ຄວາມມະຫັດສະຈັນຂອງສາຍພູຫຼວງ
ຄວາມມະຫັດສະຈັນຂອງສາຍພູຫຼວງ

ໂພສ

ຄວາມມະຫັດສະຈັນຂອງສາຍພູຫຼວງ

 

ຄົ້ນພົບສັດປ່າທີ່ໜ້າອັດສະຈັນທີ່ສາມາດເຫັນໄດ້ໃນປະເທດລາວ

ສາຍພູຫຼວງ ທີ່ຍາວຢຽດມາຈາກພາກເໜືອຂອງປະເທດຫວຽດນາມ ລັດລຽບໄປຕາມເຂດຊາຍແດນທີ່ຕິດກັບລາວ ແລ້ວແກ່ຍາວລົງໄປທາງພາກໃຕ້ອັນເປັນຊາຍແດນຕິດຕໍ່ກັນລະຫວ່າງລາວ, ຫວຽດນາມ ແລະ ກຳປູເຈຍ ແມ່ນໜຶ່ງໃນຂົງເຂດທີ່ອຸດົມສົມບູນໄປດ້ວຍສັດ, ພືດ, ພູມສັນຖານ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳທີ່ສຸດໃນໂລກ. ສໍາລັບປະເທດລາວ, ສາຍພູຫຼວງຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງທີ່ລຽບຕາມຊາຍແດນລາວ -ຫວຽດນາມ ນັບຕັ້ງແຕ່ແຂວງບໍລິຄຳໄຊຈາກທາງພາກກາງ ລົງໄປຈົນເຖິງແຂວງອັດຕະປືທີ່ຢູ່ພາກໃຕ້ຂອງລາວ. ເຂດດັ່ງກ່າວຈະກວມເອົາພູມສັນຖານທີ່ແຕກຕ່າງກັນອອກໄປ ແລະ ເປັນທີ່ໜ້າປະທັບໃຈໄດ້ແກ່ຜາຫີນປູນ, ພູຜາປ່າດົງ ແລະ ປ່າສົນອັນຊຸ່ມເຢັນ.

ຖິ່ນທີ່ຢູ່ອາໄສທັງໝົດນີ້ ແມ່ນພົບເຫັນໄດ້ສະເພາະໃນແຂວງຄຳມ່ວນ ແລະ ຕາມອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ, ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ເຂດປ່າສະຫງວນແຫ່ງຊາດພູຫີນບູນ ທີ່ມີການບໍລິການເປັນແບບທົວ ທ່ອງທ່ຽວທາງທໍາມະຊາດໃຫ້ໄດ້ລອງສໍາຜັດ. ແນ່ນອນວ່າແຂວງຄຳມ່ວນ ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທັງສຳລັບຄົນລາວ ແລະ ບັນດານັກທ່ອງທ່ຽວຕ່າງປະເທດ ໃນການສະແຫວງຫາການພະຈົນໄພແບບກາງແຈ້ງ, ການສໍາຫຼວດຄົ້ນຫາ ແລະ ຊົມທິວທັດທີ່ໜ້າຕື່ນຕາຕື່ນໃຈ.

ສາຍພູຫຼວງ ມີຄວາມຫຼາກຫຼາຍເປັນພິເສດທາງດ້ານສາຍພັນສັດທີ່ບໍ່ມີບ່ອນອື່ນອີກໃນໂລກນີ້. ສາຍພັນເຫຼົ່ານີ້ ແມ່ນຖືວ່າຍາກທີ່ຈະພົບເຫັນໄດ້ຕາມທຳມະຊາດ ປະຊາຊົນທົ່ວໄປຈຶ່ງບໍ່ຄ່ອຍຮັບຮູ້ກ່ຽວກັບພວກມັນປານໃດ. ໃນຂະນະດຽວກັນ, ສັດເຫຼົ່ານີ້ກໍ່ມີຄວາມສ່ຽງສູງທີ່ຈະສູນພັນ; ແທ້ຈິງແລ້ວ, ທຸກໆສາຍພັນທີ່ພົບເຫັນໃນສາຍພູຫຼວງລ້ວນແລ້ວແຕ່ຖືກລ່າແລ້ວນໍາອອກໄປຈາກປ່າ ຍ້ອນມັນເປັນທີ່ຕ້ອງການສູງໃນແວດວົງການຄ້າສັດປ່າແບບຜິດກົດໝາຍທັງໃນລະດັບຊາດ ແລະ ສາກົນ, ຈຸດປະສົງແມ່ນເພື່ອພຽງເອົາຊີ້ນເຮັດເປັນຢາພື້ນເມືອງ, ເປັນສັດລ້ຽງ ຫຼື ເປັນສັນຍາລັກລາງວັນເພື່ອສະແດງຄວາມຮັ່ງມີຂອງຕົນເອງ. ເພາະສະນັ້ນ, ບັນດາສິ່ງທີ່ມີຊີວິດເຫຼົ່ານີ້ສົມຄວນທີ່ຈະໄດ້ຮັບການປົກປ້ອງເອົາໃຈໃສ່ໃນຄວາມງາມ ແລະ ຄຸນຄ່າທີ່ແທ້ຈິງເຊິ່ງກໍ່ຄື: ເປັນຕົວແທນໃຫ້ແກ່ມໍລະດົກທາງທຳມະຊາດຂອງປະເທດລາວເຮົາ.

ຄ່າງຫ້າສີ (Pygathrix nemaeus) ເປັນສາຍພັນລີງທີ່ເປັນທີ່ຮູ້ຈັກວ່າເປັນໜຶ່ງໃນສາຍພັນທີ່ສວຍງາມທີ່ສຸດໃນໂລກ ຍ້ອນສີສັນອັນສົດໃສທີ່ເປັນເອກະລັກ. ສາຍພັນດັ່ງກ່າວຈະພົບເຫັນສະເພາະໃນເຂດພູຫຼວງ ແລະ ຈໍານວນທີ່ພົບເຫັນຫຼາຍກວ່າໝູ່ກໍ່ແມ່ນໃນປະເທດລາວ.

 ທະນີແກ້ມຂາວ (Nomascus siki) ເປັນສາຍພັນສັດລ້ຽງລູກດ້ວຍນົມທີ່ພົບເຫັນໄດ້ສະເພາະຢູ່ໃນເຂດສາຍພູຫຼວງ. ມັນອາໄສແບບເປັນກຸ່ມຄອບຄົວຈໍານວນ ສາມ ຫາ ຫ້າໂຕເຊິ່ງຈະປະກອບດ້ວຍ ແມ່ທີ່ມີຂົນສີເຫຼືອງ, ພໍ່ທີ່ມີຂົນສີດຳກັບແກ້ມສີຂາວ ແລະ ບັນດາລູກອ່ອນ (ສີຂົນຂອງພວກມັນຈະປ່ຽນແປງຫຼາຍໆຄັ້ງກ່ອນທີ່ພວກມັນຈະເຕີບໃຫຍ່ເຕັມໂຕ). ທະນີ ແມ່ນເປັນທີ່ຮູ້ຈັກກັນດີໃນສຽງຮ້ອງປະສານອັນສວຍງາມ ແລະ ອ່ອນໂຍນຈັບໃຈທີ່ບັນດາສະມາຊິກຂອງຄອບຄົວທະນີ ຈະພາກັນບັນເລງໃນທຸກໆເຊົ້າເພື່ອເສີມສ້າງຄວາມຜູກພັນຂອງພວກມັນເອງ ແລະ ປະກາດໃຫ້ບັນດາກຸ່ມທະນີເພື່ອນບ້ານໃກ້ຄຽງໃຫ້ຮູ້ວ່ານີ້ແມ່ນເຂດແດນຂອງພວກມັນ.

ເກ້ງຍັກພັນຫາຍາກ (Muntiacus vuquangen-sis) ແມ່ນສາຍພັນກວາງຊະນິດໜຶ່ງທີ່ເອີ້ນວ່າ ເກ້ງ ເຊິ່ງຫາກໍ່ຖືກຄົ້ນພົບໂດຍຊຸມຊົນວິທະຍາສາດໃນປີ 1994. ຊື່ຂອງມັນແມ່ນໄດ້ມາຈາກຂະໜາດຂອງເຂົາ ແລະ ລໍາໂຕທີ່ໃຫຍ່ເມື່ອທຽບໃສ່ກັບສາຍພັນ ເກ້ງ ອື່ນໆ. ຈໍານວນພົບເຫັນຫຼາຍທີ່ສຸດແມ່ນຢູ່ທີ່ສາຍພູຫຼວງຂອງລາວ.

ຖ້າຫາກທ່ານມີແຜນທີ່ຈະເດີນທາງໄປເຂດສາຍພູຫຼວງ,
ທ່ານກໍ່ຄວນຈະຮູ້ກ່ຽວກັບ ເສົາຫຼາ (Pseudoryx nghetinh-ensis). ເສົາຫຼາ ແມ່ນສາຍພັນງົວ ທີ່ມີຄວາມໃກ້ຄຽງກັບງົວປ່າ ແລະ ເປັນໜຶ່ງໃນການຄົ້ນພົບສັດລ້ຽງລູກດ້ວຍນໍ້ານົມທີ່ໂດດເດັ່ນທີສຸດຂອງສັດຕະວັດທີ 20, ເຊິ່ງໄດ້ຖືກຄົ້ນພົບຄັ້ງທຳອິດໂດຍນັກວິທະຍາສາດໃນປີ 1992 ໃນປ່າດົງດິບຂອງສາຍພູຫຼວງຫວຽດນາມ ແລະ ລາວ. ໃນປະຈຸບັນ, ເຮົາຈະເຫັນໄດ້ວ່າມີຈໍານວນທີ່ຫຼົງເຫຼືອຢູ່ຕາມທໍາມະຊາດໜ້ອຍຫຼາຍ.

ສາຍພັນອື່ນໆທີ່ບໍ່ສາມາດພົບເຫັນໄດ້ໃນບ່ອນໃດອີກໃນໂລກແມ່ນ ກະຕ່າຍລາຍເສືອ (Nesolagus timminsi) ຫຼື ເຫງັນລາຍເສືອ (Chrotogale owstoni) ຂອງສາຍພູຫຼວງທີ່ທັງເປັນເອກະລັກ ແລະ ໜ້າອັດສະຈັນໃຈບໍ່ນ້ອຍໜ້າສາຍພັນອື່ນໆ.

ບັນດາສາຍພັນທັງໝົດເຫຼົ່ານີ້ສະແດງໃຫ້ເຫັນພຽງແຕ່ສ່ວນໜຶ່ງຂອງຄວາມຫຼາກຫຼາຍຂອງສັດປ່າໃນສາຍພູຫຼວງທີ່ບັນດານັກວິທະຍາສາດ ແລະ ອົງການຈັດຕັ້ງຕ່າງໆໄດ້ອຸທິດຄວາມພະຍາຍາມຂອງພວກເຂົາໃນການປົກປ້ອງໄວ້ເພື່ອໃຫ້ຄົນລຸ້ນຫຼັງໄດ້ຮຽນຮູ້.

 

ວິທີເດີນທາງໄປ

ທ່ານສາມາດຈອງທົວທ່ອງທ່ຽວແບບທໍາມະຊາດ (ecotour) ເພື່ອເຂົ້າໄປທ່ຽວຊົມສະຖານທີ່ເຫຼົ່ານີ້ໄດ້ໂດຍການຕິດຕໍ່ຫາ ເຮືອນພັກ ໂພສີ ທ່າລັ່ງ ທີ່ ນາກາຍ facebook.com/PhosyThalangGuesthouse

ແປ ແລະ ຮຽບຮຽງໂດຍ ວັນນະແສງ ອິນສານ

ຮູບໂດຍ ສະມາຄົມອະນຸລັກ / ອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.