ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ
ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ

ໂພສ

ຫົວໃຈສີຂຽວແຫ່ງລາວເໜືອ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ

 

ພີດເພີນໄປກັບທຳມະຊາດອັນບໍລິສຸດ!

ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ (NEPL) ເຊິ່ງເປັນເຂດປ່າສະຫງວນທີ່ໃຫຍ່ທີ່ສຸດ ແລະ ເປັນໜຶ່ງໃນປ່າສະຫງວນທີ່ມີຄວາມຫຼາກຫຼາຍທາງຊີວະນາໆພັນທີ່ສຸດໃນ ສປປ ລາວ. ອຸທິຍານແຫ່ງຊາດດັ່ງກ່າວຕັ້ງຢູ່ລະຫວ່າງ ແຂວງຫຼວງພະບາງເມືອງມໍລະດົກໂລກ, ແຂວງ ຫົວພັນເຂດທີ່ໝັ້ນລິເລີ່ມຂອງການສ້າງຕັ້ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ແລະ ແຂວງ ຊຽງຂວາງທີ່ຂຶ້ນຊື່ໃນແຫຼ່ງມໍລະດົກໂລກ ທົ່ງໄຫຫີນ.

ຖະໜົນຫົນທາງທີ່ຄົດ້ຽວລັດລຽບຕາມສາຍພູຂອງເສັ້ນທາງທິດຕາເວັນອອກສຽງເໜືອຂອງເມືອງມໍລະດົກໂລກໄດ້ສະແດງໃຫ້ເຫັນເຖິງທັດສະນີຍະ
ພາບອັນສວຍສົດງົດງາມ ແລະ ເປັນຂົວຕໍ່ເຊື່ອມໂຍງລະຫວ່າງບັນດາເຂດສໍາຄັນທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດອັນໂດດເດັ່ນທີ່ລວມມີສະຖານທີ່ບູຮານທີ່ລຶກລັບ, ບັນດາໝູ່ບ້ານຊົນເຜົ່າທີ່ຫຼາກຫຼາຍ, ບໍ່ນໍ້າຮ້ອນ,ນໍ້າຕົກຕາດ, ຖໍ້າ ແລະ ປ່າໄມ້ທີ່ຮົ່ມເຢັນ.

ອຸທິຍານແຫ່ງຊາດເປັນດັ່ງໝາກຫົວໃຈສີຂຽວທີ່ເຮັດໜ້າທີ່ປົກປັກຮັກສາ ແລະ ລ້ຽງດູຊັບພະສິ່ງທີ່ເອື່ອຍອີງທຳມະຊາດຂອງພາກຕາເວັນອອກສຽງເໜືອຂອງລາວ ແລະ ຍັງຊ່ວຍອໍານວຍປະໂຫຍດດ້ານສິ່ງແວດລ້ອມທີ່ສຳຄັນຕ່າງໆ (ອາກາດບໍລິສຸດ, ນໍ້າ ແລະ ເຄື່ອງປ່າຂອງດົງ) ໃຫ້ແກ່ປະຊາຊົນ. ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຍັງເປັນແຫຼ່ງທີ່ມາຂອງບັນດາແມ່ນໍ້າຫຼາກສາຍທີ່ມີຊື່ສຽງເຊັ່ນ ແມ່ນໍ້າຄານ ທີ່ໄຫຼຜ່ານເມືອງຮ້ຽມ ແລະ ໄຫຼອ້ອມຫຼວງພະບາງເມືອງມໍລະດົກໂລກ ກ່ອນໄຫຼລົງສູ່ແມ່ນໍ້າຂອງ.

 

ໃນປີ 2010, ອຸທິຍານແຫ່ງຊາດນໍ້າແອດ -ພູເລີຍ ໄດ້ເປີດທົວທ່ອງທ່ຽວແບບອະນຸລັກສັດປ່າ ເພື່ອຊຸກຍູ້ສະໜັບສະໜູນການອະນຸລັກທີ່ຕິດພັນກັບການດຳລົງຊີວິດຂອງຊຸມຊົນອ້ອມຂ້າງ ແລະ ເປັນການມອບໂອກາດອັນພິເສດທີ່ເປັນເອກະລັກສະເພາະໃຫ້ແກ່ນັກທ່ອງທ່ຽວໃນການໄດ້ພົບເຫັນສັດປ່າພື້ນເມືອງຫຼາກຫຼາຍສາຍພັນໃນເຂດທີ່ຢູ່ອາໄສທຳມະຊາດຂອງພວກມັນ.

ບັນດາຜູ້ໃຫ້ບໍລິການການທ່ອງທ່ຽວແບບທໍາມະຊາດສ່ວນໃຫຍ່ (ຜູ້ນຳທ່ຽວ, ຜູ້ແລ່ນເຮືອ ແລະ ຜູ້ປຸງແຕ່ງອາຫານ) ແມ່ນລ້ວນແລ້ວແຕ່ມາຈາກຄອບຄົວທີ່ເຄີຍອາໄສການລ່າສັດເພື່ອດໍາລົງຊີວິດ ແລ້ວປັດຈຸບັນໄດ້ຫັນຕົວມາເຮັດວຽກເປັນຜູ້ເຝົ້າສັງເກດການ, ປົກປ້ອງສັດປ່າ ແລະ ພົງໄພ. ເພື່ອເປັນການຊຸກຍູ້ຄວາມພະຍາຍາມໃນການອະນຸລັກ, ຄ່າຕອບແທນທາງດ້ານການເງິນໄດ້ຖືກຈ່າຍໃຫ້ແກ່ປະຊາຊົນທ້ອງຖິ່ນໂດຍອີງໃສ່ການພົບເຫັນສັດປ່າຂອງນັກທ່ອງທ່ຽວ (ເຊິ່ງລວມທັງການພົບເຫັນໂດຍກົງ ແລະ ການສັງເກດການແບບທາງອ້ອມເຊັ່ນ: ການຟັງສຽງສັດ ແລະ ເບິ່ງຮອຍຕີນສັດ).

 

ທົວທ່ອງທ່ຽວເບິ່ງສັດປ່າຂອງອຸທິຍານແຫ່ງຊາດ

ນໍ້າເນີນໄນ້ຊາຟາຣີ
ນໍ້າເນີນໄນ້ຊາຟາຣີ ແມ່ນການເດີນທາງໄປເບິ່ງສັດປ່າແບບລ່ອງເຮືອພາຍໃນ 24 ຊົ່ວໂມງ. ຈຸດເດັ່ນຂອງການເດີນທາງນີ້ແມ່ນການໄດ້ເຝົ້າສັງເກດການສັດປ່າໃນຕອນກາງຄືນ, ຊອກເບິ່ງສັດປ່າທີ່ໃກ້ຈະສູນພັນໃນຂະນະທີ່ເຮືອຫາງຍາວລ່ອງລອຍຢູ່ເທິງແມ່ນໍ້າເນີນເຊັ່ນ: ກວາງປ່າ, ເກ້ງໝໍ້,ເຫງັນ, ນາກ, ເສືອໄຟ, ແມວດາວ ແລະ ງູເຫຼືອມ. ການເດີນເຮືອຊ່ວງກາງເວັນແບບທວນກະແສນໍ້າກໍ່ຍັງເປີດໂອກາດໃຫ້ສາມາດເບິ່ງນົກທີ່ມີທັງ ນົກກະ
ເຕັນ ເຮີຄິວລິສ, ນົກແຕ້ວແລ້ວຫູຍາວ, ນົກຫົວຂວານຄໍແດງ ແລະ ອື່ນໆອີກຫຼາກຫຼາຍ.

ທົວຍ່າງປ່າແບບອະນຸລັກຮັກສາສັດປ່າ

ການທ່ອງທ່ຽວແບບຍ່າງປ່າ ແມ່ນຈະໃຊ້ເວລາຕັ້ງແຕ່ສອງຫາຫ້າມື້ ແລະ ຈະມອບໂອກາດພິເສດໃຫ້ນັກທ່ອງທ່ຽວໄດ້ສໍາພັດກັບຄວາມຮູ້ສຶກຄືກັບກໍາລັງເປັນນັກຊີວະວິທະຍາພາກສະໜາມໃນເວລາທີ່ລົງຕິດຕາມ ແລະ ຄົ້ນຫາສັດປ່າຕາມເສັ້ນທາງ. ມາຮ່ວມວິເຄາະຮອຍຕີນ, ຮອຍເລັບ, ມູນສັດ ແລະ ເບິ່ງຮູບພາບທີ່ດັກຖ່າຍສັດປ່າໄວ້ຕາມເສັ້ນທາງໃນແຕ່ລະຈຸດ ໄປກັບຜູ້ນໍາທ່ຽວ ອຸທິຍານ ແລະ ນັກເຝົ້າສັງເກດການສັດປ່າປະຈໍາໝູ່ບ້ານ. ທ່ານອາດຈະໄດ້ພົບເຫັນຮ່ອງຮອຍຂອງເສືອດາວ, ໝາໄນ ຫຼື ໝີ ທີ່ໃກ້ຈະສູນພັນ ກໍ່ເປັນໄດ້!

ລອງລໍຖ້າເຝົ້າສັງເກດການ ແລະ ຄົ້ນຫາເບິ່ງວ່າທ່ານຈະພົບເຫັນສັດປ່າບໍ່ຈາກຫໍສັງເກດການ. ມາຕື່ນນອນຈາກການຖືກປຸກໃນຍາມເຊົ້າດ້ວຍສຽງຮ້ອງອັນມ່ວນຊື່ນຂອງທະນີແກ້ມຂາວທີ່ໃກ້ຈະສູນພັນ.

ລອງທ້າທາຍຕົວທ່ານເອງໄປກັບການເລືອກເສັ້ນທາງທີ່ຍາວກວ່າ ແລະ ດົນກວ່າແຜນການເດີນທາງທົ່ວໄປດ້ວຍການຍ່າງປ່າຂຶ້ນໄປຮອດຍອດຂອງພູເລີຍພູທີ່ສູງເລີຍຂຶ້ນໄປເລື້ອຍໆ(ຄວາມສູງ 2257 ມ)  ເຊິງເປັນຈຸດທີ່ສູງທີ່ສຸດຂອງອຸທິຍານແຫ່ງຊາດແຫ່ງນີ້ ແລະ ເປັນຍອດພູທີ່ສູງທີ່ສຸດເປັນອັນດັບ 3 ໃນລາວ!

ແຜນທ່ອງທ່ຽວສໍາລັບການພັກຜ່ອນທ້າຍອາທິດ

4ມື້/3ຄືນ: ນະຄອນຫຼວງວຽງຈັນ – ໂພນສະຫວັນ – ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ – ນະຄອນຫຼວງວຽງຈັນ

ມື້ທີ 1: ບິນຈາກນະຄອນຫຼວງວຽງຈັນ ໄປທີ່ເມືອງ ໂພນສະຫວັນ, ທ່ຽວຊົມທົ່ງໄຫຫີນ.

ມື້ທີ 2: ອອກເດີນທາງແຕ່ເຊົ້າໄປທີ່ໝູ່ບ້ານຊາຟາຣີ ນໍ້າເນີນ. 11:00 AM ເລີ່ມການທ່ຽວຊົມສັດປ່າແບບຊາຟາຣີຕາມລ່ອງແມ່ນໍ້າເນີນ.

ມື້ທີ 3: ສິ້ນສຸດການທ່ຽວຊົມແບບຊາຟາຣີຕາມລ່ອງແມ່ນໍ້າເນີນ. ເດີນທາງໄປທີ່ເມືອງ ຄໍາ ແລະ ຜ່ອນຄາຍທີ່ບໍ່ນໍ້າຮ້ອນ. ຄ້າງຄືນທີ່ເມືອງຄໍາ ຫຼື ເມືອງ ໂພນສະຫວັນ.

ມື້ທີ 4: ບິນຈາກເມືອງ ໂພນສະຫວັນ ກັບຄືນສູ່ ນະຄອນຫຼວງວຽງຈັນ.

5ມື້/4ຄືນ: ນະຄອນຫຼວງວຽງຈັນ – ໂພນສະຫວັນ –
ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ – ຫຼວງພະບາງ  – ນະຄອນຫຼວງວຽງຈັນ

ມື້ທີ 1: ບິນຈາກນະຄອນຫຼວງວຽງຈັນ ໄປທີ່ເມືອງ ໂພນສະຫວັນ, ທ່ຽວຊົມທົ່ງໄຫຫີນ.

ມື້ທີ 2: ອອກເດີນທາງແຕ່ເຊົ້າໄປທີ່ໝູ່ບ້ານຊາຟາຣີ ນໍ້າເນີນ. 11:00 AM ເລີ່ມການທ່ຽວຊົມແບບຊາຟາຣີຕາມລ່ອງແມ່ນໍ້າເນີນ.

ມື້ທີ 3: ສິ້ນສຸດການທ່ຽວຊົມແບບຊາຟາລີຕາມລ່ອງແມ່ນໍ້າເນີນ. ເລີ່ມເດີນທາງໄປ ບ້ານ ໜອງຂຽວ ແຂວງ ຫຼວງພະບາງ. ຢຸດພັກຮັບປະທານອາຫານທ່ຽງທີ່ເມືອງ ຮ້ຽມ ແລະ ທ່ຽວຊົມສູນນັກທ່ອງທ່ຽວຂອງອຸທິຍານແຫ່ງຊາດ ແລະ ບໍ່່ນໍ້າຮ້ອນເມືອງຮ້ຽມ. ຄ້າງຄືນທີ່ບ້ານ ໜອງຂຽວ.

ມື້ທີ 4: ປີນຂຶ້ນໄປຈຸດເບິ່ງຕາເວັນຂຶ້ນ ຮັບປະທານອາຫານເຊົ້າບ້ານ ໜອງຂຽວ ແລ້ວເດີນທາງໄປ ຫຼວງພະບາງ. ພັກຜ່ອນຢ່ອນອາລົມ
ແລະ ຄ້າງຄືນທີ່ ຫຼວງພະບາງ.

ມື້ທີ 5: ບິນຈາກ ຫຼວງພະບາງ ກັບຄືນສູ່ ນະຄອນຫຼວງວຽງຈັນ

 

ຢູ່ໃຊ້ເວລາທ່ຽວຊົມດົນຂຶ້ນ & ສໍາຫຼວດເສັ້ນທາງເມືອງມໍລະດົກ
ໂລກທາງຕາເວັນອອກສຽງເໜືອ!

– ທົວເດີນປ່າທີ່ອຸທິຍານແຫ່ງຊາດ ແລະ ທົດສອບຄວາມທ້າທາຍ
   ໃນການຂຶ້ນໄປຍອດ ພູເລີຍ ທີ່ໃຊ້ເວລາວັນ!

– ສໍາຫຼວດເຂດລຶກລັບທາງວັດທະນະທໍາທີ່ ແຫຼ່ງມໍລະດົກໂລກ ທົ່ງໄຫຫີນ ແລະ ຫີນຕັ້ງ

– ເມືອງຊໍາເໜືອ & ຖໍ້າເມືອງ ວຽງໄຊ

– ພູຜາ ພ້ອມກັບທິວທັດທີ່ສວຍງາມຂອງ ອຸທິຍານແຫ່ງຊາດນໍ້າແອດ- ພູເລີຍ 

– ບໍ່ນໍ້າຮ້ອນທີ່ ເມືອງ ຮ້ຽມ ແລະ ເມືອງ ຄໍາ

ຂໍ້ມູນເພີ່ມເຕີມ 

ຮຽນຮູ້ເພີ່ມເຕີມກ່ຽວກັບ ອຸທິຍານແຫ່ງຊາດນໍ້າແອດ- ພູເລີຍ  ໄດ້ທີ່ namet.org

ຈອງທົວໄດ້ທີ່ເວບໄຊ້ຂອງອຸທິຍານແຫ່ງຊາດ ຫຼື ກັບຕົວແທນໃນທ້ອງຖິ່ນເຊັ່ນ: Discover Laos Today ຫຼື EXO Travel!

• ລ່ອງເຮືອເບິ່ງສັດປ່າຕາມສາຍນໍ້າເນີນ

• ລາຍການຍ່າງປ່າ, ໄຕ້ເບີ່ງສັດປ່າ ແລະ ນອນເຮືອນຮັງນົກ

• ນໍ້າຕົກຕາດ ແລະ ຍ່າງປ່າເຮືອນຮັງນົກ

• ຄວາມທ້າທາຍໃນປ່ານໍ້າໝອກ ( ບໍ່ລວມເຮືອນຮັງນົກ )

• ຍ່າງປ່າພູເຂົາທະເລໝອກ

• ຄວາມທ້າທາຍໃນປ່ານໍ້າໝອກ ( ບໍ່ລວມໂຮມສະເຕ )

• ຄວາມທ້າທາຍໃນປ່ານໍ້າໝອກ ( ບໍ່ລວມເຮືອນຮັງນົກ ແລະ ບໍ່ລວມໂຮມສະເຕ )

ວິທີການເດີນທາງ 

ການບິນລາວມີຖ້ຽວບິນໄປທີ່ແຂວງ ຊຽງຂວາງ ແລະ ແຂວງ ຫຼວງພະບາງ ຈາກນະຄອນຫຼວງວຽງຈັນ. ສຳນັກງານໃຫຍ່ອຸທິຍານແຫ່ງ
ຊາດ ນໍ້າແອດ – ພູເລີຍ ຕັ້ງຢູ່ ເມືອງ ຮ້ຽມ, ເຊິ່ງສາມາດນັ່ງລົດ ອອກຈາກແຂວງຊຽງຂວາງໄປທາງເໜືອ 200 ກິໂລແມັດ.

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ 

ຮູບໂດຍ NEPL/WCSລາວ/ ໝູ່ເພື່ອນ NEPL & ນັກທ່ອງທ່ຽວ

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.