ກັບສູ່ທຳມະຊາດ
ກັບສູ່ທຳມະຊາດ

ໂພສ

ກັບສູ່ທຳມະຊາດ

 

ໃຫ້ຊ້າງໄດ້ເດີນຕາມວິຖີຊີວິດຂອງຊ້າງ

ໃນປ່າໄມ້ສັກແຫ່ງໜຶ່ງ ໃກ້ໆກັບເມືອງຫລວງພະບາງ, ຂ້າພະເຈົ້າໄດ້ຂ້າມແມ່ນໍ້າສາຍນ້ອຍທີ່ໄຫລຈາກຮ່ອມພູ ຕາມຫລັງສັດຮ່າງໃຫຍ່ໜຶ່ງຄູ່ ທີ່ເປັນສັດຄູ່ບ້ານຄູ່ເມືອງຂອງລາວ ຕາມຮອຍຍ່າງຂອງພວກມັນທີ່ມຸ່ງໜ້າເຂົ້າໃນປ່າເພື່ອຊອກຫາອາຫານ. ຊ້າງໂຕໃຫຍ່ຊື່ວ່າ ໝັ້ນ ເປັນຊ້າງເພດແມ່ ຍ່າງຄູ່ກັບລູກຂອງມັນຊື່ວ່າ ກິດ.ໃນຂະນະທີ່ຍ່າງນໍາພວກມັນໄປ, ຂ້າພະເຈົ້າຍັງບໍ່ຢາກຈະເຊື່ອວ່າຕົນເອງຈະມີໂອກາດໄດ້ເຫັນພວກມັນໃນໄລຍະໃກ້ຊິດຂະໜາດນີ້!

ກິດ ເປັນໜຶ່ງໃນຊ້າງເກົ້າໂຕທີ່ອາໄສຢູ່ຕາມລຽບແມ່ນໍ້າຄານເຊິ່ງຢູ່ໃນການຄຸ້ມຄອງຂອງສູນອະນຸລັກຊ້າງ ມານດາລາວ. ສູນອະນຸລັກຊ້າງ ມານດາລາວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍ ທ່ານ Michael Vogler ແລະ ບັນດາຜູ້ຮ່ວມກໍ່ຕັ້ງຂອງເພິ່ນ 5 ປີກ່ອນຊ້າງດັ່ງກ່າວໄດ້ຮັບການຊ່ວຍເຫຼືອອອກຈາກແຄ້ມຕັດໄມ້ ແລະ ລາກແກ່ໄມ້ທ່ອນ ໃຫ້ມີຊີວິດໃໝ່ທີ່ດີຂຶ້ນໂດຍບໍ່ຕ້ອງເຮັດວຽກໜັກ ຫຼື ນໍາມາບໍລິການນັກທ່ອງທ່ຽວໃຫ້ຂີ່ຫລັງຂອງມັນເພື່ອຄວາມມ່ວນຊື່ນ. ສູນອະນຸລັກຊ້າງ ມານດາລາວ ສະໜອງການບໍລິການໃຫ້ນັກທ່ອງທ່ຽວທີ່ມີຄວາມມັກຮັກໃນການຢ້ຽມຊົມສັດປ່າແບບອະນຸລັກເຂົ້າມາສຳຜັດວິຖີຊີວິດຂອງພວກມັນຢ່າງໃກ້ຊິດເຊິ່ງການເດີນທາງນັ້ນແມ່ນບໍ່ຫ່າງຈາກຕົວເມືອງຫຼວງພະບາງຫຼາຍ.

ເມື່ອເຮົາເດີນທາງມາຮອດສະຖານທີ່ຕັ້ງຂອງສູນອະນຸລັກຊ້າງ ມານດາລາວ ຢູ່ແຄມນຳຄານ, ພະນັກງານນຳທ່ຽວ ຊື່ວ່າ ກຶມ ໄດ້ບອກກັບພວກເຮົາວ່າພາຍຫຼັງລັດຖະບານລາວ ໄດ້ອອກຄຳສັ່ງໃຫ້ຍຸຕິການຕັດໄມ້ໃນປີ 2016, ບັນດາຊ້າງກໍຖືກປົດປ່ອຍ ແລະ ບໍ່ໄດ້ເຮັດວຽກຫຍັງອີກຕໍ່ໄປ. ກຶມກ່າວວ່າປະຈຸບັນນີ້ ພວກມັນໃຊ້ຊີວິດຢ່າງສະດວກສະບາຍຄ້າຍຄືກັບຢູ່ໂຮງແຮມລະດັບຫ້າດາວເພິ່ນຍັງໄດ້ສະແດງຮູບຊ້າງດັ່ງກ່າວ ກ່ອນທີ່ທາງສູນຈະນຳເອົາພວກມັນມາດູແລໃຫ້ພວກຂ້າພະເຈົ້າເບິ່ງ.

ຈຸດປະສົງຫລັກຂອງທ່ານ Michael ໃນການສ້າງສູນນີ້ຂຶ້ນມາແມ່ນເພື່ອຢາກສົ່ງຊ້າງໄປໃນປ່າສະຫງວນ ນໍ້າປຸຍ ເພື່ອຊ່ວຍຮັບປະກັນໃຫ້ຊ້າງສາຍພັນນີ້ບໍ່ສູນພັນໄປຢູ່ໃນຂອບເຂດປ່າສະຫງວນດັ່ງກ່າວມີຊ້າງປ່າປະມານກວ່າ60ໂຕໃນເມື່ອກ່ອນລາວເຮົາເປັນທີ່ຮູ້ຈັກໃນນາມດິນແດນລ້ານຊ້າງ, ແຕ່ມາຮອດປັດຈຸບັນ ຢູ່ສປປ ລາວ ມີຊ້າງທັງໝົດນັບທັງຊ້າງປ່າ ແລະ ຊ້າງລ້ຽງບໍ່ເກີນ 1.000ໂຕຍ້ອນມີການລັກລອບຊື້-ຂາຍ, ລ່າຊ້າງ ແລະ ຖືກລະເບີດທີ່ຍັງຕົກຄ້າງແຕ່ສະໄໝສົງຄາມ ຈິ່ງເຮັດໃຫ້ປະຊາກອນຊ້າງຫລຸດໜ້ອຍຖອຍລົງ.

ກືມ ກ່າວຕື່ມອີກວ່າພວກເຮົາບໍ່ສາມາດເອົາຄໍາວ່າລ້ານຊ້າງຄືນມາ, ແຕ່ພວກເຮົາຫວັງວ່າຈະເຮັດໃຫ້ປະຊາກອນຊ້າງເພີ່ມຂຶ້ນສູງສຸດໃຫ້ຢູ່ໃນລະດັບ 6000ຫຼື 7000 ໂຕ

ຫຼັງຈາກຮັບຟັງການອະທິບາຍກ່ຽວກັບຄວາມປອດໄພ, ພວກເຮົາກໍ່ໄດ້ຂີ່ເຮືອພາຍຂ້າມນໍ້າ ເພື່ອໄປເບິ່ງຊ້າງເຊິ່ງລໍຖ້າຢູ່ອີກຟາກໜຶ່ງ. 

ເມື່ອເຮົາໄປຮອດອີກຟາກ, ດາວ ພະນັກງານນໍາທາງໄດ້ພາເຮົາຍ່າງຕາມຫລັງຊ້າງ ເຊິ່ງສະບັດຫາງໄປມາຕາມການຍ່າງຂອງມັນ ເຂົ້າໄປໃນປ່າທີ່ສຳລັບຊ້າງແລ້ວ ນັ້ນຄືຊຸບເປີ້ມາເກັດຂອງພວກມັນ. ທາງສູນໄດ້ເຊົ່າປ່າຜືນນີ້ຈາກຄົນໃນທ້ອງຖິ່ນ ເຊິ່ງເປັນເນື້ອທີ່ດິນແຄມແມ່ນ້ຳມີປ່າໄມ້ປົກຄຸມປະມານ200ເຮັກຕາເຕັມໄປດ້ວຍແມງກະເບື້ອຫຼາກຫຼາຍຊະນິດທີ່ບິນໄປມາຢ່າງສວຍງາມ.ການເດີນທາງຕາມຫລັງຊ້າງແມ່ນຈະເປັນໄປຢ່າງຊ້າໆ ເພາະພວກມັນຈະມັກແວ່ແຄມທາງ ເພື່ອແວ່ກິນໃບໄມ້, ສະໝຸນໄພ ແລະ ໄມ້ໄຜ່. ໃນມື້ໜຶ່ງ, ຊ້າງຈະກິນພືດໄມ້ເປັນຈໍານວນ250ກິໂລກຣາມດື່ມນ້ຳປະມານ 200 ລິດແລະ ຖ່າຍປະມານ 90ກິໂລກຣາມ

ຕໍ່ມາ,ຂ້າພະເຈົ້າກໍ່ໄດ້ພົບກັບ Michael ເພື່ອສົນທະນາກ່ຽວກັບແນວຄິດໃນການມາເຮັດວຽກກ່ຽວກັບການອະນຸລັກຊ້າງ. Michael ໄດ້ກ່າວວ່າກິດ ເປັນຊ້າງນ້ອຍໂຕທຳອິດທີ່ເຕີບໃຫຍ່ຢູ່ ສປປ ລາວ ທີ່ຜ່ານຂະບວນການການເຮັດໃຫ້ເຊື່ອງໂດຍການຂັງໃນກົງກິດເບິ່ງຄືມີຄວາມສຸກກວ່າເກົ່າແນ່ນອນຍ້ອນບໍ່ໄດ້ຜ່ານຂະບວນການດັ່ງກ່າວ.

Michael ກ່າວວ່າຂະບວນການພັດທະນາຂອງຊ້າງມີລັກສະນະຄ້າຍຄືກັນກັບມະນຸດ ແລະຖ້າຫາກປຽບກິດເປັນມະນຸດ ລາວກໍເປັນແອນ້ອຍທີ່ມີນໍ້າໜັກ 750 ກິໂລກຣາມ

ເປົ້າໝາຍຂອງມານດາລາວ ແມ່ນຢາກໃຫ້ ກິດ ຊ້າງນ້ອຍຂອງສູນທີ່ມີພໍ່ພັນເປັນຊ້າງປ່າແລະ ຊ້າງພັນອື່ນໆທີ່ຖືກຈັບ ໄດ້ຖືກປ່ອຍຄືນສູ່ປ່າທຳມະຊາດ.ສູນອະນຸລັກຊ້າງ ມານດາລາວ ເຮັດວຽກຮ່ວມກັບ ທ່ານປຣະສົບ ທີບປະເສີດ ຜູ້ກໍ່ຕັ້ງສູນອະນຸລັກຊ້າງແຫ່ງປະເທດໄທ ແລະ ຮ່ວມກັບອົງການກອງທຶນສັດປ່າໂລກປະຈຳ ສປປ ລາວ ຢ່າງໃກ້ຊິດ ໃນການພັດທະນາການທ່ອງທ່ຽວແບບອະນຸລັກແບບໃໝ່ທີ່ເພື່ອສ້າງທ່າແນງໃນການຮັບປະກັນອະນາຄົດອັນສົດໃສຂອງຊ້າງປ່າ ຢູ່ ສປປ ລາວ. ພວກເຮົາຫວັງຢ່າງຍິ່ງວ່າໂຄງການນີ້ຈະປະສົບຜົນສຳເລັດໄດ້.

 

ຂໍ້ມູນເພີ່ມເຕີມ 

ສູນອະນຸລັກຊ້າງ ມານດາລາວຫ່າງອອກໄປເຂດນອກຂອງນະຄອນຫຼວງພະບາງປະມານ 15 ກິໂລແມັດ, ແຕ່ທ່ານສາມາດຈອງປີ້ທົວໄດ້ຢູ່ຫ້ອງການຂອງສູນໃນຕົວເມືອງຫຼວງພະບາງໄດ້.
ລາຍລະອຽດເພີ່ມເຕີມທ່ານສາມາດເຂົ້າເບິ່ງທີ່ເວັບໄຊ້: mandalaotours.com

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ Julia Zimmermann / Mandalao

 

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.