ການຜະຈົນໄພທີ່ຖະໜົນເມືອງທ່າແຂກ
ການຜະຈົນໄພທີ່ຖະໜົນເມືອງທ່າແຂກ

ໂພສ

ການຜະຈົນໄພທີ່ຖະໜົນເມືອງທ່າແຂກ

 

ປະເທດລາວເຕັມໄປດ້ວຍການຜະຈົນໄພທີ່ລໍຖ້າໃຫ້ນັກທ່ອງທ່ຽວທັງຫຼາຍມາສຳຫຼວດ. ໜຶ່ງໃນການຜະຈົນໄພທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດແມ່ນການຜະຈົນໄພທີ່ເມືອງທ່າແຂກ (ວົງຈອນເມືອງທ່າແຂກ) ແຂວງຄຳມ່ວນ, ເຊິ່ງຈະພານັກທ່ອງທ່ຽວເລີ່ມຕົ້ນການຜະຈົນໄພຜ່ານທົ່ງນາເຂົ້າ, ແມ່ນ້ຳ, ພູເຂົາ ແລະ ພູຫີນປູນ. ມາເບິ່ງຄຳແນະນຳຂອງພວກເຮົາກ່ຽວກັບການເດີນທາງໃນເສັ້ນທາງທີ່ຄົນລາວນິຍົມທີ່ສຸດ ແລະ ກຽມພ້ອມອອກເດີນທາງເລີຍ. 

ວົງຈອນເມືອງທ່າແຂກ. ຮູບພາບຈາກ  by Laos Loop

 

ຈຸດເລີ່ມຕົ້ນ

ຄົນສ່ວນໃຫຍ່ຈະເລີ່ມຕົ້ນ ແລະ ສິ້ນສຸດການເດີນທາງໃນເມືອງຫຼວງຂອງແຂວງ ຄຳມ່ວນ, ເມືອງທ່າແຂກ, ເຊິ່ງເປັນທີ່ມາຂອງຊື່ ‘ວົງຈອນເມືອງທ່າແຂກ’. ໃນສະຖານທີ່ໃກ້ຄຽງມີເຮືອນພັກ ແລະ ໂຮງແຮມຫຼາຍແຫ່ງທີ່ລາຄາບໍ່ແພງ ແລະ ບໍ່ເກີນງົບນັກທ່ອງທ່ຽວຢ່າງແນ່ນອນ. ທ່ານອາດຈະຕ້ອງການໃຊ້ເວລາຢ່າງ ໜ້ອຍໜຶ່ງຄືນໃນເມືອງທ່າແຂກ ເພື່ອທີ່ທ່ານຈະໄດ້ເຕີມພະລັງງານ ແລະ ສາມາດເລີ່ມຕົ້ນການເດີນທາງຢ່າງສົດຊື່ນໄດ້ໃນມື້ຕໍ່ມາ. ໃນບໍລິເວນໃກ້ຄຽງມີຮ້ານອາຫານຫຼາຍຮ້ານໃຫ້ທ່ານໄດ້ເລືອກ ແລະ ມີຮ້ານບາຣ໌ປະມານ 2-3ຮ້ານໃຫ້ທ່ານສາມາດນັ່ງຊິວແຄມແມ່ນ້ຳຂອງໄດ້.  

ນອກຈາກນີ້ ຍັງມີຮ້ານໃຫ້ເຊົ່າລົດຫຼາຍຮ້ານທີ່ມີຄຸນນະພາບ ແລະ ລາຄາທີ່ແຕກຕ່າງກັນໄປ. ວິທີທີ່ດີທີ່ສຸດທີ່ທ່ານຈະໄດ້ສະໜຸກສະໜານກັບການເດີນທາງທີ່ເມືອງທ່າແຂກແມ່ນການເຊົ່າລົດສະກຸດເຕີ ແລະ ລົດຈັກເພາະມັນຈະສາມາດເຂົ້າແຍກ/ຮ່ອມທາງຕ່າງໆໄດ້ງ່າຍ ແຕ່ລາຄາກໍຈະແພງທີ່ສຸດເຊັ່ນກັນ. ນອກຈາກຮ້ານເຊົ່າແລ້ວ, ເຮືອນພັກໂຮງແຮມໃຫຍ່ໆ ກໍໃຫ້ບໍລິການເຊົ່າລົດສະກຸດເຕີເຊັ່ນກັນ ແຕ່ລົດຈັກບາງຄັນອາດຈະບໍ່ໄດ້ຢູ່ໃນສະພາບດີປານໃດ. ແນະນຳໃຫ້ກວດລົດຈັກຂອງທ່ານກ່ອນອອກເດີນທາງທຸກຄັ້ງ ແລະ ກວດເບິ່ງໃຫ້ແນ່ໃຈວ່າມັນຈະສາມາດອຳນວຍຄວາມສະດວກໃຫ້ທ່ານໄດ້ຕັ້ງແຕ່ເລີ່ມຕົ້ນ ຈົນສິ້ນສຸດການເດີນທາງ. ກວດເບິ່ງຄຳແນະນຳໃນການຂີ່ລົດຈັກໃນປະເທດລາວເພື່ອເບິ່ງພາບລວມກ່ຽວກັບການຂີ່ລົດໃນປະເທດລາວຢ່າງໃດໃຫ້ປອດໄພທີ່ສຸດ.

 

ເລີ່ມການເດີນທາງຈາກທ່າແຂກ ສູ່ ທ່າລັ່ງ

ຄົນສ່ວນໃຫຍ່ຈະຂີ່ລົດກົງກັນກັບເຂັມໂມງ (ຂີ່ທວນເຂັມໂມງ) ອ້ອມເມືອງທ່າແຂກ, ສະນັ້ນ ຄຳແນະນຳນີ້ຈະເປັນໄປຕາມທິດທາງນັ້ນ. ຈຸດທຳອິດແມ່ນຈະມຸ່ງໜ້າອອກຈາກເມືອງທ່າແຂກ ແລະ ເດີນທາງໄປທາງທິດຕາເວັນອອກຕາມເສັ້ນທາງເລກທີ 12. ທ່ານຈະໄດ້ເລີ່ມຂີ່ລົດອອກຈາກເມືອງເລື່ອຍໆ ຈົນໄປຮອດພື້ນທີ່ແຖວຊົນນະບົດໃນເສັ້ນທາງເລກທີ 12. ສະຖານທີ່ນີ້ມັກຖືກເອີ້ນວ່າ 'Cave Alley' ເນື່ອງຈາກວ່າມີຖ້ຳຈຳນວນຫຼາຍທີ່ທ່ານສາມາດເຂົ້າໄປສຳຫຼວດ ແລະ ທ່ຽວຊົມໄດ້ທ່າມກາງຫີນປູນທີ່ຢູ່ອ້ອມຂ້າງ. ທ່ານຈະໄດ້ສືບຕໍ່ເດີນທາງໄປຕາມເສັ້ນທາງເລກທີ 12 ຈົນໄປຮອດເສັ້ນທາງຂ້າມຄອງຂະໜາດໃຫຍ່. ຫຼັງຈາກຂ້າມຄອງແລ້ວ ທ່ານຈະໄດ້ສືບຕໍ່ຂີ່ລົດໄປຕາມທາງເລື່ອຍໆ ຜ່ານ 4ແຍກ ແລະ ຂີ່ໄປທີ່ເສັ້ນທາງ 1E. ທ່ານຈະໄດ້ສືບຕໍ່ຂີ່ໄປຕາມເສັ້ນທາງສາຍນີ້ເລື່ອຍໆ ໂດຍສ່ວນໃຫຍ່ຈະຂີ່ຂະໜານກັບຄອງໃຫຍ່. ທ່ານຈະໄດ້ຂ້າມຄອງອີກຄັ້ງໜຶ່ງ ກ່ອນທີ່ເສັ້ນທາງຈະລຽບໄປຕາມແຄມອ່າງເກັບນ້ຳທີ່ໄຫຼລົງສູ່ຄອງ. ເມື່ອຂີ່ໄປຕາມເສັ້ນທາງ ທາງຂວາມືທ່ານຈະເຫັນສູນຂໍ້ມູນກ່ຽວກັບສະຖານີພະລັງງານໄຟຟ້ານໍ້າເທີນ 2, ເຊິ່ງເປັນສະຖານທີ່ທີ່ເໝາະສຳລັບພັກຜ່ອນໄລຍະສັ້ນໆ ແລະ ຮຽນຮູ້ກ່ຽວກັບເຂດຊົນນະບົດທີ່ທ່ານກຳລັງຈະຂີ່ລົດຜ່ານ.

Nam Theun 2 Power Station Information Centre. ຮູບພາບຈາກ hobomaps

ຫລັງຈາກອອກຈາກສູນຂໍ້ມູນແລ້ວ ທ່ານຈະເລີ່ມປີນຂຶ້ນໄປເທິງພູທີ່ມີຄວາມສູງຊັນ, ແລະ ເສັ້ນທາງທີ່ຄົດໂຄ້ງໄປມາ ຈົນມາຮອດຈຸດສູງສຸດຂອງພູເຂົາ ແລະ ມາຮອດເມືອງນາກາຍ. ທີ່ນີ້ທ່ານຈະໄດ້ພົບກັບຮ້ານອາຫານ ແລະ ເຮືອນພັກໂຮງແຮມຫຼາຍແຫ່ງ, ແຕ່ສະຖານທີ່ແຫ່ງນີ້ກໍບໍ່ແມ່ນເມືອງທີ່ໜ້າຕື່ນເຕັ້ນທີ່ສຸດ ແລະ ຄົນສ່ວນໃຫຍ່ກໍມັກຈະມຸ່ງໜ້າສູ່ເມືອງຕໍ່ໄປທັນທີ. ທ່ານຈະໄດ້ສືບຕໍ່ເດີນທາງໄປຕາມເສັ້ນທາງ 1E ອອກຈາກເຂດຕົວເມືອງໄປທາງທິດຕາເວັນຕົກສ່ຽງເໜືອ. ເສັ້ນທາງຈະຄ່ອຍໆໂຄ້ງລຽບລົງຕາມແຄມຂອງເສັ້ນທາງຍ່າງ ເຮັດໃຫ້ທ່ານສາມາດເບິ່ງເຫັນອ່າງເກັບນ້ຳຢູ່ທາງເບື້ອງຂວາມືຂອງທ່ານ. ທ່ານຈະໄດ້ສືບຕໍ່ເດີນທາງຕໍ່ໄປເພື່ອໄປສູ່ເສັ້ນທາງ Orchid ເພື່ອໄປຫາຈຸດຊົມວິວ. ທີ່ນີ້ທ່ານສາມາດຈອດລົດໄວ້ໄດ້ ແລະ ສາມາດຍ່າງໄປຕາມເສັ້ນທາງທີ່ຄົດໂຄ້ງ ເພື່ອໄປຫາຈຸດຊົມວິວທີ່ສາມາດເບິ່ງເຫັນວິວອ່າງເກັບນ້ຳໄດ້ໃນມຸມກວ້າງ. ນີ້ແມ່ນອີກໜຶ່ງສະຖານທີ່ທີ່ເໝາະສຳລັບການພັກຜ່ອນ ແລະ ແວ່ຖ່າຍຮູບກ່ອນຈະເດີນທາງຕໍ່. ໃນຂະນະທີ່ທ່ານຍ່າງໄປຕາມເສັ້ນທາງທີ່ຄົດໂຄ້ງເພື່ອໄປຫາຈຸດຊົມວິວນັ້ນ ຖ້າທ່ານໄປຖືກຕາມລະດູ ຫຼື ຊ່ວງເວລາທ່ານອາດຈະໄດ້ເຫັນດອກກ້ວຍໄມ້ທຳມະຊາດທີ່ຂຶ້ນຢູ່ລຽບຕາມເສັ້ນທາງ. 

Nam Theun Reservoir

ຈາກເສັ້ນທາງ Orchid ສືບຕໍ່ມຸ່ງໜ້າໄປທາງທິດຕາເວັນຕົກສ່ຽງເໜືອຕາມເສັ້ນທາງ 1E. ເສັ້ນທາງທີ່ຄົດໂຄ້ງໄປມາຕາມເທິງເສັ້ນທາງທີ່ສູງຊັນ ໂດຍທ່ານຈະໄດ້ຍ່າງຜ່ານພື້ນທີ່ເຂດຊົນນະບົດທີ່ບໍ່ມີຜູ້ຄົນອາໄສຢູ່ ກ່ອນທີ່ທ່ານຈະເດີນທາງໄປຮອດເມືອງນ້ອຍທ່າລາດ.

ເມື່ອທ່ານມາຮອດສະຖານທີ່ນີ້ ທ່ານຈະໄດ້ພົບກັບເຮືອນພັກສອງຫຼັງ ທີ່ໃຫ້ບໍລິການທີ່ພັກແບບບັງກາໂລແບບລຽບງ່າຍ ແລະ ສະອາດ, ນອກຈາກນັ້ນຍັງມີຮ້ານອາຫານຢູ່ແຄມນ້ຳອີກດ້ວຍ. ໃນຊ່ວງທີ່ມີຄົນເດີນທາງທ່ອງທ່ຽວຫຼາຍ ເຮືອນພັກເຫຼົ່ານີ້ຈະເຕັມໄວທີ່ສຸດ, ດັ່ງນັ້ນແນະນຳໃຫ້ຈອງລ່ວງໜ້າ. 

Phosy Thalang Guesthouse. Photo from https://solotravellerontour.com/

ທ່າລັ່ງ

ເມືອງນ້ອຍໆແຫ່ງນີ້ ບໍ່ແມ່ນເມືອງທີ່ໜ້າຕື່ນເຕັ້ນທີ່ສຸດໃນປະເທດລາວ, ແຕ່ມັນເປັນປະຕູສູ່ປ່າສະຫງວນແຫ່ງຊາດນາກາຍ-ນ້ຳເທີນ ເຊິ່ງເປັນໜຶ່ງໃນສາມສວນສາທາລະນະແຫ່ງຊາດໃນລາວ. ຈາກຮ້ານອາຫານ Phosy ທີ່ຕັ້ງຢູ່ແຄມນ້ຳ, ນັກທ່ອງທ່ຽວສາມາດຫຼິ້ນກິດຈະກຳພາຍເຮືອຄາຍັກ ຫຼື ຈັດກິດຈະກຳຕ່າງໆໃນສວນສາທາລະນະແຫ່ງຊາດໄດ້. ເຂື່ອນນ້ຳເທີນຂະໜາດໃຫຍ່ໄດ້ຖ້ວມບໍລິເວນນີ້ ເຮັດໃຫ້ມີປ່າໄມ້ຈົມຢູ່ໃຕ້ນ້ຳ ແລະ ເຮັດໃຫ້ທ່ານສາມາດເຫັນພາບອັນໜ້າຕື່ນຕາຕື່ນໃຈນີ້ໄດ້. ນອກຈາກນີ້ ສະຖານທີ່ແຫ່ງນີ້ຍັງໄດ້ຈຳກັດການເຂົ້າເຖິງຕົ້ນນ້ຳຂອງແມ່ນ້ຳຊອດ. ຫຼັງຈາກນັ້ນ ທ່ານຈະໄດ້ສືບຕໍ່ມຸ່ງໜ້າໄປທີ່ສວນສາທາລະນະແຫ່ງຊາດ. ທ່ານສາມາດຈອງທົວເພື່ອເຂົ້າໄປທ່ຽວຊົມໃນສວນສາທາລະນະແຫ່ງຊາດໄດ້ ບໍ່ວ່າຈະເປັນການທ່ຽວຊົມນ້ຳຕົກແບບໄປຕອນເຊົ້າ-ກັບຕອນແລງ ຫຼື ການຕັ້ງແຄ້ມຄ້າງຄືນ ແລະ ການພາຍເຮືອຄາຍັກ. ການທ່ຽວຊົມແບບທົວນີ້ຖືວ່າເປັນວິທີທີ່ດີໃນການສຳຫຼວດສະຖານທີ່ທ່ອງທ່ຽວແຫ່ງສຸດທ້າຍຂອງປະເທດລາວ ແລະ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວເພື່ອອານຸລັກສິ່ງແວດລ້ອມໃນຖານະທີ່ເປັນອຸດສາຫະກຳໜຶ່ງທີ່ສາມາດສະເໜີທາງເລືອກໃນການຮັກສາສິ່ງແລດລ້ອມໄດ້ ບໍ່ວ່າຈະເປັນການລ່າສັດ ຫຼື ຕັດໄມ້ທຳລາຍປ່າ. ນອກຈາກນີ້ ມັນຍັງເປັນພື້ນທີ່ທີ່ສວຍງາມທີ່ສຸດ ແລະ ຄຸ້ມຄ່າກັບການໃຊ້ເວລາໜຶ່ງ ຫຼື ສອງມື້ໃນການສຳຫຼວດ ແລະ ຢ້ຽມຊົມອີກດ້ວຍ. 

 

ຈາກທ່າລັ່ງ ສູ່ກອງລໍ

ອອກຈາກເມືອງທ່າລັ່ງລຽບໄປຕາມເສັ້ນທາງເໜືອ ຫຼັງຈາກນັ້ນທ່ານຈະໄດ້ຂ້າມຂົວ ແລະ ຂີ່ລົດລຽບໄປຕາມແຄມອ່າງເກັບນ້ຳ. ນີ້ແມ່ນສ່ວນໜຶ່ງຂອງເສັ້ນທາງທີ່ມີທິວທັດທຳມະຊາດທີ່ສວຍງາມໃນແຕ່ລະດ້ານ ແລະ ມີທາງໂຄ້ງທີ່ສວຍງາມ ເຊິ່ງຈະເຮັດໃຫ້ທ່ານໄດ້ເພີດເພີນໄປກັບການຂີ່ລົດ ແລະ ກໍເປັນວິທີທີ່ດີທີ່ຈະໄດ້ເລີ່ມຕົ້ນມື້ໃໝ່. ສືບຕໍ່ໄປຕາມເສັ້ນທາງ ເມື່ອທ່ານເດີນທາງພົ້ນຈາກເຂດອ່າງເກັບນ້ຳ ທ່ານຈະໄດ້ເດີນທາງໄປຕາມເຂດເນີນພູທີ່ມີປ່າໄມ້ລຽບຕາມເສັັ້ນທາງ ແລະ ເມື່ອເດີນທາງມາເລື່ອຍໆທ່ານກໍຈະມາເຖິງບ່ອນເກັບມ້ຽນຫີນຂອງພະພຸດທະຮູບທີ່ຖືກແກະສະຫຼັກລົງໃນໂງ່ນຫີນຢູ່ແຄມທາງ. ເຖິງແມ່ນວ່າມັນຈະໜ້າສົນໃຈຫຼາຍຊ່ຳໃດ ແຕ່ສະຖານທີ່ແຫ່ງນີ້ກໍບໍ່ມີບ່ອນຈອດລົດ ແລະ ກໍບໍ່ແມ່ນສະຖານທີ່ທີ່ປອດໄພທີ່ຈະຈອດລົດເຊັ່ນກັນ. 

ທ່ານຈະໄດ້ສືບຕໍ່ເດີນທາງໄປຕາມເສັ້ນທາງ ເມື່ອເດີນທາງອອກຈາກປ່າແລ້ວ ທ່ານຈະໄດ້ເລີ່ມຂີ່ລົດຜ່ານຮ່ອມພູຕ່າງໆ, ຈາກນັ້ນຂີ່ລຽບຕາມສັນພູ ແລະ ຜ່ານສວນປູກມັນຕົ້ນ. ເມື່ອທ່ານສືບຕໍ່ເດີນທາງຕໍ່ໄປ ເສັ້ນທາງຈະເລີ່ມດີຂຶ້ນ ແລະ ບໍ່ມີທາງໂຄ້ງຫຼາຍປານໃດ ເຮັດໃຫ້ທ່ານເດີນທາງໄດ້ໄວຂຶ້ນ ແລະ ໄດ້ຊື່ນຊົມກັບທຳມະຊາດ ແລະ ໝູ່ບ້ານທີ່ຢູ່ລຽບຕາມແຄມທາງ ກ່ອນຈະເດີນທາງມາຮອດເມືອງຫຼັກເສົາ. ເມືອງແຫ່ງນີ້ຂຶ້ນຊື່ເລື່ອງການຄ້າ ເຊິ່ງມີຊາຍແດນຕິດກັບຫວຽດນາມ, ນອກເໜືອຈາກນັ້ນກໍບໍ່ມີຫຍັງໜ້າສົນໃຈຫຼາຍ. ອ້ອມຮອບຈະມີຮ້ານອາການທ້ອງຖິ່ນ ແລະ ຮ້ານຂາຍເຄື່ອງຍ່ອຍຕ່າງໆ ເຊິ່ງເປັນສະຖານທີ່ທີ່ເໝາະສຳລັບການຢຸດພັກຜ່ອນ, ຊອກຂອງກິນ ແລະ ເຕີມນ້ຳມັນລົດຕ່າງໆ. 

Dragon Cave. ຮູບພາບຈາກ courtesy MICT/Insmai.

ເມື່ອເດີນທາງອອກຈາກຕົວເມືອງນັ້ນແລ້ວ ທ່ານຈະໄດ້ມຸ່ງໜ້າໄປທາງທິດຕາເວັນຕົກສ່ຽງໃຕ້ຕາມເສັ້ນທາງເລກ 8 ແລະ ທ່ານຈະຂີ່ລົດຜ່ານທົ່ງນາທີ່ອ້ອມຮອບໄປດ້ວຍພູຫີນປູນ. ທ່ານຈະໄດ້ສືບຕໍ່ເດີນທາງໄປຕາມເສັ້ນທາງເລື່ອຍໆ ຈົນໄປຮອດຖ້ຳມັງກອນ, ເຊິ່ງເປັນໜຶ່ງໃນຖ້ຳທີ່ມີຄວາມສວຍງາມ ແລະ ໜ້າປະທັບໃຈຫຼາຍໃນວົງຈອນເມືອງທ່າແຂກ. ພາຍໃນຖ້ຳມີຫ້ອງໂຖງຂະໜາດໃຫຍ່ ທີ່ເຕັມໄປດ້ວຍໂຄມໄຟຫຼາກຫຼາຍສີ ທີ່ເນັ້ນໃຫ້ເຫັນເຖິງຄວາມສວຍງາມຂອງຫີນປູນຮູບຊົງຕ່າງໆ. ຈາກຖ້ຳທ່ານຈະໄດ້ສືບຕໍ່ເດີນທາງໄປຕາມເສັ້ນທາງເລກທີ 8 ແລະ ມຸ່ງໜ້າໄປທາງທິດຕາເວັນຕົກຈົນກວ່າທ່ານຈະໄປເຖິງເສັ້ນທາງແຍກສຳລັບ 'Cool Spring'. ເມື່ອເດີນທາງໄປຕາມເສັ້ນທາງເລື່ອຍໆ ທ່ານຈະໄດ້ພົບກັບສະຖານທີ່ທີ່ຖືກອ້ອມຮອບໄປດ້ວຍພູຫີນປູນ ແລະ ສະລອຍນໍ້າສີຟ້າທີ່ສວຍງາມ. ສະລອຍນ້ຳແຫ່ງນີ້ມີເລື່ອງເລົ່າກັນມາວ່າ ຄົນທີ່ລົງໄປອາບນ້ຳທີ່ສະລອຍນ້ຳແຫ່ງນີ້ຈະໄດ້ຮັບພອນໃຫ້ມີຊີວິດທີ່ຍາວນານ ແລະ ມີສຸຂະພາບທີ່ດີ ບໍ່ເຈັບປ່ວຍ, ແຕ່ຂໍເຕືອນກ່ອນວ່າ ນ້ຳໃນສະລອຍນ້ຳແມ່ນເຢັນອີຫຼີ! ນອກຈາກນັ້ນ ສະຖານທີ່ແຫ່ງນີ້ຍັງມີຮ້ານອາຫານ ແລະ ເຄື່ອງດື່ມຕ່າງໆ ເຊິ່ງເໝາະທີ່ສຸດສຳລັບການມາພັກຜ່ອນຢ່ອນໃຈ! 

Cool Spring

ຈາກ 'Cool Spring' ເມື່ອສືບຕໍ່ເດີນທາງຕໍ່ໄປທ່ານຈະໄດ້ພົບກັບແມ່ນໍ້າກະດິງ ແລະ ເມືອງທ່າບາກ.  ໃນທີ່ນີ້ທ່ານເຫັນ “ເຮືອລະເບີດ” ເຊິ່ງເປັນການເຕືອນຄວາມຊົງຈຳທີ່ໜ້າຢ້ານກົວກ່ຽວກັບການວາງລະເບີດຂອງອາເມລິກາໃນປະເທດລາວ. ເຮືອດັ່ງກ່າວເຮັດມາຈາກຖັງນ້ຳມັນຂະໜາດໃຫຍ່ທີ່ຕິດກັບເຮືອບິນຖິ້ມລະເບີດຂອງອາເມລິກາ ເພື່ອເພີ່ມໄລຍະເຂົ້າສູ່ພື້ນທີ່ຫ່າງໄກສອກຫຼີກຂອງປະເທດລາວ ແລະ ຖືກຖີ້ມລົງໃນເວລາຫວ່າງ. ປະຊາຊົນໃນທ້ອງຖິ່ນໄດ້ເກັບຮວບຮວມຖັງເຫຼົ່ານີ້ ແລະ ເຮັດເປັນເຮືອ, ເຊິ່ງເປັນທີ່ມາຂອງຊື່ “ເຮືອລະເບີດ”. ທ່ານສາມາດເຊົ່າເຮືອເພື່ອເດີນທາງຂຶ້ນ ແລະ ລົງແມ່ນ້ຳໄດ້ ເຊິ່ງຈະໃຊ້ເວລາປະມານ 1ເຖິງ 4ຊົ່ວໂມງ, ຂຶ້ນຢູ່ກັບວ່າທ່ານຕ້ອງການເດີນທາງໄກປານໃດ. ເຖິງແມ່ນວ່າທ່ານຈະບໍ່ຮູ້ສຶກຄືກັບວ່າຂີ່ເຮືອຢູ່ ແຕ່ມັນກໍ່ຄຸ້ມຄ່າທີ່ຈະຢຸດພັກ ແລະ ຊື່ນຊົມຄວາມສວຍງາມຂອງເຮືອທີ່ເຮັດມາຈາກຖັງນ້ຳມັນນີ້.

ເຮືອລະເບີດ

ຈາກເມືອງທ່າບາກ ທ່ານຈະໄດ້ສືບຕໍ່ເດີນທາງຕໍ່ໄປຕາມເສັ້ນທາງເລກ 8 ແລະ ຂີ່ຂຶ້ນໄປເທິງພູ, ຫຼັງຈາກນັ້ນທ່ານຈະໄດ້ຂີ່ລົດໄປຕາມທາງເທິງຮ່ອມພູ ເພື່ອໄປສູ່ເມືອງນາຫີນ. ບາງຄົນຈະຢຸດພັກຄ້າງຄືນທີ່ບ້ານນາຫີນ ເພາະສະຖານທີ່ແຫ່ງນີ້ມີເຮືອນພັກ ແລະ ຮ້ານອາຫານຫຼາຍແຫ່ງ ແຕ່ບໍ່ຄ່ອຍມີສິ່ງອື່ນທີ່ໜ້າສົນໃຈປານໃດ. ຄົນສ່ວນຫຼາຍເລືອກທີ່ຈະສືບຕໍ່ຂີ່ລົດໄປສູ່ຖ້ຳກອງລໍ ເຊິ່ງໃຊ້ເວລາປະມານ 45 ນາທີຈາກເມືອງນາຫີນ.

ສືບຕໍ່ເດີນທາງໄປຕາມເສັ້ນທາງເລກທີ 8 ເລື່ອຍໆ, ຜ່ານເມືອງນາຫີນ ແລະ ຂີ່ໄປຈົນເຖິງທາງສີ່ແຍກຄິວລົດເມ ແລະ ຖ້ຳກອງລໍ. ແຍກຈາກເສັ້ນທາງເລກທີ 8 ແລ້ວທ່ານຈະໄດ້ຂັບລົດໄປຕາມເສັ້ນທາງນີ້ ໂດຍຂີ່ລຽບໄປຕາມຮ່ອມພູເລື່ອຍໆ. ສະຖານທີ່ແຫ່ງນີ້ສວຍງາມຫຼາຍ ໂດຍສະເພາະໃນຊ່ວງທ້າຍຂອງລະດູຝົນ. ເມື່ອຂັບລົດມາເລື່ອຍໆ ທ່ານຈະໄດ້ພົບກັບທົ່ງນາສີຂຽວທີ່ຢູ່ລຽບຕາມແຄມທາງ ທີ່ຖືກລ້ອມຮອບໄປດ້ວຍພູຫີນປູນທີ່ສູງຊັນ. ເສັ້ນທາງຈະເລີ່ມແຄບລົງເລື່ອຍໆ ເມື່ອທ່ານເດີນທາງໄປຕາມເສັ້ນທາງຂອງຖ້ຳກອງລໍ. ເມື່ອທ່ານຂັບລົດໄປຕາມເສັ້ນທາງ ທ່ານຈະໄດ້ພົບກັບເຮືອນພັກຈຳນວນໜຶ່ງ ຢູ່ລຽບຕາມເສັ້ນທາງ, ເຊິ່ງເຮືອນພັກເຫຼົ່ານີ້ມີວິວທີ່ເປັນເອກະລັກ, ບາງຫ້ອງສາມາດເບິ່ງເຫັນວິວແມ່ນ້ຳ ແລະ ບາງຫ້ອງສາມາດເບິ່ງເຫັນວິວທົ່ງນາທີ່ຂຽວງາມ. ສຳລັບຄົນທີ່ຕ້ອງການພັກທີ່ໂຮງແຮມທີ່ອຳນວຍຄວາມສະດວກໃຫ້ທຸກຢ່າງ ແມ່ນແນະນຳໃຫ້ຂັບລົດໄປທີ່ຣີສອດ Spring River, ເຊິ່ງເປັນຣີສອດທີ່ໃຫ້ບໍລິການທີ່ພັກແບບບັງກາໂລໄມ້ ທີ່ເມື່ອທ່ານຫຼຽວອອກໄປກໍຈະເຫັນວິວແມ່ນ້ຳເຊັ່ນກັນ. ນອກຈາກນັ້ນ ທ່ານຍັງສາມາດເຊົ່າເຮືອຄາຍັກໄປພາຍຫຼິ້ນໃນແມ່ນ້ຳໄດ້ ແລະ ບໍ່ຫ່າງຈາກຣີສອດກໍມີບລູລາກູນ ເຊິ່ງເປັນສະລອຍນ້ຳທີ່ຖືກສ້າງຂຶ້ນໂດຍທຳມະຊາດ, ເນື່ອງຈາກມີນ້ຳທີ່ຄ່ອຍໆຊຶມອອກມາຈາກພື້ນດິນ ເຮັດໃຫ້ເກີດເປັນບໍ່ນ້ຳໃຫຍ່ສີຟ້າຄາມ ແລະ ເຢັນສົດຊື່ນ.

ທຸກທີ່ທີ່ທ່ານເລືອກພັກ

 

ຈາກຖ້ຳກອງລໍ ສູ່ເມືອງທ່າແຂກ

ທ່ານຈະໄດ້ເລີ່ມຕົ້ນມື້ໃໝ່ ໂດຍການສຳຫຼວດຖ້ຳກອງລໍດ້ວຍເຮືອ. ອ່ານຂໍ້ມູນເພີ່ມເຕີມກ່ຽວກັບຖ້ຳກອງລໍ ໄດ້ທີ່ນີ້. ພວກເຮົາໄດ້ຮວບຮວມເອົາທຸກສິ່ງທີ່ທ່ານຄວນຮູ້ກ່ອນທີ່ຈະໄດ້ຢ້ຽມຊົມຖ້ຳ ເຊິ່ງມັນຈະສ້າງປະສົບການທີ່ດີ ແລະ ໜ້າຈົດຈຳໃຫ້ທ່ານຢ່າງແນ່ນອນ. 

ຖ້ຳກອງລໍ

ຈາກຖ້ຳ ທ່ານຈະໄດ້ຂັບລົດກັບຄືນສູ່ເສັ້ນທາງ 8. ທ່ານຈະໄດ້ຂັບລ້ຽວຊ້າຍໄປຕາມເສັ້ນທາງເລກທີ 8 ແລະ ຂັບລົດໄປຕາມເສັ້ນທາງເພື່ອໄປຍັງ ພູຜາມ່ານ (The Rock Viewpoint). ສະຖານທີ່ນີ້ເໝາະສຳລັບການນັ່ງຈິບກາເຟຊິວໆ ຫຼື ຂີ່ສະລິງເພື່ອທ່ຽວຊົມພູຜາມ່ານແບບ 360ອົງສາ. ທ່ານສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບການເດີນທາງໄປທ່ຽວຊົມພູຜາມ່ານ ,ຄຳແນະນຳຕ່າງໆ ແລະ ທຸກສິ່ງທີ່ທ່ານຄວນຮູ້ກ່ອນໄປທີ່ນັ້ນ ໄດ້ທີ່ນີ້.

The Rock Viewpoint @ພູຜາມ່ານ

ຈາກຈຸດຊົມວິວພູຜາມ່ານ ທ່ານຈະໄດ້ເດີນທາງໄປຕາມເສັ້ນທາງເລກທີ 8 ລົງມາຈາກພູເຂົາ ແລະ ມຸ່ງໜ້າໄປທາງທິດຕາເວັນຕົກ. ຫຼັງຈາກນັ້ນ ທ່ານຈະໄດ້ຂັບລົດຜ່ານໝູ່ບ້ານນ້ອຍໆ ຈົນມາເຖິງສີ່ແຍກທີ່ຕັດກັບເສັ້ນທາງເລກທີ 13 ໃຕ້. ທ່ານຈະໄດ້ລ້ຽວຊ້າຍໄປຕາມເສັ້ນທາງເລກທີ 13 ແລະ ເລີ່ມຕົ້ນມຸ່ງໜ້າໄປທາງທິດໃຕ້ ເພື່ອເຂົ້າສູ່ເມືອງທ່າແຂກ. ເມື່ອສືບຕໍ່ຂັບໄປຕາມເສັ້ນທາງສາຍຫຼັກຂອງພາກໃຕ້ຂອງລາວ ທ່ານຈະໄດ້ເຫັນແມ່ນ້ຳຂອງຢູ່ທາງເບື້ອງຂວາມື ແລະ ມີພູເຂົາສູງຊັນຢູ່ທາງເບືື້ອງຊ້າຍມື. ທ່ານຈະໄດ້ຂັບລົດຜ່ານໝູ່ບ້ານນ້ອຍໆ ແລະ ຂ້າມຂົວຜ່ານທົ່ງນາສີຂຽວ. ກ່ອນຈະຮອດເມືອງທ່າແຂກ ທ່ານສາມາດຢຸດພັກທີ່ຂຸນກອງແລງ ເຊິ່ງມີບໍ່ນ້ຳສີຟ້າຂະໜາດໃໜ່ທີ່ສວຍງາມ. ສະຖານທີ່ນີ້ຫາກໍໄດ້ຮັບການພັດທະນາເມື່ອບໍ່ດົນມານີ້ ແຕ່ກໍເລີ່ມມີເຮືອນພັກ ແລະ ຮ້ານອາຫານແລ້ວ. ນີ້ແມ່ນສະຖານທີ່ທີ່ເໝາະສຳລັບການພັກຜ່ອນ, ນັ່ງກິນອາຫານແຄມນ້ຳຊິວໆ ແລະ ລອຍນ້ຳຫຼິ້ນເຢັນໆເພື່ອເຕີມພະລັງໃຫ້ຕົວເອງກ່ອນອອກເດີນທາງຕໍ່.

ທ່ານຈະໄດ້ສືບຕໍ່ຂັບໄປທາງທິດໃຕ້ຕາມເສັ້ນທາງເລກທີ 13 ຈົນກວ່າທ່ານຈະໄປຮອດເມືອງທ່າແຂກ. ເມື່ອທ່ານກັບມາເຖິງເມືອງທ່າແຂກແລ້ວ ທ່ານສາມາດເອົາລົດໄປຄືນທີ່ຮ້ານເຊົ່າລົດ ແລະ ເຊັກອິນເຂົ້າໂຮງແຮມ ເພື່ອຊຳລະລ້າງຮ່າງກາຍ ແລະ ຕຽມພ້ອມສຳລັບການຜະຈົນໄພໃນມື້ຕໍ່ໄປ.  

ເມືອງທ່າແຂກ ເປັນໜຶ່ງໃນສະຖານທີ່ທີ່ບໍ່ຄວນພາດ ເພາະເປັນສະຖານທີ່ຍອດນິຍົມທີ່ຄົນຈຳນວນຫຼາຍໃຫ້ຄວາມສົນໃຈ. ສະຖານທີ່ແຫ່ງນີ້ເປັນສະຖານທີ່ທີ່ມີທິວທັດທຳມະຊາດທີ່ສວຍງາມ ລວມໄປເຖິງການຜະຈົນໄພຕ່າງໆທີ່ຈະສ້າງຄວາມຕື່ນເຕັ້ນ ແລະ ຄວາມຊົງຈຳດີໆໃຫ້ກັບທ່ານ. ກຽມຕົວເອງໃຫ້ພ້ອມສຳລັບການຜະຈົນໄພນີ້ ແລະ ມາເລີ່ມການຜະຈົນໄພໄປກັບພວກເຮົາ Discover Laos Today!

 

 
POSTED BY

David Ormsby

David is a writer, explorer, adventurer, outdoor educator, and guide. He was worked across the Asia Pacific in a number of different roles within the eco-tourism and outdoor industry. Since 2016 David has lived and worked in Laos, and brings a depth of experience to his writing in Laos.