ທ່ານຈະເຮັດແນວໃດເພື່ອໃຫ້ລູກຄ້າໝັ້ນໃຈວ່າ ທຸລະກິດຂອງທ່ານພ້ອມທີ່ຈະຕ້ອນຮັບການກັບມາຂອງນັກທ່ອງທ່ຽວແລ້ວ?
ທ່ານຈະເຮັດແນວໃດເພື່ອໃຫ້ລູກຄ້າໝັ້ນໃຈວ່າ ທຸລະກິດຂອງທ່ານພ້ອມທີ່ຈະຕ້ອນຮັບການກັບມາຂອງນັກທ່ອງທ່ຽວແລ້ວ?

ໂພສ

ທ່ານຈະເຮັດແນວໃດເພື່ອໃຫ້ລູກຄ້າໝັ້ນໃຈວ່າ ທຸລະກິດຂອງທ່ານພ້ອມທີ່ຈະຕ້ອນຮັບການກັບມາຂອງນັກທ່ອງທ່ຽວແລ້ວ?

 

ເຖິງແມ່ນວ່າທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວທົ່ວມຸມໂລກກໍາລັງຖືກກະທົບຈາກການແຜ່ລະບາດຂອງໂລກໂຄວິດ-19ຢ່າງໃຫ່ຍຫຼວງ, ຍັງມີທ່າໂນມວ່າທຸລະກິດເຫຼົ່ານີ້ຈະຟື້ນຕົວຄືນອີກຄັ້ງ ເນື່ອງຈາກວ່າມີການແຈກຢາຍວັກຊີນ ທັງທົວໂລກ ແລະ ພາຍໃນປະເທດລາວ ໄດ້ນໍາມາເຊິ່ງຄວາມຫວັງ ແລະ ສັນຍານຂອງຄວາມປົກກະຕິແບບໃໝ່ໃນອານາຄົດ.

ເຖິງຢ່າງໃດກໍ່ຕາມ, ວັກຊີນອາດຈະບໍ່ແມ່ນຢາເມັດດຽວທີ່ສາມາດຟື້ນຟູຄວາມເສຍຫາຍໃນຂະແຫນງອຸດສາຫະກໍາການທ່ອງທ່ຽວໄດ້ຢ່າງເດັດຂາດ ແລະ ທຸລະກິດຕ່າງຈໍາເປັນຕ້ອງສະແດງມາດຕາການປ້ອງກັນທີ່ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ພະນັກງານ ແລະ ລູກຄ້າ.

Google Maps ໄດ້ມີການອັບເດດໃໝ່ ເຊິ່ງສະແດງຂໍ້ຄວາມໃຫ້ເຫັນວ່າທຸລະກິດໃດມີມາດຕະການການປ້ອງກັນທີ່ພວກເຂົາປະຕິບັດເພື່ອຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ. ມາດຕະການປ້ອງກັນເຫຼົ່ານີ້ແມ່ນຖືກສົ່ງໂດຍກົງຈາກຜູ້ດໍາເນີນທຸລະກິດເອງ ແຕ່ວ່າ Google ໄດ້ສັນຍາວ່າຈະເປີດໃຫ້ຄົນທີ່ສົນໃຈຂຽນຣີວິວ, ຫຼື "ຄູ່ມືທ້ອງຖິ່ນ", ສາມາດຍື່ນສະເໜີ ການປັບປຸງຂອງພວກເຂົາເອງຕໍ່ກັບທຸລະກິດນັ້ນໆໄດ້.

ຂໍ້ມູນເຫຼົ່ານີ້ຍັງບໍ່ມີສຳລັບທຸລະກິດລາວໃນປະຈຸບັນ ແຕ່ແນ່ນອນໃນອານາຄົດໃກ້ໆນີ້. ເວລາພວກເຮົານໍາໃຊ້ ແອັບ Google Map ຈະມີຂໍ້ຄວາມສະແດງຂື້ນຖາມ ກ່ຽວກັບຂໍ້ຄວນລະວັງດ້ານຄວາມປອດໄພທີ່ທຸລະກິດປະຕິບັດຢູ່ອີກດ້ວຍ.

Trip Advisor ໄດ້ເພີ່ມຕົວກອງສໍາລັບມາດຕະການຄວາມປອດໄພຂອງໂລກລະບາດໂຄວິດ-19 ໃນຜົນການຄົ້ນຫາ(Search Result)ຂອງພວກເຂົາແລ້ວ. ໃນຈຳນວນໂຮງແຮມ 654 ແຫ່ງຢູ່ຫຼວງພະບາງ ທີ່ມີລາຍຊື່ໃນ Trip Advisor, ມີພຽງ 13 ແຫ່ງເທົ່ານັ້ນທີ່ໂຄສະນາວ່າພວກເຂົາກຳລັງໃຊ້ມາດຕະການເພີ່ມເຕີມເພື່ອຫຼຸດຜ່ອນການແຜ່ລະບາດຂອງໂຄວິດ-19.

ເມື່ອການທ່ອງທ່ຽວລະຫວ່າງປະເທດເລີ່ມຕົ້ນຂື້ນອີກຄັ້ງ, ມີຄວາມເປັນໄປໄດ້ສູງວ່າ ຂໍ້ມູນກ່ຽວກັບມາດຕະການປ້ອງກັນຈະເປັນປັດໃຈຫຼັກ ທີ່ຊ່ວຍໃຫ້ນັກທ່ອງທ່ຽວຫຼາຍຄົນ ຕັດສິນໃຈໃນເວລາພວກເຂົາເລືອກບ່ອນທີ່ຈະໄປຮັບປະທານອາຫານ ຫລື ໂຮງແຮມໃດທີ່ຈະພັກ.

ບັນຫາຂອງການຕິດເຊື້ອພະຍາດໂຄວິດ-19 ໃນປະເທດລາວແມ່ນຂ້ອນຂ້າງຕໍ່າ, ແລະ ປະເທດລາວໂຊກດີຫລາຍທີ່ໄດ້ຫລີກລ້ຽງການແຜ່ລະບາດອັນຮ້າຍແຮງນີ້. ແຕ່ວ່າທຸລະກິດການທ່ອງທ່ຽວບໍ່ສາມາດຢຸດຢູ່ກັບຄວາມປະສົບຜົນສໍາເລັດນີ້ໄດ້ ແລະ ຕ້ອງເລີ່ມຕົ້ນປະຕິບັດບາດກ້າວຕ່າງໆ ເພື່ອສະແດງຄວາມກຽມພ້ອມຂອງພວກເຂົາໃນການກັບມາຂອງແຂກຕ່າງປະເທດ.

ໜຶ່ງບາດກ້າວດັ່ງກ່າວແມ່ນໂຄງການທີ່ກຳລັງຈະຈັດຂື້ນ ໂຄງການການທ່ອງທ່ຽວຂອງລາວ ແລະ ສຸຂະອະນາໄມດ້ານການບໍລິການ (Lao Tourism and Hospitality Hygiene Programme). ແຜນງານນີ້ ກຳລັງໄດ້ຮັບການພັດທະນາ ໂດຍການສະໜັບສະໜູນຈາກໂຄງການ Skills for Tourism ແລະ ຮ່ວມມືກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງສາທາລະນະສຸກ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຊິ່ງມີຈຸດປະສົງເພື່ອສ້າງແຜນງານການຝຶກອົບຮົມແຫ່ງຊາດເຊິ່ງຈະເສີ່ມສ້າງ ທັກສະ ແລະ ຄວາມຮູ້ທີ່ຈໍາເປັນໃຫ້ບັນດາທຸລະກິດທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ລູກຄ້າ ແລະພະນັກງານມີຄວາມປອດໄພ. ແຜນງານນີ້ແມ່ນຕົວຢ່າງທີ່ດີ ທີ່ສະແດງໃຫ້ເຫັນວິທີການທີ່ທຸລະກິດຄວນກະກຽມສຳລັບການກັບມາຂອງນັກທ່ອງທ່ຽວ. ໂຄງການ Skills for Tourism ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານຂອງລັກເຊມເບີກ ແລະ ສະວິດເຊີແລນ ເຊິ່ງຈັດຕັ້ງປະຕິບັດໂດຍ LuxDev ແລະ ກະຊວງສຶກສາທິການ ແລະກິລາ.

 

ຜູ້ປະກອບການການທ່ອງທ່ຽວຍັງຈໍາເປັນຕ້ອງສະແດງຄວາມກຽມພ້ອມຂອງພວກເຂົາໃຫ້ກັບຜູ້ທີ່ອາດຈະເປັນລູກຄ້າອີກດ້ວຍ. ມາດຕະການຕ່າງໆເຊັ່ນ: ສຸຂະອະນາໄມ, ການຂ້າເຊື້ອອຸປະກອນຕ່າງໆ, ແລະ ການເວັ້ນໄລຍະຫ່່າງໃນສັງຄົມ ຈະຕ້ອງໄດ້ລວມເຂົ້າໃນຂັ້ນຕອນການບໍລິຫານຄວາມສ່ຽງທີ່ມີຢູ່ ແລະ ທາງທຸລະກິດຕ້ອງໄດ້ສື່ສານສິ່ງເຫຼົ່ານີ້ກັບລູກຄ້າຢ່າງຈະແຈ້ງ. ບໍ່ວ່າມາດຕະການເຫຼົ່ານີ້ແມ່ນອີງໃສ່ການຝຶກອົບຮົມ ຫຼື ຄຳແນະນຳ ຈາກບັນດາກະຊວງທີ່ກ່ຽວຂ້ອງ ຫຼື ອີງໃສ່ມາດຕະການລະດັບສາກົນ, ມັນກໍ່ເປັນສິ່ງສໍາຄັນທີ່ທຸລະກິດປະຈຸບັນຕ້ອງເລີ່ມຄິດກ່ຽວກັບເລື່ອງນີ້ ເພື່ອພວກເຂົາມີຄວາມພ້ອມສຳລັບນັກທ່ອງທ່ຽວ ເມື່ອຊາຍແດນເປີດ.

ໂດຍສະເພາະ ໂຮງແຮມທີ່ຈະເປັນຈຸດສຸມຂອງການກວດກາລູກຄ້າ. ແຂກຫຼາຍຄົນຈະຊອກຫາໂຮງແຮມທີ່ສາມາດໃຫ້ບໍລິການການເຊັກອິນແບບໄລ້ສໍາພັດ (Contactless Chick-in)ໂດຍປະສົມປະສານກັບມາດຕະການສຸຂະອະນາໄມອື່ນໆ. ດິສໂຄເວີລາວ ທູເດ ໄດ້ສ້າງລະບົບສໍາລັບເຊັກອິນແບບໄລ້ສໍາພັດ, ເຊິ່ງແຂກສາມາດໃຊ້ຊ່ອງທາງອອນລາຍເພື່ອອັບໂຫລດເອກະສານທີ່ກ່ຽວຂ້ອງທັງໝົດທີ່ໂຮງແຮມຕ້ອງການ ກ່ອນແຂກຈະເດີນທາງມາຮອດ. ນີ້ຍັງແມ່ນລະບົບໜຶ່ງທີ່ Google Maps ແລະ Trip Advisor ໄດ້ກຳລັງພັດທະນາ ແລະ ຈະເປັນປັດໃຈຊ່ວຍຕັດສິນໃຈສຳລັບຜູ້ທີ່ອາດເປັນລູກຄ້າຫຼາຍຄົນ.

ບໍ່ວ່າຈະຜ່ານການຝຶກອົບຮົມທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານເຊັ່ນ ໂຄງການ Skills for Tourism ຫຼື ພາກສ່ວນທຸລະກິດທີ່ພັດທະນາຂັ້ນຕອນຕ່າງໆດ້ວຍຕົນເອງ, ຕອນນີ້ເປັນເວລາທີ່ບັນດາທຸລະກິດທີ່ກ່ຽວຂ້ອງຈະຕ້ອງລິເລີ່ມນໍາໃຊ້ວິທີການຫຼຸດຜ່ອນບັນຫາການແຜ່ລະບາດຂອງໂຄວິດ 19, ແລະ ວຽກທີ່ມີຄວາມສຳຄັນອີກຢ່າງກໍ່ຄື ການສື່ສານຂັ້ນຕອນການຫຼຸດຜ່ອນເຫຼົ່ານີ້ຕໍ່ກັບແຂກໃຫ້ເຂົ້າໃຈຢ່າງຈະແຈ້ງ.

 
POSTED BY

David Ormsby

David is a writer, explorer, adventurer, outdoor educator, and guide. He was worked across the Asia Pacific in a number of different roles within the eco-tourism and outdoor industry. Since 2016 David has lived and worked in Laos, and brings a depth of experience to his writing in Laos.