ຫຼວງພະບາງມີໝູ່ບ້ານຫັດຖະກຳ 2-3 ແຫ່ງແຕ່ບ້ານຊ້າງຄ້ອງນັ້ນເຂົ້າເຖິງງ່າຍທີ່ສຸດແລ້ວ ແລະ ເປັນໝູ່ບ້ານທີ່ມີເອກະລັກຫຼາຍ ດ້ວຍຮ້ານຄ້າທີ່ເກົ່າແກ່ ແລະ ຊ່າງງານຝີມືທີ່ເຮັດທຸລະກີດຢູ່ແຖວນັ້ນ.

ຫາກທ່ານເດີນທາງດ້ວຍການຍ່າງກໍ່ສາມາດເຂົ້າເຖິງດ້ວຍການຍ່າງຂ້າມຂົວໄມ້ໄຜ່ໃນຊ່ວງລະດູແລ້ງ. ເມື່ອທ່ານຂ້າມຂົວໄມ້ໄຜ່ຈາກແມ່ນ້ຳຂອງ ແລະ ແມ່ນ້ຳຄານ ໃຫ້ທ່ານຍ່າງຂຶ້ນເນີນພູຕໍ່ໄປເລື້ອຍໆແລ້ວຈະເຫັນຖະນົນຫຼັກທີ່ມີການປູຢາງ. ຈາກນັ້ນໃຫ້ຍ່າງໄປຕາມທາງອີກປະມານ 500ແມັດ ແລະ ທ່ານຈະເຫັນບ້ານລາວຊົງເດີມທີ່ຜະລິດເຈ້ຍສາ, ໄມ້ ແລະ ຜະລິດຕະພັນຜ້າໄໝຕ່າງໆ.

ອີກທາງເລືອກໜຶ່ງແມ່ນຂີ່ລົດຖີບ. ຫຼາຍໆຄົນມ່ວນກັບການຂີ່ຜ່ານຂົວໄມ້ເກົ່າ ເຊິ່ງເປັນຈຸດດຶງດູດນັກທ່ອງທ່ຽວ. ຫຼັງຈາກຂ້າມຂົວເກົ່າແລ້ວລ້ຽວຊ້າຍທີ່ທາງແຍກທຳອິດ. ຈາກນັ້ນຂີ່ໄປເລື້ອນໆຕາມແມ່ນ້ຳຄານປະມານ 15-20ນາທີ. ທ່ານກໍ່ຈະຮອດໝູ່ບ້ານນັ້ນ.

ຄວາມພິເສດຂອງບ່ອນນີ້ແມ່ນການຕ່ຳຫູກທໍ່ຜ້າໄໝດ້ວຍມື ແລະ ເຈ້ຍສາທີ່ເຮັດມາຈາກເປືອກຕົ້ນມອນ. ໂດຍທຳມະຊາດແລ້ວຕົ້ນມອນຈະໃຫຍ່ໄວ ແລະ ຫຼົ່ນຈາກຕົ້ນໄມ້ເອງ. ດັ່ງນັ້ນ ທ່ານບໍ່ຕ້ອງກັງວົນວ່າເຈ້ຍສາຕ່າງໆຈະເຮັດໃຫ້ຕົ້ນໄມ້ນັ້ນຕາຍໄປຢ່າງແນ່ນອນ.

ຫົນທາງປູຢາງແຫ່ງໃໝ່ນັ້ນສະດວກສະບາຍ ແລະ ເຂົ້າເຖິງງ່າຍ. ທ່ານສາມາດເຂົ້າຮ່ວມກິດຈະວັດປະຈຳວັນ ແລະ ທ່ຽວຊົມໄດ້ວ່າຜະລິດຕະພັນທ້ອງຖິ່ນທີ່ວາງຂາຍຢູ່ຕະຫຼາດມືດນັ້ນເຂົາຜະລິດກັນແນວໃດ: ການແຕ້ມເຈ້ຍສາ, ໂຄມໄຟ, ອັນຂັ້ນປຶ້ມ... ໂດຍຊັ້ນເຕັກນິກທີ່ເປັນມິດກັບສິ່ງແວດລ້ອມທີ່ສືບທອດກັນມາຫຼາຍຊົ່ວອາຍຸຄົນ.

ເວັບໄຊ້ຂອງເຮົາແມ່ນສົ່ງເສີມການຕະຫຼາດຊາວບ້ານໂດຍກົງ ແລະ ຢາກເຊີນທ່ານໄປທ່ຽວຊົມຫັດຖະກຳອັນປານີດຂອງຊາວບ້ານ.