ຄົ້ນຄວາມລັບຂອງຜາສາດຫິນ
ຄົ້ນຄວາມລັບຂອງຜາສາດຫິນ

ໂພສ

ຄົ້ນຄວາມລັບຂອງຜາສາດຫິນ

 

ຈໍາປາສັກເຜີຍໃຫ້ເຫັນເຖິງຄວາມສວຍສົດງົດງາມ ແລະ ປະຫວັດສາດອັນເກົ່າແກ່ຂອງວັດພູ ລໍຖ້າໃຫ້ທ່ານໄປຢ້ຽມຊົມ.

ເມືອງຈຳປາສັກ ຕັ້ງຢູ່ໃນເຂດທີ່ຖືວ່າເປັນອີກໜຶ່ງຈຸດທີ່ງາມທີ່ສຸດໃນປະເທດລາວ, ເມືອງນ້ອຍໆແຫ່ງນີ້ເປັນປະຕູສູ່ວັດວາອາຮາມອັນເກົ່າແກ່ທີ່ຕັ້ງລຽງລາຍຕາມເນີນພູ ແລະ ມີປະຫວັດສາດອັນລຶກລັບໃຫ້ທ່ານໄດ້ຄົ້ນຫານັກທ່ອງທ່ຽວທີ່ຂ້າພະເຈົ້າໄດ້ພົບໃນມື້ນີ້ ບອກກັບຂ້າພະເຈົ້າວ່າເຂົາເຈົ້າຈະເດີນທາງຈາກປາກເຊໄປສີ່ພັນດອນເລີຍ, ແຕ່
ຂ້າພະເຈົ້າໄດ້ບອກເຂົາເຈົ້າວ່າ ພວກເຂົາກຳລັງພາດ ຖ້າຫາກບໍ່ໄດ້ແວ່ທ່ຽວເມືອງແຄມນໍ້າແຫ່ງນີ້, ເມືອງທີ່ເຕັມໄປດ້ວຍວັດວາອາຮາມຕ່າງໆ, ເຮືອນຊົງລາວ, ພຣະຣາຊະວັງອັນເກົ່າແກ່, ຮ້ານຄ້າ ແລະ ຮ້ານອາຫານຕ່າງໆ ເຊິ່ງເປັນບ່ອນທີ່ພວກເຂົາບໍ່ຄວນພາດຫຼັງຈາກທ່ຽວຊົມ ວັດພູ ເຊິ່ງອົງການອຸຍເນສໂກຍົກໃຫ້ເປັນສະຖານທີ່ມໍລະດົກໂລກ.

ວັດພູຕັ້ງຢູ່ເທິງພູສັກສິດທີ່ມີຮູບຮ່າງລັກສະນະຄ້າຍຄືລິງຄະປະຣະວະຕະ ເຊິ່ງເປັນສັນຍາລັກຂອງພຣະສິວະໃນສາສະໜາຮິນດູ ຫຼື ທີ່ຄົນລາວເອີ້ນພູໜ່ວຍນີ້ວ່າ ພູເກົ້າ. ຜາສາດຫີນແຫ່ງນີ້ໄດ້ຮັບການສ້າງຕັ້ງຂຶ້ນໃນລະຫວ່າງສະຕະວັດທີ 11 ເຖິງ ສະຕະວັດທີ່ໂດຍໄດ້ມີພຣະສິວະ, ນັກພຸດທະສາສະນິກະຊົນ ແລະ ຜູ້ສະແຫວງບຸນຕ່າງໆ ເຂົ້າຢ້ຽມຊົມ, ສັກລະບູຊາ ນັບເປັນເວລາຫຼາຍພັນປີມາແລ້ວ.ສະຖານທີ່ແຫ່ງນີ້ໄດ້ກາຍເປັນທີ່ຮູ້ຈັກຕໍ່ຊາວຕາເວັນຕົກ ໃນຊຸມປີ 1860 ເຊິ່ງເປັນໄລຍະທີ່ກຸ່ມນັກສຳຫຼວດຊາວຝຣັ່ງໄດ້ມາພົບຄວາມງາມຂອງສະຖານທີ່ດັ່ງກ່າວ ໃນໄລຍະການສຳຫຼວດແມ່ນໍ້າຂອງ. ມັນໄດ້ສ້າງຄວາມຕື່ນເຕັ້ນຢ່າງໃຫຍ່ໃຫ້ແກ່ບັນດານັກສຳຫຼວດ ໃນການຂ້າມຜ່ານສະຖານທີ່ທີ່ປົກຄຸມດ້ວຍປ່າໜາທຶບ ຈົນມາພົບກັບສະຖານທີ່ສັກສິດແຫ່ງນີ້.

ເນື່ອງຈາກຮູບລັກສະນະຂອງວັດພູທີ່ຊັບຊ້ອນຈິ່ງເຮັດໃຫ້ຜູ້ທີ່ເຂົ້າມາຢ້ຽມຊົມບໍ່ສາມາດແນມເຫັນທຸກໆສະຖານທີ່ ແລະ ອາຄານຕ່າງໆຂອງວັດໃນທັນທີໄດ້. ທ່ານຈະໄດ້ພົບກັບອາຄານ ແລະ ບູຮານສະຖານ ເມື່ອທ່ານຍ່າງຂຶ້ນໄປຕາມແຕ່ລະຊັ້ນຂອງພູ ໄປຈົນຮອດສະຖານທີ່ສັກສິດເຊິ່ງຕັ້ງໃນຈຸດທີ່ສູງທີ່ສຸດ. ຊັ້ນລຸ່ມຈະມີສະນໍ້າຂະໜາດໃຫຍ່ 2 ສະ ແລະ ເມື່ອຜ່ານສະນໍ້າທັງສອງທ່ານກໍໄດ້ຈະໄດ້ພົບກັບຜາສາດຫີນ ຫຼື ບາລາຍ ສອງຫຼັງທີ່ມີລວດລາຍສິລະປະຕາມແຜນຫີນຂອງອາຄານ. ເມືອງຜ່ານບາລາຍທັງສອງຫຼັງ, ທ່ານຈະໄດ້ຂຶ້ນໄປຕາມຂັ້ນໄດ ເຊິ່ງສອງຟາກທາງປະດັບປະດາດ້ວຍຕົ້ນດອກຈໍາ ແລະ ດອກໄມ້ ໃຫ້ຄວາມຮູ້ສຶກຄ້າຍຄືທ່ານກຳລັງກ້າວໄປສູ່ເສັ້ນທາງສັກສິດຂອງເທບພະເຈົ້າກໍວ່າໄດ້.

ມັນເປັນສິ່ງທີ່ກະສັດຂອງຂະແມວາງແຜນໄວ້ແລ້ວ,ກ່າວໂດຍ ທ່ານ David Bazin, ຜູ້ຊ່ວຍນັກຄົ້ນຄວ້າທາງດ້ານໂບຮານຄະດີຂອງວັດພູ ແລະໄດ້ອະທິບາຍເພີ່ມວ່າສາສະໜາຮິນດູ, ສະຖານທີ່ນີ້ ແລະ ພະລັງວິນຍານຂອງສະຖານທີ່ແຫ່ງນີ້ ແມ່ນຖືກໃຊ້ເພື່ອແຜ່ກະຈາຍອິດທິພົນ ແລະສ້າງຄວາມເຄົາລົບນັບຖືຈາກຜູ້ຄົນ

ຄວາມສະຫຼັບຊັບຊ້ອນໃນວັດພູຈຳປາສັກ ແມ່ນໄດ້ສະແດງວັດທະນະທຳຂອງຕົນເອງເທິງແຜ່ນຫີນ. ວັດພູແຫ່ງນີ້ເປັນບໍລິວານຂອງອັງກໍວັດຢູ່ປະເທດກຳປູເຈຍ ເຊິ່ງຕັ້ງຫ່າງຈາກວັດພູຈຳປາສັກປະມານ 240 ກມ. ໂດຍທີ່ການຄົ້ນຄວ້າເມື່ອບໍ່ດົນມານີ້ສ່ອງແສງໃຫ້ເຫັນເຖິງຈຸດປະສົງຂອງການສ້າງວັດພູ. ຕາມທີ່ ທ່ານ David ໄດ້ບອກຂ້າພະເຈົ້າວ່າ ໃນລະຫວ່າງສະຕະວັດທີ 9 ແລະ ສະຕະວັດທີ 13 ພະຣາຊາແຫ່ງອະນາຈັກອັງກໍ ໄດ້ສະໜັບສະໜູນການກໍ່ສ້າງວັດພູ ໂດຍມີຄຳຈາລຶກໃສ່ຫີນຢ່າງລະອຽດ ໄດ້ລະບຸໄວ້ວ່າ ອາວຸດ, ເຂົ້າ ແລະ ເງິນ ແມ່ນໄດ້ສົ່ງມາສະໜັບສະໜູນແຕ່ທາງໄກ.

ທ່ານ ບາຊີນ ໄດ້ອະທິບາຍວ່າມີຄວາມເປັນໄປໄດ້ວ່າສະຖານທີ່ອາດເປັນອານາຈັກທຳອິດຂອງຈັກກະພັດຂະແມ ແລະ ເປັນສະຖານທີ່ເຄົາລົບບູຊາ ເທິງໜ່ວຍພູແຫ່ງນີ້ເມື່ອເຮົາຍ່າງເຂົ້າໄປດ້ານໃນສະຖານທີ່ສັກສິດເຊິ່ງໃນເມື່ອກ່ອນເປັນບ່ອນເຄົາລົບບູຊາສາສະໜາຮິນດູ ເຊິ່ງໃນປະຈຸບັນປ່ຽນມາເປັນສາສະໜາພຸດ, ປະຕູຫີນແມ່ນຖືກແກະສະຫຼັກເປັນຮູບພະອິນ ຂີ່ຊ້າງສາມສຽນ.

ດ້ານໃນຜາສາດໄດ້ປະດິດສະຖານພະພຸດທະຮູບສຳລິດຂະໜາດໃຫຍ່ໄວ້ ແລະ ມີຫ້ອງສັກສິດທີ່ດ້ານຫຼັງ.ໜ້າຜາມີນ້ຳສັກສິດ (ນໍ້າທ່ຽງ) ທີ່ໄຫຼອອກຈາກຍອດພູເກົ້າໄຫຼຜ່ານຫ້ອງສັກສິດ, ໄຫຼຕາມຮູບແກະສະລັກຊີວະລຶງ ອອກໄປທາງດ້ານຂ້າງ. ປະຈຸບັນ, ແມ່ນເຮົາບໍ່ສາມາດເຂົ້າໄປໃນຫ້ອງສັກສິດໄດ້ ເນື່ອງຈາກດ້ານໜ້າຫ້ອງແມ່ນຖືກຄໍ້າດ້ວຍໂຄງສ້າງເພື່ອບໍ່ໃຫ້ອາຄານຖະລົ່ມ.   

ຫຼັງຈາກການທ່ຽວຊົມບູຮານສະຖານວັດພູແລ້ວ, ເຮົາກໍ່ສາມາດພັກຜ່ອນຢ່ອນອາລົມຢູ່ໃນເມືອງຈຳປາສັກ ໂດຍແວ່ດື່ມກາເຟຢູ່ທີ່ຮ້ານກາເຟໃນເມືອງແລະ ຊົມວິຖີຊີວິດຂອງປະຊາຊົນທ້ອງຖິ່ນ, ນັ່ງຊົມວີວນ້ຳຂອງພ້ອມດື່ມເບຍລາວ. ຫຼັງຈາກນັ້ນ, ຈິ່ງເດີນທາງໄປທ່ຽວເກາະດອນທາງໃຕ້ຕໍ່.

 

ຂໍ້ມູນເພີ່ມເຕີມ:
ງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ຈັດຂຶ້ນໃນລະຫວ່າງວັນທີກຸມພາ 2020

ເສັ້ນທາງເຂົ້າເຖິງ:
ການບິນລາວມີຖ້ຽວບິນເດີນທາງ
ໄປປາກເຊຈາກຫຼວງພະບາງ, ວຽງຈັນ, ບາງກອກ ແລະ ສຽມລຽບ.

ແປ ແລະ ຮຽບຮຽງໂດຍ ວິໄລສອນ ເຫຼື້ອງ

ຮູບໂດຍ ພູນຊັບ ເທວົງສາ

 

 
POSTED BY

Champa Meuanglao

Champa Meuanglao (CML) is the official inflight magazine of Lao Airlines, the proud national carrier of Laos, that features an interesting cross-section of articles detailing the hottest travel destinations, trendy lifestyles and business ideas. Champa Meuanglao produces is tri-lingual (English, Lao, and Chinese), with content for an audience comprising local and regional frequent business travellers and tourists.