ບລູລາກູນ 3 ຕັ້ງຢູ່ຫ່າງຈາກຕົວເມືອງປະມານ 1 ຊົ່ວໂມງ, ໄກຈາກບລູລາກູນ 1 ປະມານ 14 ກິໂລແມັດ ແລະ ເປັນບລູລາກູນທີ່ໄກທີ່ສຸດຈາກບູລາກູນ 1 ແລະ 2, ເຖິງແມ່ນວ່າສະຖານແຫ່ງນີ້ຈະຢູ່ຫ່າງໄກ ແຕ່ມັນເປັນເສັ້ນທາງການຜະຈົນໄພທີ່ຕື່ນເຕັ້ນກັບເສັ້ນທາງທີ່ເປື້ອນ ແລະ ມີຂີ້ີຕົມ.

ການຂີ່ລົດໃນທາງຂຸມ ແລະ ເປື້ອນມັນອາດຈະບໍ່ສະດວກໃນການຂັບຂີ່, ແຕ່ໃນຂະນະທີ່ທ່ານຂີ່ລົດໄປຕາມທາງທ່ານຈະມີຄວາມຕື່ນເຕັ້ນເນື່ອງຈາກທຳມະຊາດທີ່ສວຍງາມປະສົມປະສານລະຫວ່າງທົ່ງນາ ແລະ ພູເຂົາຫີນປູນ, ຍັງມີສະຖານທີ່ງາມທີເໝາະແກ່ການຖ່າຍຮູບ ຂອງພູເຂົາ, ທ້ອງຟ້າ ແລະ ທົ່ງນາຮົ້ວສວນທີ່ເປັນທິດທັດທີ່ສວຍງາມ.

ບລູລາກູນ 3 ແມ່ນຖືກນິຍົມຫຼາຍດ້ວຍຄວາມງາມຂອງອາງນ້ຳທຳມະຊາດທີ່ເປັນຮູບວົງມົນ. ເຊິ່ງມີແພໄມ້ໄຜ່ຢູ່ທີອ່າງນ້ຳ, ທ່ານສາມາດທົດລອງຄວາມທຸນທ່ຽງຂອງເຈົ້າໃນການຂີ່ແພໄມ້ໄຜ່ ແລະ ຂີ່ສາຍສະລິງໂດດລົງອ່າງນ້ຳ. ມັນຈະເຮັດໃຫ້ທ່ານຈະຕົກລົງກາງອ່າງນ້ຳ ແລະ ຍັງມີເຮືອຢາງສຳລັບພາຍຫຼິ້ນຢູ່ອ່າງນ້ຳ. ນອກຈາກນັ້ນຍັງມີສະຖານທີ່ນັ່ງພັກຜ່ອນທີ່ທ່ານສາມາດຮັບປະທານອາຫານອີກດ້ວຍ.

ເສັ້ນທາງໄປບລູລາກູນ 3: ທ່ານສາມາດເຊົ່າລົດ ຕຸກຕຸກ, ລົດຈັກ, ລົດບັກກີ.

ເວລາປິດເປີດ: ເປີດ 08:00 ໂມງ ຫາ 18:00 ໂມງ

ຄ່າເຂົ້າຊົມ: 10,000 ກີບ