ບຸນກິນຈຽງ – ນໍ່ເປເຈົ່າ
ບຸນກິນຈຽງ – ນໍ່ເປເຈົ່າ

ໂພສ

ບຸນກິນຈຽງ – ນໍ່ເປເຈົ່າ

 

ງານບຸນທີ່ມີສີສັນນີ້ແມ່ນຊ່ວງເວລາສໍາລັບການເຊື່ອມສານສໍາພັນກັບຄອບຄົວ ແລະ ໝູ່ເພື່ອນມິດສະຫາຍ.

ເຜົ່າມົ້ງ ແມ່ນໜຶ່ງໃນຊົນເຜົ່າທີ່ເປັນທີ່ຮູ້ຈັກກັນດີໃນປະເທດລາວເປັນຊົນເຜົ່າທີ່ພາກພູມໃຈໃນຕົວຕົນຄວາມເປັນເອກະລັກ ແລະ ມີການປົກປັກຮັກສາວັດທະນະທຳຂອງຕົນໄວ້ເປັນຢ່າງດີ, ພວກເຂົາມີພາສາເວົ້າ ແລະ ພາສາຂຽນຂອງຕົນເອງ ແລະ ດ້ວຍຈໍານວນປະຊາກອນທີ່ກວມເອົາປະມານ 9% ຂອງປະຊາກອນທັງໝົດ ຖືເປັນຊົນເຜົ່າທີ່ໃຫຍ່ທີ່ສຸດອັນດັບ 3 ຂອງປະເທດລາວ. ຊົນເຜົ່າມົ້ງ ເລີ່ມຍົກຍ້າຍຖິ່ນຖານຈາກທາງພາກໃຕ້ຂອງປະເທດຈີນ ເຂົ້າມາຢູ່ປະເທດລາວນັບຕັ້ງແຕ່ສະຕະວັດທີ 19. ພວກເຂົາອາໄສຢູ່ທາງພາກເໜືອ ແລະ ພາກກາງຂອງປະເທດເປັນສ່ວນຫຼາຍ ເຊິ່ງກວມເອົາ ແຂວງ ຊຽງຂວາງ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ແລະ ບໍລິຄຳໄຊ. ໃນປັດຈຸບັນ, ພວກເຂົາມີປະຊາກອນທີ່ເປັນຊາວອົບພະຍົບຈໍານວນຫຼາຍໃນຕ່າງປະເທດເຊັ່ນ ສະຫະລັດອາເມລິກາ, ອົດສະຕາລີ ແລະ ນັບທັງ ກີອານາຝຣັ່ງ ທີ່ຢູ່ໃນທະວີບອາເມລິກາໃຕ້.

ໃນອະດີດ, ຊົນເຜົ່າມົ້ງ ຈະຖືກເອີ້ນວ່າ ລາວສູງ.ລາວສູງ ໝາຍເທິງຄົນລາວທີ່ຢູ່ເທິງພູສູງ ແລະ ຄໍາດັ່ງກ່າວໄດ້ຖືກນຳໃຊ້ໂດຍລັດຖະບານ ເພື່ອອີງໃສ່ສະຖານທີ່ທີ່ຊາວເຜົ່າມົ້ງເຄີຍຕັ້ງຖິ່ນຖານຢູ່. ເຖິງຢ່າງໃດກໍ່ຕາມ, ຊື່ດັ່ງກ່າວແມ່ນບໍ່ຖືເປັນຊື່ເອີ້ນທີ່ເປັນທາງການອີກຕໍ່ໄປ ແລະ ໂດຍທົ່ວໄປແມ່ນຊາວເຜົ່າມົ້ງຈະມັກໃຫ້ເອີ້ນຕາມຊື່ຊົນເຜົ່າຂອງພວກເຂົາຫຼາຍກວ່າ.

ໃນຊ່ວງເດືອນທັນວາ ຫຼື ເດືອນມັງກອນ ຊາວເຜົ່າມົ້ງຈະມີການສະເຫຼີມສະຫຼອງບຸນປີໃໝ່ມົ້ງ (ບຸນກິນຈຽງ) ເຊິ່ງເອີ້ນວ່າ Noj Peb Caug (ອອກສຽງ ນໍ່ເປເຈົ່າ). ບັນດາຄອບຄົວເຜົ່າມົ້ງ ຈະພາກັນຮ່ວມໂຕກັນໃນມື້ນີ້ ເພື່ອເຮັດເຂົ້າໜົມ ຖວາຍເຄື່ອງບູຊາແກ່ບັນພະບຸລຸດ ແລະ ແບ່ງປັນອາຫານກັບຍາດຕິພີ່ນ້ອງ ແລະ ເພື່ອນມິດສະຫາຍຢູ່ທີ່ເຮືອນຂອງພວກເຂົາ.

ສໍາລັບບັນດາຕົວເມືອງເຊັ່ນ: ຫຼວງພະບາງ, ໂພນສະຫວັນ, ແລະ ເຂດນອກເມືອງຂອງວຽງຈັນທີ່ມີປະຊາກອນເຜົ່າມົ້ງເປັນຈໍານວນຫຼາຍ, ການສະເຫຼີມສະຫຼອງບຸນກິນຈຽງແບບລວມສູນແມ່ນຈະຖືກຈັດຂຶ້ນຢູ່ສະຖານທີ່ກາງແຈ້ງເຊິ່ງແກ່ຍາວເປັນເວລາໜຶ່ງອາທິດເຕັມ. ໃນງານສະເຫຼີມສະຫຼອງດັ່ງກ່າວຈະມີຫຼາກຫຼາຍກິດຈະກຳບໍ່ວ່າຈະເປັນ ກິລາໝາກຂ່າງ, ຍິງໜ້າເກັກ, ສິລະປະຟ້ອນລໍາ ແລະ ຮ້ອງເພງ, ການສູ້ງົວ ແລະ ໂຍນໝາກຄອນ. ການສະແດງເຄື່ອງດົນຕີ qeej ທີ່ມີລັກສະນະຮູບຊົງຍາວຢ່າງເປັນເອກະລັກສະເພາະ (ເປັນເຄື່ອງດົນຕີປະເພດເປົ່າທີ່ຖືກເອີ້ນວ່າ ແຄນ ໃນພາສາລາວ) ແມ່ນການສະແດງທີ່ເປັນທີ່ນິຍົມຫຼາຍ ເຊິ່ງບັນດານັກດົນຕີທີ່ມີຄວາມຊຳນິຊຳນານຈະສາມາດຟ້ອນລໍາ ແລະ ເຮັດກາຍະກຳໄປພ້ອມໆກັນ ຄຽງຄູ່ກັບການສືບຕໍ່ປະຄັບປະຄອງຮັກສາທໍານອງດົນຕີຂອງພວກເຂົາໄວ້.

ຊາວໜຸ່ມຊາຍ ແລະ ຍິງ ຈະພາກັນນຸ່ງເຄື່ອງພື້ນເມືອງທີ່ປະກອບໄປດ້ວຍສີສັນຫຼາກຫຼາຍ ເພື່ອຫວັງທີ່ຈະດຶງດູດໃຫ້ໄດ້ພົບກັບຜູ້ທີ່ຈະມາເປັນຄູ່ຄອງຂອງຕົນ. ສໍາລັບງານດັ່ງກ່າວ ນັກທ່ອງທ່ຽວແມ່ນເປັນທີ່ຍິນດີຕ້ອນຮັບໃຫ້ເຂົ້າຮ່ວມ ແລະ ຍັງສາມາດນຸ່ງຊຸດພື້ນເມືອງຖ່າຍຮູບ, ຫຼີ້ນເກມ ແລະ ຊົມການສະແດງຂອງປະຊາຊົນທ້ອງຖິ່ນໄດ້ນໍາອີກ.

ແມ່ຍິງເຜົ່າມົ້ງຖືໄດ້ວ່າມີຊື່ສຽງໃນການຕໍ່າແຜ່ນແພຜ້າບາຕິກ ແລະ ຫຍິບຖັກ ປັກແສ່ວຫຼາຍ. ສຳລັບຜ້າບາຕິກຂອງເຜົ່າມົ້ງ, ແພປ່ານຈະຖືກນໍາມາແຊ່ໃສ່ກັບຂີ້ເຜິ້ງແລ້ວນໍາມາຍ້ອມສີແບບທໍາມະຊາດ. ຂີ້ເຜິ້ງຈະລະລາຍຕົວອອກແລ້ວເຜີຍໃຫ້ເຫັນລວດລາຍທີ່ເປັນສີຂາວ. ຜ້າດັ່ງກ່າວນີ້ ຈະຖືກນຳໃຊ້ເພື່ອຫຍິບເປັນສິ້ນສໍາລັບກຸ່ມ Mong Njua. ໂດຍທີ່ແຕ່ລະກຸ່ມລ້ວນແຕ່ມີຊຸດພື້ນເມືອງປະຈຳເຜົ່າຂອງຕົນ. ປັດຈຸບັນ, ເຄື່ອງນຸ່ງພື້ນເມືອງແມ່ນຈະຖືກໃສ່ໃນກາລະໂອກາດພິເສດເທົ່ານັ້ນເຊັ່ນ: ພິທີແຕ່ງດອງ ແລະ ປີໃໝ່.

 

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ ພູນຊັບ ເທວົງສາ

 

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.