ນ້ຳຕົກຕາດແກ້ງຍຸຍສູງປະມານ 30 ແມັດ ເຊິ່ງຕັ້ງຢູ່ທິດຕາເວັນອອກຂອງເມືອງວັງວຽງ. ນຳ້ຕົກຕາດແກ້ງຍຸຍຈະມີຄວາມສວຍງາມໃນລະດູຝົນ, ແຕ່ຈະມີນຳ້ນ້ອຍໃນເດືອນເມສາ ຫາ ເດືອນພຶດສະພາ. ເວລາໄປເຖິງນຳ້ຕົກຕາດທ່ານຈະໄດ້ຍ່າງໄປຕາມຫ້ວຍຍຸຍ ແລະ ຫ້ວຍນຳ້ລາວທີ່ໄຫຼເຂົ້າຫາກັນຈິ່ງກາຍເປັນນຳ້ຕົກຕາດນ້ອຍ ທີ່ມີຊື່ວ່າ ນຳ້ຕົກຕາດແກ່ນລອນ, ນຳ້ຕົກຕາດແກ່ນລ້ອນ ສູງປະມານ 5 ແມັດ. ເຊິ່ງຕົກລົງໄປໃສ່ຈຸອາບນຳ້ທີ່ສວຍງາມ ແລະ ກວ້າງປະມານ 9 ແມັດ.

ປະຊາຊົນບ້ານນາດ້ວງເປັນຜູ້ຮັກສາສະຖານທີ່ດັ່ງກ່າວ. ດັ່ງນັ້ນຈິ່ງມີການແປງທາງຂື້ນໄປຫານຳ້ຕົກຕາດທັງສອງ, ມີຂົວນ້ອຍໆ ແລະ ສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນວ່າ ຈຸດອາບນຳ້, ບ່ອນກິນເຂົ້າຢູ່ຕາມທຳມະຊາດ. ຊາວບ້ານຍັງຈັດສັນບ່ອນຈອດລົດ ແລະ ຮ້ານຂາຍເຄື່ອງ. ທ່ານຍັງສາມາດສັ່ງອາຫານຕາມສັ່ງເພື່ອຮັບປະທານອາຫານຢູ່ຕາມແຄມນຳ້ອີກດ້ວຍ.

ໝາຍເຫດ: ຖ້າທ່ານຕ້ອງການໄກ້, ທ່ານສາມາດພົວພັນກັບຊາວບ້ານນາດ້ວງ, ໄກ້ທ້ອງຖິ່ນສາມາດແນະນຳ ແລະ ອະທິບາຍກ່ຽວກັບສັດ, ພືດພັນຢູ່ຕາມທຳມະຊາດສາມາດນຳສິ່ງດັ່ງກ່າວມາໃຊ້ໃນຊິວິດປະຈຳວັນທີ່ພົບເຫັນຕາມທາງຍ່າງ. ດັ່ງນັ້ນຢູ່ຈຸດທາງເຂົ້າມີບ່ອນຂາຍປີ້ ເພື່ອລະດົມທຶນທີ່ຮັກສາ ແລະ ຄຸ້ມຄອງສະຖານທີ່ດັ່ງກ່າວ.