ຕາດຕາຍິກເສືອ, ແຂວງຈຳປາສັກ
ຕາດຕາຍິກເສືອ, ແຂວງຈຳປາສັກ
ຄົ້ນຫາສະຖານທີ່ລຶກລັບໃນປະເທດລາວ

ໂພສ

ຄົ້ນຫາສະຖານທີ່ລຶກລັບໃນປະເທດລາວ

 

ພູຄູນ

ແຂວງຫຼວງພະບາງ

ຖືເປັນເສັ້ນທາງແຍກເຊື່ອມຕໍ່ທີ່ສຳຄັນລະຫວ່າງແຂວງຫຼວງພະບາງ, ວຽງຈັນ ແລະ ຊຽງຂວາງ, ພູຄູນ ໄດ້ກາຍມາເປັນສະຖານທີ່ທ່ອງທ່ຽວໃນຕົວຂອງມັນເອງ.ໃນຊ່ວງເດືອນທີ່ມີອາກາດໜາວ, ສວນໝາກສະຕໍເບີຣີ້ໃນທ້ອງຖິ່ນຈະມອບໂອກາດທີ່ສົມບູນແບບແກ່ການຕັ້ງແຄ້ມກໍ່ກອງໄຟ. ຢ່າລືມຕື່ນຂື້ນມາໃຫ້ທັນເວລາທີ່ຈະເບິ່ງທະເລກໝອກໃນຮ່ອມພູທີ່ຢູ່ດ້ານລຸ່ມເດີ!

 

ອ່າງນໍ້າງື່ມ

ແຂວງວຽງຈັນ

ແຕ່ກ່ອນບ່ອນນີ້ເຄີຍເປັນພູ ແຕ່ຫຼັງຈາກທີ່ສ້າງອ່າງນ້ຳແລ້ວ,ບ່ອນທີ່ເຄີຍເປັນຈອມພູກໍໄດ້ກາຍເປັນເກາະ. ມີຣີສອດຫຼາຍແຫ່ງທີ່ມີບໍລິການເຊົ່າເຮືອກາຢັກ ແລະ ເຮືອສຳລານ, ຂີ່ໄປຊົມເບິ່ງເກາະດັ່ງກ່າວ ເຊິ່ງຄົນທ້ອງຖິ່ນແຖວນັ້ນມັກຕຶກປາຫາອາຫານ. ແຫຼ່ງທ່ອງທ່ຽວນີ້ເໝາະກັບກຸ່ມໝູ່ຄູ່ ຫຼື ຄອບຄົວທີ່ຢາກຊົມທຳມະຊາດງາມໆ.

 

ທ່າລັງ

ແຂວງ ຄຳມ່ວນ

ທ່າລັງ ແມ່ນຈຸດເລີ່ມຕົ້ນທີ່ດີເລີດໃນການຄົ້ນຫາຄວາມມະຫັດສະຈັນທາງທຳມະຊາດຂອງປ່າສະຫງວນແຫ່ງຊາດນາກາຍ-ນໍ້າເທີນ. ການຕັ້ງແຄ້ມ, ພາຍເຮືອຄາຍັກ ແລະ ເຮືອນພັກທີ່ມີໄວ້ໃຫ້ບໍລິການຈະຊ່ວຍໃຫ້ທ່ານໄດ້ຄົ້ນພົບພື້ນທີ່ເຊື່ອງຊ້ອນແຫ່ງນີ້ຂອງປະເທດລາວ.

 

ບຸນກອງເຂົ້າ

ແຂວງ ໄຊຍະບູລີ

ພາຍຫລັງລະດູການເກັບກ່ຽວ, ປະຊາຊົນລາວກໍ່ມັກຈະພາກັນເຮັດບຸນຕາມປະເພນີໃຫ້ແກ່ເທວະດາເຂົ້າ ເພື່ອວ່າເຮົາຈະໄດ້ມີເຂົ້າໄວ້ເກັບກ່ຽວໃນປີຕໍ່ໄປ. ບຸນກອງເຂົ້າ ຍັງຄົງເປັນບຸນປະເພນີທີ່ມີຄວາມສໍາຄັນຕໍ່ປະຊາຊົນໃນແຂວງ ໄຊຍະບູລີຫຼາຍ ແລະ ຍັງເປັນບຸນປະເພນີທີ່ໃຫຍ່ໂຕມະໂຫລານປະຈໍາ ເມືອງ ພຽງ, ແຂວງໄຊຍະບູລີ.

 

ວັດບ້ານລ້ຳຈັນ

ແຂວງສະຫວັນນະເຂດ

ວັດບ້ານລ້ຳຈັັນແມ່ນໜຶ່ງໃນວັດຂອງເເຂວງສະຫວັນນະເຂດທີ່ມີຄວາມໜ້າສົນໃຈ ຍ້ອນຫໍໄຕຣປີດົກທີ່ໄດ້ຖືກສະຫງວນຮັກສາໄວ້, ຫຼື ຫໍສະໝຸດທີ່ມີໄວ້ສຳລັບເກັບໜັງສືຄຳພີ. ໂຄງສ້າງເຮັດຈາກໄມ້ຂະໜາດໃຫຍ່ ມີເສົາຄ້ຳ ເຊິ່ງຕັ້ງຢູ່ໃນໜອງນ້ຳ. ການສ້າງແບບນີ້ແມ່ນເພື່ອປ້ອງກັນໜັງສືທີ່ເຮັດດ້ວຍໃບລານ ຈາກແມງໄມ້. ຫໍສະໝຸດລັກສະນະແບບນີ້ເຄີຍມີທົ່ວໄປໃນເຂດພື້ນທີ່ດັ່ງກ່າວ ເເຕ່ຍ້ອນສົງຄາມ ແລະ ຄວາມບໍ່ໄດ້ເອົາໃຈໃສ່ ຫໍສະໝຸດຫຼາຍໆແຫ່ງຈຶ່ງໄດ້ສູນຫາຍໄປ.

 

ບໍ່ນໍ້າຮ້ອນໃຫຍ່

ແຂວງ ຊຽງຂວາງ

ບໍ່ນໍາຮ້ອນແຫ່ງນີ້ ເປັນບໍ່ນໍ້າຮ້ອນທີ່ເກີດຂຶ້ນເອງໂດຍທຳມະຊາດ, ເຊິ່ງບໍ່ນໍ້າຮ້ອນແຫ່ງນີ້ແມ່ນຖືໄດ້ວ່າມີອຸນຫະພູມຮ້ອນເກີນໄປທີ່ຈະລົງໄປອາບໄດ້ໂດຍກົງ, ນໍ້າຮ້ອນຈະຖືກດຶງເຂົ້າໄປໃສ່ອ່າງໃກ້ຄຽງແທນ ເພື່ອບັນເທົາຄວາມຮ້ອນລົງ ແລະ ໃຫ້ທ່ານໄດ້ລົງແຊ່ຫຼີ້ນໄດ້. ທ່ານຈະ
ຮູ້ສຶກຜ່ອນຄາຍ ແລະ ໄດ້ຮັບຄວາມຮູ້ສຶກທີ່ດີຫຼາຍ ໂດຍສະເພາະຖ້າແຊ່ໃນຍາມໜາວ!

 

ພູຫົວຊ້າງ

ແຂວງ ໄຊສົມບູນ

ພູທີ່ມີພື້ນທີ່ສີຂຽວສຸດລູກຫູລູກຕາອັນກວ້າງໃຫຍ່ ຖືກອ້ອມຮອບດ້ວຍທ້ອງຟ້າສີຄາມແຫ່ງນີ້, ຖືໄດ້ວ່າເປັນຈຸດທີ່ດຶງດູດບັນດານັກຫລິ້ນ ອິນສຕາແກຣມ ທັງຫລາຍໄດ້ເປັນຢ່າງດີ. ດ້ວຍຄວາມສູງ ແລະ ບັນຍາກາດທີ່ເຢັນສະບາຍ, ສະຖານທີ່ແຫ່ງນີ້ຍັງໄດ້ກາຍມາເປັນຈຸດສົນໃຈຂອງຜູ້ອາໄສຢູ່ພາຍໃນຕົວເມືອງທີ່ຄິດຢາກຈະໄປຜ່ອນຄາຍກັບຄວາມສວຍງາມທີ່ແປກໃໝ່.

 

ຕາດຕາຍິກເສືອ

ແຂວງຈຳປາສັກ

ນໍ້າຕົກຕາດແຫ່ງນີ້ໄດ້ຮັບຄວາມສົນໃຈນັບມື້ນັບເພີ່ມຂື້ນຈາກໂລກອອນລາຍ, ຕາດຕາຍິກເສືອ ຕັ້ງຢູ່ປະມານ 44 ກິໂລແມັດຈາກປາກຊ່ອງ ແລະ ປະກອບດ້ວຍນໍ້າຕົກນ້ອຍ 7 ແຫ່ງທີ່ສາມາດເຂົ້າເຖິງໄດ້ໂດຍການເດີນປ່າ. ສະຖານທີ່ນີ້ຍັງມີບ້ານພັກ ແລະ ຮ້ານອາຫານເພື່ອອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ.

 

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.