ຖ້ຳຈັງກໍ່ເປັນອີກຖ້ຳໜື່ງທີ່ມີຄວາມສຳຄັນຫຼາຍຢູ່ວັງວຽງ, ເປັນບ້ານເຮືອນຂອງຊາວບ້ານທີ່ອົບພະຍົບມາຕັ້ງບ້ານເຮືອນຢູ່ໃກ້ ບ້ານເມືອງຊອງ ເພື່ອເຮັດສວນຜັກ. ຄົນທ້ອງຖິ່ນໄດ້ໄປລີ້ໄພຕົວຢູ່ໃນຖຳ້ດັງກ່າວໃນໄລຍະສົງຄາມກາງເມືອງເພື່ອເປັນບ່ອນລີ້ໄພໃນປ່າ. ຖຳ້ດັ່ງກ່າວມີຄວາມສູງຫຼາຍ, ສະນັ້ນຈິ່ງສາມາດເບິ່ງເຫັນທິວທັດຂອງເມືອງວັງວຽງ ແລະ ປະຊາຊົນແຕ່ກ່ອນພາກັນໄປອາໃສຢູ່ໃນຖຳ້ເພື່ອລີ້ໄພສົງຄາມ.

ຫຼາຍປີຜ່ານມາໃນຊ່ວງຂອງຍຸກອານານິຄົມ, ປະຊາຊົນກໍ່ກັບຄືນມາເຮັດສວນເຮັດນາຢູ່ໃກ້ໆຖຳ້ ແລະ ກໍ່ພາກັນໄປອາບນຳ້ຢູ່ອ່າງນຳ້ທີ່ເຢັນໆໃກ້ຖຳ້, ຊາວບ້ານໄດ້ພາກັນເຊື່ອວ່ານຳ້ສາມາດເຮັດໃຫ້ຂາເຢັນຈົນແຂງ, ດັ່ງນັ້ນຊາວບ້ານຈິ່ງຕັ້ງຊື່ວ່າ ຖຳ້ຈັງ.

ໝາຍເຫດ: ໄປຕາມເສັ້ນທາງແຄມນຳ້ຊອງຂອງບ້ານເມືອງຊອງ. ແລ້ວຊື້ບັດເຂົ້າຊົມຢູ່ປະຕູທາງເຂົ້າຂອງລີສອດວັງວຽງ ແລະ ຂ້າມຂົວນຳ້ຊອງແລ້ວຍ່າງຂື້ນຈົນຮອດຖຳ້ຈັງ.