຮະເຈົ້າໄຊຍະເສດຖາທິລາດ ແລະ ພາດຈາກການຮຸກຮານໃນຫຼາຍໆຄັ້ງ. ເຖິງເວລາຈະຜ່ານໄປດົນປານໃດກໍ່ຕາມ, ວັດກໍ່ຍັງໄດ້ມີການປະຕິສັງຂອນຄືນໃໝ່ໃນຊຸມປີ 1960. ວັດດັ່ງກ່າວຍັງຄົງຮູບແບບໂຄງສ້າງເດີມໂດຍມີການປະຕິສັງຂອນຫລັງຄາ, ການປະດັບປະດາໃບໄມ້ຄຳ ແລະ ປະຕູທາງເຂົ້າໄດ້ຖືກບູລະນະຄືນດ້ວຍຄຳປິວ.

ເວລາເປີດ: ທຸກມື້ເລີ່ມແຕ່ເວລາ 08: 00 - 17: 00 ໂມງ