ເຄີຍສົງໃສບໍ່ວ່າ ຫາກເຮົາເບິ່ງຈາກມູມສູງຂອງທ້ອງຟ້າທິວທັດເມືອງວັງວຽງຈະເປັນແນວໃດ? ຄຳຕອບທີ່ໄດ້ໄວແມ່ນ, ແນ່ນອນສະຖານທີ່ດັ່ງກ່າວມັນມີລາຄາແພງແຕ່ກໍ່ຍັງມີບາງຄົນຢາກທົດລອງ, ນີ້ແມ່ນບາງວິທີ ທີ່ທ່ານສາມາດທົດລອງດ້ວຍຕົວຂອງທ່ານເອງ.

ການຂີ່ບາລູນ: ສຳລັບການຂີ່ບາລູນແມ່ນແຕກຕ່າງກັບສະຖານທີ່ທ່ອງທ່ຽວອື່ນໆ, ສະຖານທີ່ທ່ອງທຽວທາງອາກາດຂອງວັງວຽງມີການຂີ່ບາລູນບໍ່ຫຼາຍ. ເວລາຂອງການຂີ່ບາລູນທີ່ດີທີ່ສຸດແມ່ນຕອນເຊົ້າ ແລະ ຄ້ອຍແລງ. ໃນຊ່ວງເວລາຕາເວັນຂື້ນ ແລະ ຕົກດິນ, ທ້ອງຟ້າຈະເປັນສີຟ້າອອ່ນ ແລະ ສີເຫຼືອງອ່ອນ.

ການຂີ່ພາລາມໍເຕີ: ມັນຄ້າຍຄືກັນກັບການໂດດຈ້ອງ ເຊິ່ງໃຊ້ເວລາຂີ່ປະມານ 20 ນາທີທ່ານຈະໄດ້ປະສົບການທີ່ຫາຍາກ. ພະລັງງານທີ່ຜ່ານອາກາດກັບຊຸດໂດດຈ້ອງທີ່ປອດໄພ ແລະ ມີຄວາມຢາກທົດລອງຂີ່ຊ້ຳອີກ.

ການຂີ່ສະລິງ(ຊິບໄລ): ມີຫຼາຍສະຖານທີ່ໃນວັງວຽງທີ່ມີການໃຫ້ບໍລິການຫຼາຍບ່ອນທີ່ທ່ານສາມາດຊື້ລາຍການຂີ່ສາຍສະລິງລວມທັງກິດຈະກຳອື່ນໆເຊັ່ນວ່າ: ຂີ່ຂ້າມນຳຊອງ ຫຼື ຂີ່ຂ້າມອ່າງນຳ້ບລູລາກູນເຊິ່ງເປັນກິດຈະກຳທີ່ນັກທ່ອງທ່ຽວມັກຫຼາຍ.