ເດິ ຣັອກ ວິວພ້ອຍ  (ພູຜາມ່ານ)
ເດິ ຣັອກ ວິວພ້ອຍ (ພູຜາມ່ານ)
Champa Meuanglao
ຄຳມ່ວນ

ໂພສ

ຄຳມ່ວນ

 

ໜຶ່ງໃນແຂວງທີ່ມີຄວາມງົດງາມ ເໝາະແກ່ການເກັບພາບທີ່ສຸດຂອງລາວ, ແຂວງຄຳມ່ວນ ເຕັມໄປດ້ວຍພູຜາປ່າດົງທີ່ກວ້າງໃຫຍ່ໄພສານ, ມີຖໍ້າຫຼາກຫຼາຍແຫ່ງທີ່ໜ້າອັດສະຈັນໃຈ, ບ່ອນຫຼີ້ນນໍ້າທີ່ສວຍງາມ ແລະ ສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳທີ່ໜ້າສົນໃຈໄວ້ໃຫ້ທ່ຽວຊົມ. ວົງຈອນຄຳມ່ວນລູບ (Loop) ເປັນການທ່ອງທ່ຽວທີ່ຖືກສ້າງຂຶ້ນແບບອ້ອມຮອບເປັນວົງກົມຂອງເສັ້ນທາງເລກທີ 13, 12, 1E, ແລະ 8 ຖືເປັນຈຸດເລີ່ມຕົ້ນໃນການທ່ຽວຊົມຄົ້ນຫາປະຫວັດສາດ ແລະ ຄວາມງາມທີ່ມີຢູ່ບ່ອນນີ້. 

ຜາກະຕ່າຍ

ຂັ້ນໄດ ແລະ ທາງຍ່າງໂລຫະອັນສູງຊັນ ຈະພາທ່ານຂຶ້ນໄປສູ່ຈຸດສູງສຸດຂອງຜາຫີນປູນ, ແລ້ວເຮົາຈະເຫັນໄດ້ເລີຍວ່າວິວຂອງພູພຽງນາກາຍນີ້ເປັນຕາງຶດງໍ້ອັດສະຈັນໃຈແທ້ໆ.

ເດິ ຣັອກ ວິວພ້ອຍ  (ພູຜາມ່ານ)

ຈຸດໝາຍປາຍທາງແຫ່ງການພະຈົນໄພແຫ່ງນີ້ແມ່ນການຂີ່ຊິບລາຍພ້ອມທັງຊົມວິວມຸມສູງ, ຂ້າມຂົວໄຍແມງມຸມ ແລະ ຍ່າງຕາມຜາຫີນປູນທີ່ສວຍງາມ. ນອກຈາກນັ້ນແລ້ວ, ເຮົາຍັງສາມາດຮັບປະທານອາຫານໄດ້ທີ່ ຮ້ານອາຫານ ຂອບໃຈເດີ້ ທີ່ເປັນອີກສາຂາໜື່ງອັນຂຶ້ນຊື່ເພື່ອເປັນບ່ອນພັກຜ່ອນກິນລົມຊົມວິວອີກນຳ.

ຂຸນກອງແລງ

ສາຍພູຫີນປູນຂອງປ່າສະຫງວນແຫ່ງຊາດພູຫີນບູນໄດ້ດູດຊຶມ ແລະ ກັ່ນຕອງເອົານໍ້າຝົນ ເຊິ່ງໄດ້ກາຍມາເປັນໜອງນໍ້າສີຟ້າຄາມ ໃສເຢັນທີ່ຢູ່ເຂດໃກ້ຄຽງ. ຂຸນກອງແລງແມ່ນອີກໜື່ງຕົວຢ່າງທີ່ທໍາມະຊາດໄດ້ສ້າງຂຶ້ນມາເອງຢ່າງສວຍງາມ ໂດຍທີ່ສ່ວນດ້ານໃນສຸດແມ່ນປິດບໍ່ໃຫ້ນັກທ່ອງທ່ຽວເຂົ້າຊົມ ຍ້ອນວ່າຊາວບ້ານຖືວ່າມັນເປັນສະຖານທີ່ສັກສິດ.

ກໍາແພງຍັກ

ປະກົດການທາງທໍລະນີສາດນີ້ ແມ່ນເກີດມາຈາກການປ່ຽນແປງຂອງຜືນໂລກ, ແຕ່ຄົນທ້ອງຖິ່ນເຊື່ອວ່າມັນຖືກສ້າງຂຶ້ນໂດຍຍັກຕັ້ງແຕ່ສະໄໝບູຮານ ເຊິ່ງກຳແພງດັ່ງກ່າວມີຮູບຊົງທີ່ແຂງແຮງພຽງພໍທີ່ຈະປ້ອງກັນສັດຕູຜູ້ຮຸກຮານ. ນອກຈາກນັ້ນ, ຜູ້ນັບຖືສາສະໜາຄຣິດໃນທ້ອງຖິ່ນ ກໍ່ຍັງໄດ້ໃຊ້ພື້ນທີ່ດັ່ງກ່າວເປັນໂບດແບບກາງແຈ້ງອີກນໍາ. 

ສະປຣິງ ຣີເວີ້ ຣີສອດ

ຕັ້ງຢູ່ເຂດທິວທັດອັນສວຍງາມຂອງສາຍນໍ້າຫີນບູນທີ່ຄົດງໍ, ສະຖານທີ່ທີ່ມີສະເໜ່ແຫ່ງນີ້ມີອ່າງນໍ້າສ່ວນຕົວໄວ້ໃຫ້ໄດ້ສຳຫຼວດ ແລະ ຢ້ຽມຊົມ ຖືເປັນສະຖານທີ່ ທີ່ມີທິວທັດທຳມະຊາດເໝາະແກ່ການພັກຜ່ອນເປັນເວລາຫຼາຍມື້. 

ພຣະທາດສີໂຄດຕະບອງ

ຈຸດໃຈກາງຂອງ ອານາຈັກສີໂຄດຕະບອງໃນອະດີດ, ພະທາດສີໂຄດຕະບອງ ແມ່ນອີກສະຖານທີ່ອັນສັກສິດທີ່ສຸດໃນແຂວງ ເຊິ່ງເປັນບ່ອນກາບໄຫວ້ສັກກະລະບູຊາທາງສາສະໜາມາເປັນເວລາດົນນານ ແລະ ຜ່ານການບູລະນະສ້ອມແປງມາຫຼາຍຕໍ່ຫຼາຍຄັ້ງໃນຊ່ວງຫຼາຍສັດຕະວັດທີ່ຜ່ານມາ. ພະທາດດັ່ງກ່າວ ຖືກເລົ່າຂານກັນວ່າໄດ້ບັນຈຸກະດູກຂອງພະພຸດທະເຈົ້າໄວ້ທາງໃນ ແລະ ເປັນບ່ອນຈັດງານເທດສະການທີ່ໃຫຍ່ທີ່ສຸດຂອງແຂວງໃນມື້ຂຶ້ນ 15 ຄໍ່າຂອງ ເດືອນກຸມພາ. 

ຖໍ້າຂຸນເຊ

ໜຶ່ງໃນຖໍ້າທີ່ຫ່າງໄກສອກຫຼີກ, ຂຸນເຊ ຕັ້ງຢູ່ໃກ້ກັບຊາຍແດນຫວຽດນາມ. ເສັ້ນທາງທີ່ຈະເຂົ້າໄປຫາບ່ອນດັ່ງກ່າວແມ່ນຫຍຸ້ງຍາກພໍສົມຄວນເຊິ່ງເຮັດໃຫ້ການເຂົ້າເຖິງເປັນໄປໄດ້ຄ່ອນຂ້າງລໍາບາກໃນຊ່ວງລະດູຝົນ. ດັ່ງນັ້ນ, ບັນດານັກສຳຫຼວດສາມາດຂີ່ເຮືອຄາຢັກເຂົ້າໄປໃນຖໍ້າ ແລະ ຢ້ຽມຊົມໂພງຖໍ້າໃຫຍ່ຈຳນວນໜຶ່ງໄດ້.

 

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.