The Spring River Resort ເປີດໃຫ້ນັກທ່ອງທ່ຽວທີ່ເຂົ້າໄປພັກ ໄດ້ສຳຜັດກັບຄວາມຫຼູຫຼາທ່າມກາງບັນຍາກາດໃນເຂດຊົນນະບົດທີ່ແຂວງຄຳມ່ວນ. ຣີສອດມີບັງກະໂລໄມ້ທີ່ສວຍງາມ ຕັ້ງຢູ່ແຄມແມ່ນໍ້າຫີນບູນ ເມື່ອເບິ່ງຂ້າມໄປກໍ່ຈະເຫັນແມ່ນໍ້າພູຫີນປູນ, ສວນ ແລະ ທົ່ງນາອອ້ມແອ້ມໄປໝົດ. ນັກທ່ອງທ່ຽວສາມາດໃຊ້ເວລາພັກຜ່ອນໃນບັນຍາກາດອອ້ມຮອບທີ່ສວຍງາມນີ້ ຫລື ຊືນຊົມທຳມະຊາດດ້ວຍການຫຼີ້ນກິດຈະກຳກາງແຈ້ງຕ່າງໆ.

ຖ້າທ່ານກຳລັງວາງແຜນເດີນທາງໄປຖໍ້າ ກອງລໍ, Spring River Resort ຈະເປັນທາງເລືອກທີ່ເໝາະກັບທ່ານ. ຮີສອດນີ້ຈະອໍານວຍຄວາມສະດວກສະບາຍໃຫ້ທ່ານ ເພາະຫ່າງຈາກທາງເຂົ້າຖໍ້າພຽງແຕ່ 2 ກິໂລແມັດ. ມີຫ້ອງບັງກາໂລໄມ້ພ້ອມກັບທິວທັດ ແລະ ບັນຍາກາດທີ່ສວຍງາມໃນຍາມເຊົ້າ ໃຫ້ທ່ານໄດ້ດື່ມດ່ຳເມື່ອຕື່ນຂື້ນມາ. ຍັງມີຮ້ານອາຫານໃນຣີສອດໃຫ້ບໍລິການຫຼາກຫຼາຍທາງເລືອກດ້ານອາຫານ ບໍ່ວ່າຈະເປັນ ອາຫານລາວ ແລະ ອາຫານຕາເວັນຕົກແຊບໆ ແລະ ນອກນີ້ຍັງມີກິດຈະກຳຕ່າງໆໃຫ້ແຂກເຂົ້າມາພັກໄດ້ສໍາຫຼວດເຂດຊົນນະບົດອ້ອມຂ້າງ.

ບັງກະໂລແຕ່ລະຫຼັງໄດ້ຖືກອອກແບບຢ່າງສວຍງາມ ແລະ ປານີດ ເພື່ອໃຫ້ແຂກທີ່ມາພັກໄດ້ສໍາພັດກັບຄວາມງົດງາມແບບພື້ນເມືອງລາວປະສົມປະສານກັບຄວາມຫລູຫລາຂອງສິ່ງອຳນວຍຄວາມສະດວກທີ່ທັນສະ ໄໝ ເຊັ່ນ: ເຄື່ອງປັບອາກາດ ແລະ WiFi. ບັງກະໂລແຕ່ລະຫຼັງມີວິວທີ່ແຕກຕ່າງກັນ ບາງຫຼັງຈະມີລະບຽງສ່ວນຕົວ ແລະ ບາງຫຼັງຈະໃຫ້ວິວສວນປ່າໄມ້ ແລະ ຝາໄມ້ໄຜ່ທີອອ້ມຮອບ. ບັງກະໂລສ່ວນຫຼາຍຈະມີພື້ນທີ່ ສຳລັບສາມທ່ານ ເຊິ່ງເໝາະສຳລັບການທ່ອງທ່ຽວກັບຄອບຄົວຫລື ໝູ່ເພື່ອນ.


Spring River Resort ແມ່ນສະຖານທີ່ທີ່ເໝາະໃນການພັກຜ່ອນຢ່ອນອາລົມ ແລະ ໃນຂະນະດຽວກັນນັ້ນກໍ່ສໍາຫຼວດທໍາມະຊາດບໍລິເວນອ້ອມຮອບໄດ້. ແຄມຣີສອດ ແມ່ນແມ່ສາຍນໍ້າຫີນບູນ ທີ່ມີບໍ່ນໍ້າທຳມະຊາດຜຸກອອກມາ ເປັນນໍ້າໃສໆຄືກັບນໍ້າທະເລ ເຊິ່ງເປັນຈຸດເຫມາະທີ່ສຸດສຳລັບພາຍເຮືອຄາຍັກ ແລະ ລອຍນໍ້າຫຼີ້ນ. ຣີສອດຍັງໃຫ້ບໍລິການຂີ່ເຮືອໄລຍະຍາວຕື່ມອີກ ລວມທັງທົວພາຍເຮືອລ່ອງລຽບໄປຕາມແຄມແມ່ນໍ້າຫີນບູນປະມານ 14 ກິໂລແມັດ.

ຈຸດທີ່ນິຍົມທີ່ສຸດໃນພື້ນທີ່ນີ້ແມ່ນ ຖໍ້າກອງລໍ. ທ່ານສາມາດອ່ານລາຍລະອຽດເພີ່ມເຕີມກ່ຽວກັບວິທີການເດີນໄປ ຖໍ້າກອງລໍ ໄດ້ທີ່ນີ້. ຈາກຣີສອດ Spring River Resort ໄປຫາຖໍ້າກອງລໍ ທ່ານສາມາດຂີ່ເຮືອຫາງຍາວໄປຕາມແມ່ນໍ້າ ເຊິ່ງຈະນໍາໄປຫາປາກຖໍ້າ, ແລະ ຈະໄດ້ຂີ່ເຮືອລໍາໃໝ່ທີຈອດຢູ່ປາກຖໍ້າ ລ່ອງຕາມແມ່ນໍ້າທີ່ໄຫຼຜ່ານຖໍ້າໄປຫາອີກຝັງຂອງຖໍ້າ ເຊິ່ງມີຄວາມຍາວປະມານ 7 ກິໂລແມັດ. ນອກນີ້ ໃນຂົງເຂດນັ້ນ ຍັງມີຖໍ້າອື່ນໆອີກຫລາຍແຫ່ງໃຫ້ທ່ານສໍາຫຼວດ ແລະ Spring River Resort ສາມາດຈັດທົວໄປຖໍ້ານໍ້ານອນ, ເຊິ່ງເປັນຖໍ້ານໍ້າໃຫຍ່ອີກແຫ່ງໜຶ່ງທີ່ຍັງບໍ່ທັນໄດ້ມີທ່ານໃດໄດ້ສຳຫລວດທຸກມຸມເທື່ອ. ກົງກັນຂ້າມກັບຣີສອດຍັງມີຖໍ້ານ້ອຍໆທີ່ທ່ານສາມາດເຂົ້າໄປສໍາຫຼວດໄດ້. ແຕ່ຢ່າລືມເອົາໄຟສາຍໄປ!

ຖ້າການສໍາຫຼວດແບບມຸມແຄບໆ ຄື ການສໍາຫຼວດຖໍ້າ ບໍ່ແມ່ນສະໄຕທ່ານ ທ່ານສາມາດຍ່າງສຳຫລວດພື້ນທີ່ປ່າທີ່ກວ້າງຂວາງນີ້ໄດ້ ຫຼື ຫຼີ້ນກິດຈະກໍາແບບພະຈົນໄພ ທ່ານສາມາດໄປຊົມວິວຜາຫີນທີ່ຢູ່ໃກ້ໆ ຫຼີ້ນກິດຈະກໍາຂີ່ສະລິງ ແລະ ປີນຜາໂດຍໃຊ້ Via Ferrata ທີ່ຕື່ນເຕັ້ນ. ຮຽນຮູ້ລາຍລະອຽດເພີ່ມເຕີມກ່ຽວກັບ The Rock Viewpoint ໄດ້ໂດຍ ກົດທີ່ນີ້. ຫຼື ສຳລັບປະສົບການທີ່ໃກ້ຊິດກັບທໍາມະຊາດ ທ່ານສາມາດພົວພັນກັບຜູ້ນໍາທ່ຽວທ້ອງຖິ່ນເພື່ອນຳພາທ່ານເຂົ້າໄປສໍາຫຼວດປ່າ ແລະ ຄົ້ນພົບສັດປ່າທີ່ຫາເບິ່ງໄດ້ຍາກເຊັ່ນ ຝູງນົກໃນບໍລິເວນນັ້ນ. ນັກທ່ອງທ່ຽວທີ່່ມີຄວາມສົນໃຈກ່ຽວກັບນົກອາດຈະພົບເຫັນນັກກະຈິບ, ນົກອິນຊີ ຫຼື ນົກກະປືດທີ່ໃກ້ຈະສູນພັນ!


ຖ້າທ່ານຕ້ອງການສຳຫລວດພາກກາງຂອງປະເທດລາວຕື່ມອີກ, ທ່ານສາມາດຢ້ຽມຢາມສະຖານທີ່ໂດດເດັ່ນພາຍໃນເມືອງທ່າແຂກໄດ້ (Thakek Loop) ເຊິ່ງໃຊ້ Spring River Resort ເປັນທີ່ພັກຂອງທ່ານ. ຮຽນຮູ້ລາຍລະອຽດເພີ່ມເຕີມກ່ຽວກັບວົງຈອນທ່າແຂກໄດ້ໂດຍ ກົດທີ່ນີ້. ຈຸດເດັ່ນໆບາງສະຖານທີ່ີ່ແມ່ນໃກ້ກັບສະຖານທີ່ຣີສອດ ເຊິ່ງລວມມີ ເຮືອທີ່ສ້າງຈາກຊາກລະເບີດເກົ່າບ້ານທ່າບັກ, ບໍ່ນໍ້າເຢັນ ແລະ ຖໍ້າມັງກອນ. ເນື່ອງຈາກຣີສອດຕັ້ງຢູ່ໃກ້ໆກັບສະຖານທີ່ເຫລົ່າ ທ່ານສາມາດໄປຢ້ຽມຢາມໄດ້ຢ່າງສະດວກສະບາຍ.


ບໍ່ວ່າທ່ານຈະໄປທ່ຽວສະຖານທີ່ໃດໃນແຂວງຄໍາມ່ວນ, Spring River Resort ຈະເປັນທີ່ພັກທີ່ດີ ໃນຂະນະທີ່ທ່ານທ່ອງທ່ຽວບໍລິເວນນັ້ນ. ໃຊ້ເວລາຫນຶ່ງຄືນ ຫຼື ຫຼາຍຄືນ ທ່ຽວຕາມສະຖານທີ່ພາຍໃນວົງຈອນທ່າເເຂກ (Thakek Loop), ທາງຣີສອດຈະມີສິ່ງອໍານວຍຄວາມສະດວກໃຫ້ທ່ານສະເໝີ ແລະ ເຮັດໃຫ້ວັນພັກຜ່ອນຂອງທ່ານໃນທໍາມະຊາດພິເສດຂື້ນ. ທ່ານພ້ອມແລ້ວບໍ ທີ່ຈະເດີນທາງໄປທ່ຽວແຂວງຄໍາມ່ວນ ແລະ Discover Laos Today!