ອັບເດດລ່າສຸດກ່ຽວກັບການເປີດປະເທດລາວ 2022
ອັບເດດລ່າສຸດກ່ຽວກັບການເປີດປະເທດລາວ 2022

ໂພສ

ອັບເດດລ່າສຸດກ່ຽວກັບການເປີດປະເທດລາວ 2022

 

ສະຫຼຸບກອງປະຊຸມຄັ້ງລ່າສຸດທີ່ໄດ້ຈັດຕັ້ງຂຶ້ນໃນວັນທີ່ 26/4/2022 ໂດຍ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ລາວຈະເປີດປະເທດຕ້ອນຮັບນັກທ່ອງມທ່ຽວຕ່າງປະເທດເຕັມຮູບແບບ (Fully Opened) ເລີ່ມວັນທີ່ 1 ພຶດສະພາ 2022 ເປັນຕົ້ນໄປ, ໂດຍມີລາຍລະອຽດດັ່ງນີ້:

ເງື່ອນໄຂຂອງນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວ ສປປ ລາວ

ກ່ອນເດີນທາງເຂົ້າມາ ສປປ ລາວ:

  1. ເປີດຕ້ອນຮັບນັກທ່ອງທ່ຽວທຸກຮູບແບບ ບໍ່ວ່າຈະເປັນນັກທ່ອງທ່ຽວເດີນທາງເຂົ້າມາຜ່ານບໍລິສັດທ່ອງທ່ຽວ ຫຼື ເດີນທາງເຂົ້າມາດ້ວຍຕົນເອງ.
  2. ຕ້ອງມີໃບຢັ້ງຢືນການສັກວັກຊີນຄົບ 2 ເຂັມ ບໍ່ຫຼຸດ 14 ມື້ກ່ອນມື້ອອກເດີນທາງ ຫຼື ມີໃບຢັ້ງຢືນການເຄີຍຕິດເຊື້ອໂຄວິດ (ຍົກເວັ້ນຜູ້ເດີນທາງທີ່ມີອາຍຸຕ່ຳກວ່າ 18 ປີ ບໍ່ຈຳເປັນຕ້ອງມີໃບຢັ້ງຢືນການເດີນທາງ).
  3. ສຳລັບນັກທ່ອງທ່ຽວທີ່ມີໃບຢັ້ງຢືນການສັກວັກຊີນຄົບໂດສ ແລະ ເດັກນ້ອຍອາຍຸຕ້ຳກວ່າ 5 ປີ ຈະບໍ່ມີການກວດ RT-PCR ກ່ອນເດີນທາງເຂົ້າ ສປປ ລາວ; ສ່ວນຜູ້ທີ່ບໍ່ທັນມີໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີໃບຢັ້ງຢືນການກວດ RT-PCR ກ່ອນເດີນທາງ 72 ຊົ່ວໂມງ, ເມື່ອເດີນທາງມາຮອດ ສປປ ລາວທຸກຄົນຕ້ອງໄດ້ກວດຫາເຊື້ອດ້ວຍເຄື່ອງ RDT/ATK ຖ້າຜົນກວດເປັນລົບ ແມ່ນອະນຸຍາດໃຫ້ເຄື່ອນໄຫວຕາມແຜນການໄດ້.
  4. ນັກທ່ອງທ່ຽວຊາຍແດນ ມາທ່ອງທ່ຽວຕອນເຊົ້າ ເດີນທາງກັບດອນແລງ (1 day tripper) ແມ່ນຕ້ອງມີໃບຢັ້ງຢືນການສັກວັກຊີນ ແລະ ຕ້ອງໄດ້ກວດຫາເຊື້ອດ້ວຍລະບົບ RDT/ATK, ສ່ວນຜູ້ທີ່ບໍ່ມີໃບຢັ້ງຢືນສັກວັກຊີນ ແມ່ນຕ້ອງໄດ້ກວດກາຫາເຊື້ອດ້ວຍລະບົບ RT-PCR ທີ່ມີຜົນເປັນລົບ (ບໍ່ມີເຊື້ອ) ພາຍໃນ 48 ຊົ່ວໂມງກ່ອນເດີນທາງເຂົ້າມາ ສປປ ລາວ.
  5. ນັກທ່ອງທ່ຽວ ສາມາດເອົາວີຊ່າກັບດ່ານ ຫຼື E-Visa ໄດ້; ສຳລັບພົນລະເມືອງຂອງປະເທດທີ່ມີສັນຍາຍົກເວັ້ນວີຊ່າກັບ ສປປ ລາວ ສອງຝ່າຍ ຫຼື ຝ່າຍດຽວ ສາມາດເດີນທາງເຂົ້າມາ ສປປ ລາວ ໂດຍບໍ່ຈຳເປັນຕ້ອງຂໍວີຊ່າ.
  6. ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບ ຫຼື ປະກັນໄພໂຄວິດ ທີ່ມີວົງເງິນຄ້ຳປະກັນຢ່າງຕ່ຳ 10,000 ໂດລາ ສາມາດຊື້ມາແຕ່ປະເທດຕົ້ນທາງ ຫຼື ຊື້ກັບບໍລິສັດປະກັນໄພຢູ່ ສປປ ລາວ.

ເວລາມາຮອດ ສປປ ລາວ:

  1. ກວດແບບໄວ (RDT/ATK) ໂດຍບຸກຄະລາກອນທາງການແພດສຳລັບນັກທ່ອງທ່ຽວທີ່ມາຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ສາມາດເກັບຕົວຢ່າງກວດຫາເຊື້ອ ແລະ ລໍຖ້າຜົນກວດຢູ່ສະຖານທີ່ພັກແຮມທີ່ທາງບໍລິສັດກະກຽມໄວ້, ສຳລັບນັກທ່ອງທ່ຽວທີ່ເດີນທາງມາດ້ວຍຕົນເອງແມ່ນຈະໄດ້ລໍຖ້າຜົນກວດບໍ່ເກີນ 1 ຊົ່ວໂມງ.
  2. ຖ້າຜົນກວດເປັນລົບ ແມ່ນບໍ່ຈຳກັດບໍລິເວນ ສາມາດເດີນທາງໄປທ່ອງທ່ຽວໄດ້ເລີຍ. ຖ້າຜົນກວດເປັນບວກ ແມ່ນຕ້ອງໄດ້ປິ່ນປົວຕາມມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ເມື່ອປິ່ນປົວຫາຍດີແລ້ວ ແມ່ນສາມາດເດີນທາງທ່ອງທ່ຽວໄດ້.
  3. ສຳລັບຜູ້ທີ່ບໍ່ທັນຮັບວັກຊີນຄົບໂດສ ເຖິງວ່າຈະກວດ RDT/ATK ບໍ່ພົບເຊື້ອ ກໍຕ້ອງໄດ້ກັກບໍລິເວນໃຫ້ຄົບ 7 ວັນ.

ເວລາທ່ອງທ່ຽວພາຍໃນ ສປປ ລາວ:

  1. ນັກທ່ອງທ່ຽວຕ້ອງໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ໝັ່ນລ້າງມືດ້ວຍສະບູ ຫຼື ເຈວທີ່ມີສ່ວນປະສົມຂອງເຫຼົ້າ.
  2. ສັງເກດເບິ່ງອາການຂອງຕົນເອງ ຖ້າຫາກມີອາການສົງໄສຕິດເຊື້ອ ຫຼື ມີຄວາມສ່ຽງ ແມ່ນໃຫ້ກວດດ້ວຍຕົນເອງ, ຖ້າຜົນກວດເປັນບວກ ໃຫ້ແຈ້ງໃຫ້ໂຮງແຮມ ຫຼື ສະຖານທີ່ທີ່ນັກທ່ອງທ່ຽວພັກເຊົາຢູ່ຢ່າງຮີບດ່ວນ ເພື່ອໃຫ້ໂຮງແຮມຊ່ວຍແຈ້ງໃຫ້ໂຮງໝໍຕາມເບີໂທສຸກເສີນຂອງແຕ່ລະແຂວງ.

ກ່ອນເດີນທາງອອກປະເທດ:

ກວດ RT-PCR ຫຼື ຕາມເງື່ອນໄຂຂອງປະເທດປາຍທາງກຳນົດ.

ກຳນົດເຂດທ່ອງທ່ຽວໃນ ສປປ ລາວ:

ນັກທ່ອງທ່ຽວສາມາດເດີນທາງໄປທ່ອງທ່ຽວໂດຍບໍ່ຈຳກັດແຂວງ, ສາມາດທ່ອງທ່ຽວໄດ້ຕາມສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ.

--------

ຕິດຕາມພວກເຮົາໄດ້ທີ່:
Facebook: http://www.facebook.com/discoverlaostoday

Instagram: https://www.instagram.com/discoverlaostoday/
Youtube: https://www.youtube.com/c/DiscoverLaosToday

ເລືອກເບິ່ງທົວທົ່ວປະເທດລາວ/ໂຮງແຮມ/ປີ້ຍົນ/ແພັກເກັດ/ປີ້ລົດໄຟ/ຮ້ານອາຫານ ເພີ່ມເຕີມໄດ້ທີ່: www.discoverlaos.today

 

 
POSTED BY

Aon SEELAPHONE

Having honed her skills in social work through the handicraft sector, Aon is now part of the social media and content creation team. She is skilled in researching and discovering unique strategies to reach out to larger audiences/followers on many platforms such as Facebook and Instagram.

Find more about me at DiscoverLaos.Today