ການຂັບລົດທ່ຽວທີ່ຕື່ນຕາຕື່ນໃຈ – ການໄປທ່ຽວຄັ້ງໜຶ່ງໃນຊີວິດ ຢູ່ທາງພາກໃຕ້ຂອງລາວ
ການຂັບລົດທ່ຽວທີ່ຕື່ນຕາຕື່ນໃຈ – ການໄປທ່ຽວຄັ້ງໜຶ່ງໃນຊີວິດ ຢູ່ທາງພາກໃຕ້ຂອງລາວ

ໂພສ

ການຂັບລົດທ່ຽວທີ່ຕື່ນຕາຕື່ນໃຈ – ການໄປທ່ຽວຄັ້ງໜຶ່ງໃນຊີວິດ ຢູ່ທາງພາກໃຕ້ຂອງລາວ

 

ພູພຽງບໍລະເວນ ເປັນດິນແດນແຫ່ງການພະຈົນໄພ! ແປຕາມໂຕວ່າບ້ານຂອງຊາວລະເວນຊື່ດັ່ງກ່າວແມ່ນແທນໃຫ້ຊົນເຜົ່າລະເວນ ເຊິ່ງຄັ້ງໜຶ່ງໄດ້ເຄີຍເປັນກຸ່ມທີ່ມີອິດ
ທິພົນໃນເຂດນັ້ນ. ກິດຈະກຳເຂດພູພຽງບໍລະເວນເປັນກິດຈະກຳທີ່ທ່ອງທ່ຽວໄດ້ຕະຫຼອດປີ ແລະ ບໍ່ແປກໃຈເລີຍວ່າເປັນຫຍັງຈຶ່ງຖືກຂະໜານນາມວ່າແນວນັ້ນ. ເຂດດັ່ງກ່າວເຕັມໄປດ້ວຍພື້ນທີ່ປູກກາເຟ, ມີນໍ້າຕົກຕາດທີ່ມີຊື່ສຽງ, ຮ້ານກາເຟນ້ອຍທີ່ໜ້າຮັກແປກຕາ ແລະ ຮ້ານອາຫານຕ່າງໆ, ສວນພຶກສາສາດ ແລະ ສວນປູກຝັງລ້ຽງສັດທຸກແຫ່ງແມ່ນສາມາດເດີນທາງເຂົ້າໄປໄດ້ງ່າຍ ດ້ວຍລົດໃຫຍ່ ແລະ ລົດຈັກ.

ການເດີນທາງໄປເຂດພູພຽງບໍລະເວນປະກອບມີສອງເສັ້ນທາງຫຼັກ. ທາງທີ່ຍາວທີ່ສຸດແມ່ນມີໄລຍະທາງປະມານ 320 ກມ ແລະ ຍັງມີອີກເສັ້ນທາງໜຶ່ງ ຜ່ານແຂວງເຊກອງ ແລະ ອັດຕະປື, ແລະ ອີກເສັ້ນທາງໜຶ່ງທີ່ຄົນມັກທ່ຽວ ແມ່ນມີໄລຍະທາງປະມານ 200 ກມ   ແລະ  ສາມາດເດີນທາງໄປງ່າຍ. ຢ່າລືມເອົາເສື້ອກັນຝົນໄປນຳ ເນື່ອງຈາກອາກາດໃນເຂດບໍລະເວນແມ່ນບໍ່ສາມາດຄາດເດົາໄດ້!

ການເດີນທາງໄປພູພຽງບໍລະເວນ ທ້າຍອາທິດ

ຫ່າງຈາກຕົວເມືອງປາກເຊ ປະມານ 40 ກມ

ການຂີ່ລົດທ່ອງທ່ຽວ ໄປເຂດພູພຽງບໍລະເວນແມ່ນເລີ່ມຈາກການດື່ມກາເຟເຂັ້ມຂຸ້ນຈັກຈອກ. ເມື່ອຮອດເຄິ່ງເສັ້ນທາງຂອງປາກຊ່ອງ, ຮ້ານກາເຟ ຫຼັກ 40 ຈະມີກາເຟ ລາເຕ້ ແລະ ຊາປູກເອງໃຫ້ທ່ານໄດ້ທົດລອງຊີມ. ຮ້ານດັ່ງກ່າວ ເປັນທຸລະກິດຄອບຄົວນ້ອຍໆ ທີ່ຫາກໍ່ຂະຫຍາຍເປັນຮ້ານໃຫຍ່ຂຶ້ນ ເພື່ອໃຫບໍລິການລູກຄ້າໄດ້ຫຼາຍຂຶ້ນ. ທ່ານຍັງສາມາດຍ່າງເລາະຫຼິ້ນໄປໃນບໍລິເວນສວນຫຼັງບ້ານຂອງເພິ່ນ ເຊິ່ງເປັນບ່ອນທີ່ເຈົ້າຂອງສວນ ປູກຜະລິດຕະພັນຂອງຕົນ, ຖ້າທ່ານໂຊກດີ ທ່ານອາດຈະໄດ້ເຫັນຕົ້ນໂກ້ໂກ້ ຈັກຕົ້ນສອງຕົ້ນ!

ສຳລັບອາຫານຫວ່າງເດ ເປັນແນວໃດ? ຍັງມີທາງເລືອກດີໆ ໃຫ້ທ່ານອີກຈຳນວນໜຶ່ງ ເມື່ອທ່ານໄດ້ມາທ່ຽວຢູ່ບ່ອນນີ້. ສວນອີ່ຕູ້ ເປັນອີກບ່ອນໜຶ່ງ ທີ່ມີຊື່ສຽງກ່ຽວກັບການເຮັດ ໂຢເກີດ ແລະ ຮ້ານສະບາຍດີ ວາເລ ຍັງມີ ອາຫານແຊບໆ ຫຼາຍຢ່າງ.

ຕໍ່ໄປນີ້ ໄດ້ເວລາສຳລັບການພະຈົນໄພແລ້ວ! ການໄດ້ໄປເບິ່ງຕາດຟານ ຖືວ່າເປັນລາງວັນອີກອັນໜຶ່ງ ສຳລັບຕົນເອງ, ແຕ່ມີອັນພິເສດກວ່ານີ້ບໍ່? ຍງມີການບິນໂຫນຂ້າມຕາດຟານເຊິ່ງຖືເປັນການຂີ່ຊິບລາຍທີ່ສູງທີ່ສຸດໃນລາວ. ເສັ້ນທາງທີ່ເປັນເອກະລັກນີ້ ເຮັດໃຫ້ນັກທ່ອງທ່ຽວສາມາດຫຼິ້ນຊິບລາຍ, ມີຄວາມສຸກກັບການດື່ມກາເຟ, ຫຼື ທ່ານຈະນອນຢູ່ໃນເປ ທີ່ມີຄວາມສູງ 220 ແມັດ ສູງຈາກນໍ້າຕົກຕາດຟານ. ເອົາເຄື່ອງປະໄວ້ ແລ້ວຍ່າງໄປຫາຕູບທີ່ຢູ່ຕາດເຍືອງ ເພື່ອຖ່າຍຮູບ ເຊວຟີ.

ເມືອງ ປາກຊ່ອງ (ຫຼັກ 50)

ຈາກຮ້ານກາເຟຈິງໃຈ ຢູ່ທີ່ທາງເຂົ້າເມືອງປາກຊ່ອງໄປຫາພູສູງປາກຊ່ອງໄປອີກໜ້ອຍໜຶ່ງ,ໃນເຂດນີ້ແມ່ນບໍ່ເຄີຍຂາດແຄນກາເຟ. ຖ້າທ່ານຕ້ອງການຢາກທ່ອງທ່ຽວຕອີກ, ແມ່ນສາມາດຈອງລົດຈິບເລາະຊົມ ສວນກາເຟທ່ານຄຳສອນ.

ທົດລອງຊິມກາແລັມເນື້ອນຸ້ມແຊບໆ ທີ່ຮ້ານ ຄາເຟ ຢາມາໂມໂຕະ. ເຮັດໃຫ້ການຖ່າຍຮູບ ເຊວຟີຂອງທ່ານ ກ້າວໄປອີກຂັ້ນໜຶ່ງ ໂດຍການຢືມຊຸດກີໂມໂນ ແລະ ຖ່າຍຮູບຢູ່ສວນດອກໄມ້ ຫຼື ສວນສະຕໍເບີລີ (ແຕ່ຕ້ອງໄປໃຫ້ຖືກລະດູຂອງມັນ!).

ເມືອງ ທ່າແຕງ (ຫຼັກ 80)

ເມື່ອທ່ານຂັບລົດໄກໄປອີກຕື່ມ ທ່ານຈະເຫັນເດີ່ນ ຣີສອດກາເຟ ສີໜຸກ ແລະ ຈະໄດ້ເພີດເພີນກັບການຮັບປະທານອາຫານຄໍ່າທີ່ງຽບສະຫງົບ ຢູ່ທີ່ຮ້ານອາຫານຂອງ ຣີສອດ ເຊິ່ງຈະໄດ້ເຫັນແອ່ງນໍ້າທຳມະຊາດໄປພ້ອມ. ກົງກັນຂ້າມກັນ ທ່ານຈະເຫັນ ສວນທ່າແຕງ, ເໝາະສຳລັບຄອບຄົວທີ່ມີລູກນ້ອຍ ຫຼື ສັດລ້ຽງ. ໃນເຂດນີ້ຈະມີບ່ອນພັກໂຮງແຮມ ຫຼື ຢູ່ເຂດເມືອງປາກຊ່ອງກໍມີບ່ອນພັກເຊັ່ນດຽວກັນ.

ຕາດເລາະ (ຫຼັກ 86) ຈຸດທາງກັບ

ພຽງແຕ່ໄດ້ມາເຫັນບັນດານໍ້າຕົກຕາດທັງສາມແຫ່ງຄື: ຕາດເລາະ, ຕາດຮາງ ແລະ ຕາດສູງ; ພຽງເທ່ານີ້ ກໍເຮັດໃຫ້ການຂີ່ລົດທ່ອງທ່ຽວຂອງທ່ານ ຄຸ້ມຄ່າທີ່ສຸດ. ບ່ອນພັກທີ່ນັກທ່ອງທ່ຽວນິຍົມໄປພັກໄດ້ແກ່ ເຮືອນພັກ ຝັນດີ, ເຊິ່ງເປັນເຮືອນໄມ້ບັງກາໂລທຳມະດາ ໃນລາຄາເປັນກັນເອງຮ້ານອາຫານຢູ່ທີ່ນັ້ນ ກໍຖືວ່າຢູ່ໃນລະດັບດີ! ຖ້າທ່ານຢາກຢູ່ສາລະວັນຕໍ່ໃຫ້ດົນກວ່ານີ້, ຂ້ອຍແນະນຳໃຫ້ທ່ານ ໄປທ່ຽວສວນພະຈົນໄພຝັນດີ ເພື່ອຂີ່ຊິບລາຍ ແລະ ໄຕ່ຂົວໃນປ່າມ່ວນທີ່ສຸດ!

ຖ້າຫາກທ່ານຕ້ອງການມີເວລາທີ່ຜ່ອນຄາຍກວ່ານີ້, ທ່ານສາມາດໄປເລາະເບິ່ງສວນກາເຟທີ່ ສວນ ກັບຕັນ ຮຸກ. ແນ່ນອນວ່າ ທ່ານ ຮຸກ ຈະສ້າງຄວາມປະທັບໃຈໃຫ້ແກ່ທ່ານ ແນ່ນອນ.

ບ້ານ ເລົ່າງາມ (ຫຼັກ 70)

ຢູ່ຊາຍແດນລະຫວ່າງແຂວງ ສາລະວັນ ແລະ ເຊກອງ, ທ່ານສາມາດຢຸດຊົມເບິ່ງ ບ້ານຫັດຖະກຳ ກະຕູ ເພື່ອຊື້ຂອງທີ່ລະນຶກ. ທ່ານສາມາດແວ່ເພື່ອເຕີມກາເຟອິນ ແລະ ດື່ມດໍ່າກັບວິຖີຊີວິດຂອງຊາວກະຕູ.

ຫຼັກ 33

ເມື່ອຫຍັບເຂົ້າມາໃກ້ຕົວເມືອງປາກເຊອີກຄັ້ງ. ທ່ານສາມາດໄປເບິ່ງ ຕາດ ຜາສ້ວມ ຫຼື ຕາດຈຳປີເພື່ອຍ່າງເລາະເບິ່ງປ່າໄມ້ທຳມະຊາດ ແລະ ເອົາຕີນຈຸ່ມນໍ້າເຢັນໆກ່ອນກັບ.

ເມືອງ ປາກເຊ

ມາຮອດຕອນທ້າຍຂອງການເດີນທາງໃນທ້າຍອາທິດ, ໃຫ້ລາງວັນຕົນເອງດ້ວຍການດື່ມ ຄອກເທວ ເພື່ອເຕີມພະລັງໃຫ້ແກ່ຈິດວິນຍານທີ່ອິດເມື່ອຍ ຢູ່ທີ່ ດາດຟ້າຂອງ ໂຮງແຮມ ປາກເຊ ຫຼື ລີຊີເດັນ ສີສຸກ, ທັງສອງບ່ອນແມ່ນມີວິວງາມທີ່ສຸດຂອງເມືອງ. ຖ້າທ່ານຢາກເບິ່ງຕາເວັນຕົກດິນແຄມຝັ່ງແມ່ນໍ້າຂອງ, ໃຫ້ທ່ານໄປທີ່ ໂຮງແຮມ ແມ່ຂອງ ພາຣາດາຍ ຫຼື ຮ້ານອາຫານ ສາລາກາງຂອງ. ຢ່າລືມວ່າ ທ່ານຕ້ອງເປັນນັກທອງທ່ຽວ ທີ່ມີຄວາມຮັບຜິດຊອບຕະຫຼອດການເດີນທາງໄປທຸກບ່ອນ!

 

 

 

ວິທີການເດີນທາງ

ສາຍການບິນລາວມີ ຖ້ຽວບິນ ປະຈຳວັນ ຈາກ ນະຄອນຫຼວງວຽງຈັນ ຫາ ປາກເຊ.

ຂໍ້ມູນເພີ່ມເຕີມ

ເຂົ້າເບິ່ງ: southern-laos.com ສຳລັບຂໍ້ມູນເພີ່ມເຕີມ
ກ່ຽວກັບຊົນເຜົ່າຕ່າງໆ ແລະ ເຄື່ອງຫັດຖະກຳຂອງເຂດ
ພູພຽງບໍລະເວນ.

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ບັນຍາຍໂດຍ Dyan Barutzki

ຮູບໂດຍ Swisscontact / Bart Verweij 

 

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.