DiscoverLaos.Today ຮ່ວມມືກັບບໍລິສັດປະກັນໄພ Luma ASEAN Pass ປະກັນໄພສຳລັບທ່ອງທ່ຽວ-ໂຄວິດ ຄຸ້ມຄອງຕັ້ງແຕ່ 10,000ໂດລາຫາ 100,000ໂດລາ ສໍາລັບ 10ປະເທດອາຊຽນໃນບັດດຽວ.
DiscoverLaos.Today ຮ່ວມມືກັບບໍລິສັດປະກັນໄພ Luma ASEAN Pass ປະກັນໄພສຳລັບທ່ອງທ່ຽວ-ໂຄວິດ ຄຸ້ມຄອງຕັ້ງແຕ່ 10,000ໂດລາຫາ 100,000ໂດລາ ສໍາລັບ 10ປະເທດອາຊຽນໃນບັດດຽວ.

ໂພສ

DiscoverLaos.Today ຮ່ວມມືກັບບໍລິສັດປະກັນໄພ Luma ASEAN Pass ປະກັນໄພສຳລັບທ່ອງທ່ຽວ-ໂຄວິດ ຄຸ້ມຄອງຕັ້ງແຕ່ 10,000ໂດລາຫາ 100,000ໂດລາ ສໍາລັບ 10ປະເທດອາຊຽນໃນບັດດຽວ.

 

ການລະບາດຂອງພະຍາດໂຄວິດ-19 ໃນປີ 2020 ໄດ້ປ່ຽນແປງຫຼາຍດ້ານຂອງການເດີນທາງທ່ອງທ່ຽວ ແລະ ໜຶ່ງໃນນັ້ນກໍແມ່ນປະກັນໄພ, ຫຼາຍປະເທດທີ່ໄດ້ປິດປະເທດໄປ ກໍໄດ້ເລີ່ມເປີດປະເທດອີກຄັ້ງເພື່ອຕ້ອນຮັບນັກທ່ອງທ່ຽວ. ປະກັນໄພການເດີນທາງ ແລະ ປະກັນໄພໂຄວິດ ຈຶ່ງເປັນສິ່ງທີ່ສຳຄັນຫຼາຍ ແລະ ມີຄວາມຕ້ອງການສູງໃນປະຈຸບັນບໍ່ວ່າຈະເດີນທາງໄປໃສ. ດ້ວຍເຫດນັ້ນ, ເພື່ອຊ່ວຍໃຫ້ນັກທ່ອງທ່ຽວທັງຫຼາຍສາມາດເດີນທາງທ່ອງທ່ຽວໄດ້ຢ່າງສະບາຍໃຈ ແລະ ບໍ່ມີຄວາມກັງວົນ, DiscoverLaos.Today ແລະ Luma ASEAN Pass ຈະຊ່ວຍໃຫ້ທ່ານຊອກຫາປະກັນໄພທີ່ເໝາະສົມກັບແຜນການເດີນທາງຂອງທ່ານເອງ.

Luma ASEAN Pass ເປັນປະກັນໄພທີ່ມີຄວາມໜ້າເຊື່ອຖື ແລະ ໄດ້ຮັບຄວາມໄວ້ວາງໃຈຈາກນັກທ່ອງທ່ຽວຈາກຫຼາຍປະເທດ ແລະ ເປັນໜຶ່ງໃນປະກັນໄພທີ່ຫຼາຍຄົນແນະນຳ. Luma ASEAN Pass ເປັນບໍລິການປະກັນໄພການເດີນທາງສໍາລັບນັກທ່ອງທ່ຽວທີ່ເດີນທາງໄປທົ່ວພາກພື້ນອາຊຽນ ແລະ ສິ່ງສຳຄັນເລີຍແມ່ນນັກທ່ອງທ່ຽວສາມາດຊື້ປະກັນໄພ ແລະ ຈ່າຍອອນໄລນ໌ໄດ້ຢ່າງງ່າຍດາຍ, ບໍ່ຈໍາເປັນຕ້ອງອັບໂຫລດເອກະສານ, ແລະ ນັກທ່ອງທ່ຽວຈະໄດ້ຮັບໃບຢັ້ງຢືນອອນໄລນ໌ຜ່ານອີເມວຂອງພວກເຂົາຫຼັງຈາກຈ່າຍເງິນຮຽບຮ້ອຍແລ້ວ.

ປະກັນໄພ Luma ASEAN Pass ໃຫ້ການຄຸ້ມຄອງຄ່າໃຊ້ຈ່າຍທີ່ເກີດຂຶ້ນໃນລະຫວ່າງການເດີນທາງຂອງທ່ານ ບໍ່ວ່າຈະເປັນການເຈັບປ່ວຍ, ການບາດເຈັບ ແລະອຸປະຕິເຫດ, ລວມທັງພະຍາດໂຄວິດ-19. ນັກທ່ອງທ່ຽວໃຊ້ປະກັນໄພ Luma ASEAN Pass ຈະສາມາດເດີນທາງທ່ອງທ່ຽວທົ່ວປະເທດອາຊຽນໄດ້ດ້ວຍຄວາມເຊື່ອໝັ້ນເຕັມທີ່ ເນື່ອງຈາກປະກັນໄພດັ່ງກ່າວໄດ້ອອກແບບມາເພື່ອຕອບສະໜອງຄວາມຕ້ອງການປະກັນໄພພະຍາດໂຄວິດ-19 ສຳລັບຄົນຕ່າງປະເທດທີ່ຕ້ອງການຈະເດີນທາງທ່ອງທ່ຽວພາຍໃນປະເທດອາຊຽນ ໃນໄລຍະການລະບາດຂອງພະຍາດໂຄວິດ-19. 

ປະກັນໄພ Luma ASEAN Pass ມີທາງເລືອກແຜນການເດີນທາງຫຼາຍປະເພດເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງນັກທ່ອງທ່ຽວທີ່ສຸດ, ເລີ່ມຕັ້ງແຕ່ຊັ້ນ Economy class, Premium Economy class, Business class, and First class.

ປະກັນໄພ Luma ASEAN Pass ໃຫ້ການຄອບຄຸມເຖິງ 9 ປະເທດທົ່ວອາຊຽນ ເຊັ່ນ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ຫວຽດນາມ ແລະ ສິງກະໂປ. ຄ່າປິ່ນປົວຄົນເຈັບໃນ ແລະ ຄົນເຈັບນອກ ເລີ່ມຕົ້ນທີ່ 10,000USD ລວມທັງຄ່າປິ່ນປົວພະຍາດໂຄວິດ-19  ແລະ ອຸປະຕິເຫດອື່ນໆ.

ນັກທ່ອງທ່ຽວສາມາດສະໝັກ ແລະ ຊື້ປະກັນໄພໄດ້ຢ່າງງ່າຍດາຍຜ່ານລະບົບອອນໄລນ໌ທັງໝົດ, ບໍ່ຈໍາເປັນຕ້ອງອັບໂຫລດເອກະສານໃດໆ ແລະ ແລະ ນັກທ່ອງທ່ຽວຈະໄດ້ຮັບໃບຢັ້ງຢືນອອນໄລນ໌ຜ່ານອີເມວຂອງພວກເຂົາຫຼັງຈາກຈ່າຍເງິນຮຽບຮ້ອຍແລ້ວ.

ປະໂຫຍດຂອງການເລືອກປະກັນໄພ LUMA ASEAN Pass:

  • ຄອບຄຸມເຖິງ 9 ປະເທດທົ່ວອາຊຽນ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ຫວຽດນາມ ແລະ ສິງກະໂປ.
  • ຄອບຄຸມພະຍາດໂຄວິດ-19
  • ຄ່າປິ່ນປົວຄົນເຈັບໃນ ແລະ ຄົນເຈັບນອກ ເລີ່ມຕົ້ນ 10,000ໂດລາ ລວມທັງຄ່າປິ່ນປົວພະຍາດໂຄວິດ-19 ແລະ ອຸປະຕິເຫດອື່ນໆ.
  • ຄຸ້ມຄອງສູງສຸດເຖິງ 100,000ໂດລາ
  • ມີິໃບຢັ້ງຢືນການປະກັນໄພພະຍາດໂຄວິດ-19
  • ປະກັນໄພມີໃຫ້ເລືອກເລີ່ມຕັ້ງແຕ່ໄລຍະເວລາ 1 ອາທິດຫາ 6 ເດືອນ
  • ປະກັນໄພລາຄາເລີ່ມຕົ້ນຈາກ 55ໂດລາ
  • ສະດວກສະບາຍ ສາມາຊື້ປະກັນໄພທາງອອນໄລນ໌ ແລະ ຮັບໃບຢັ້ງຢືນຜ່ານທາງອີເມລ໌ໄດ້ເລີຍ
  • ການຄຸ້ມຄອງຈະເລີ່ມຕົ້ນທັນທີເມື່ອນັກທ່ອງທ່ຽວເດີນທາງຮອດປະເທດນັ້ນໆ

ຂໍ້ກຳນົດ ແລະເງື່ອນໄຂ:

  • ໄລຍະເວລາສູງສຸດຂອງການປະກັນໄພສໍາລັບນະໂຍບາຍນີ້ແມ່ນ 180 ວັນຕາມປະຕິທິນຕິດຕໍ່ກັນ.
  • ຜູ້ສະຫມັກຕ້ອງມີອາຍຸຢ່າງຫນ້ອຍ 4 ອາທິດແລະຕ່ຳກວ່າ 75 ປີ.
  • ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 7 ປີຈະຕ້ອງໄປພ້ອມກັບຜູ້ໃຫຍ່ທີ່ເປັນຜູ້ປະກັນໄພພາຍໃຕ້ນະໂຍບາຍດຽວກັນ.
  • ນະໂຍບາຍນີ້ແມ່ນບໍ່ສາມາດຍົກເລີກໄດ້ໂດຍບໍລິສັດ ຫຼື ໂດຍຜູ້ຖືນະໂຍບາຍ ຍົກເວັ້ນໃນກໍລະນີທີ່ບໍລິສັດບໍ່ໄດ້ຮັບຄ່າປະກັນໄພ ແລະ ບໍ່ມີການສົ່ງເງິນຄືນໃຫ້ເມື່ອນະໂຍບາຍນີ້ຖືກອອກ.
  • ບໍ່ມີການເອີ້ນເກັບເງິນໂດຍກົງກ່ຽວກັບຄ່າປິ່ນປົວທີ່ສະໜອງໃຫ້ພາຍໃຕ້ນະໂຍບາຍນີ້ ເວັ້ນເສຍແຕ່ວ່າຄ່າໃຊ້ຈ່າຍຄາດວ່າຈະເກີນ 1,000ໂດລາ (23,000,000 ດົ່ງ) ແລະ ການຈັດການແມ່ນປະສານງານໂດຍບໍລິສັດ ຫຼື ບໍລິສັດຊ່ວຍເຫຼືອຂອງຕົນ.
  • ນະໂຍບາຍນີ້ບໍ່ກວມເອົາເງື່ອນໄຂທີ່ມີຢູ່ແລ້ວ, ການຍົກເວັ້ນທົ່ວໄປ ຫຼື ຄ່າໃຊ້ຈ່າຍທາງການແພດທີ່ລະບຸໄວ້ໃນຄໍາສັບນະໂຍບາຍ.
  • ເຂດຄຸ້ມຄອງຂອງປະກັນໄພ Luma ASEAN Pass ລວມມີ: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ຫວຽດນາມ ແລະ ສິງກະໂປ. ທ່ານຈະໄດ້ຮັບການຄຸ້ມຄອງໃນລະຫວ່າງໄລຍະເວລານະໂຍບາຍປະກັນໄພຂອງທ່ານສໍາລັບການເດີນທາງພາກພື້ນ ຫຼື ຫຼາຍປະເທດພາຍໃນປະເທດລວມຢູ່ໃນເຂດຂອງການຄຸ້ມຄອງ.
  • ນະໂຍບາຍນີ້ໃຊ້ໄດ້ສະເພາະກັບການເດີນທາງພັກຜ່ອນ ຫຼື ການເດີນທາງທຸລະກິດເທົ່ານັ້ນ (ຈໍາກັດສະເພາະກັບວຽກບໍລິຫານ ແລະ ວຽກງານທີ່ບໍ່ແມ່ນຄູ່ມືເທົ່ານັ້ນ) ແລະ ບໍ່ກວມເອົາການເດີນທາງໄປປະເທດໃດນຶ່ງໃນຂອບເຂດການຄຸ້ມຄອງເພື່ອຊອກຫາການປິ່ນປົວທາງການແພດ.
  • ໃນກໍລະນີທີ່ປະເທດຕົ້ນກຳເນີດຂອງຜູ້ປະກັນໄພເປັນປະເທດໜຶ່ງຢູ່ໃນເຂດທີ່ມີສິດໄດ້ຮັບການຄຸ້ມຄອງ, ນະໂຍບາຍບໍ່ໄດ້ກວມເອົາການສູນເສຍ ຫຼື ຄ່າໃຊ້ຈ່າຍໃດໆທີ່ເກີດຂຶ້ນຈາກປະເທດຕົ້ນກຳເນີດຂອງຜູ້ປະກັນໄພ.

ແຜນການເດີນທາງທ່ອງທ່ຽວທີ່ຄິດວ່າວາງແຜນດີທີ່ສຸດແລ້ວ ກໍສາມາດໄດ້ຮັບຜົນກະທົບຈາກສິ່ງທີ່ບໍ່ຄາດຄິດໄດ້. ບໍ່ວ່າທ່ານຈະວາງແຜນເດີນທາງເພື່ອທຸລະກິດ ຫຼື ທ່ອງທ່ຽວທົ່ວໄປ, ການມີປະກັນໄພເປັນສິ່ງຈຳເປັນຫຼາຍເພາະມັນສາມາດປົກປ້ອງທ່ານຈາກເຫດການທີ່ຄາດບໍ່ເຖິງ ແລະ ອຸບັດຕິເຫດທີ່ອາດຈະເກີດຂຶ້ນໄດ້ທຸກເວລາ ເລີຍເຮັດໃຫ້ຕ້ອງກຽມພ້ອມສະເໝີ.

ທ່ານສາມາດເລືອກຊື້ແຜນການເດີນທາງໄດ້ຜ່ານທາງອອນໄລນ໌ດ້ວຍບັດເຄຣດິດແລະ ຮັບໃບຢັ້ງຢືນອອນໄລນ໌ຜ່ານອີເມວຂອງທ່ານໄດ້ເລີຍ, ເຊິ່ງທ່ານສາມາດໃຊ້ໃບຢັ້ງຢືນນີ້ໃນການປະກອບເອກະສານຍື່ນຂໍວີຊາໄດ້.

➡ສະໝັກປະກັນໄພກັບ Luma ASEAN Pass ໄດ້ຢ່າງໄວວາ ແລະ ງ່າຍດາຍ ກົດທີ່ນີ້ເລີຍ>>

ຕິດຕໍ່ພວກເຮົາເພື່ອສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: +8562095285811 (Whatsapp)

 

 
POSTED BY

Benny Kong

A firm believer that Laos has much to offer in terms of Tourism to the world. Benny is the Programme Director and runs business development and strategic planning for Discover Laos Today. Find out more about us at https://www.discoverlaos.today/page/about-us