ໄປເປັນຄວານຊ້າງໜຶ່ງມື້, ອາບນ້ຳກັບຊ້າງ ຫຼື ຂີ່ສັດທີ່ສວຍງາມເຫຼົ່ານີ້ຜ່ານປ່າ. ມີແຄ້ມຊ້າງຫຼາຍແຫ່ງທີ່ມີຈາລິຍະທຳທີ່ແຕກຕ່າງກັນໄປໃຫ້ທ່ຽວຊົມໃນຫຼວງພະບາງ. ແຕ່ປະເທດນີ້ເປັນບ້ານຂອງຊ້າງເອເຊຍຫຼາຍກວ່າ 1000 ເຊືອກ ແລະ ຄອບຄົວຄວານຊ້າງແບບດັ່ງເດີມຫຼາຍຄົນ, ເຊິ່ງຄັ້ງໜຶ່ງເຄິຍພຶ່ງພາອຸດສາຫະກຳໄມ້ແຕ່ກໍ່ບໍ່ສາມາດຮັກສາ ແລະດູແລສັດໄດ້.

ສູນອະນຸຮັກຊ້າງ ແລະ ແຄ້ມຊ້າງໄດ້ໃຫ້ການເບິ່ງແຍງຊ້າງ ແລະ ຊ່ວຍເຫຼືອຄວານຊ້າງໃນການຫາລາຍໄດ້ເພີ່ມໃຫ້ກັບຄອບຄົວຂອງເຂົາໂດຍທີ່ໃຫ້ຊ້າງໄດ້ມີຊີວິດການເປັນຢູ່ທີ່ດີ, ມີສຸຂະພາບທີດີ. ສູນອະນຸຮັກຊ້າງຫຼາຍແຫ່ງເປີດໂອກາດໃຫ້ທ່ານໄດ້ອາບນ້ຳ, ເບິ່ງແຍງ, ໃຫ້ອາຫານ ຫຼື ຂີ່ສັດຄູ່ບາລະມີເຫຼົ່ານີ້, ລະຫວ່າງທາງທ່ານຈະໄດ້ເຫັນສາຍສຳພັນທີ່ແໜ້ນແຟ້ນລະຫວ່າງຊ້າງກັບຄວນຊ້າງ. ມີຫຼາຍໆໂອກາດທີ່ຈະໄດ້ສຳຜັດກັບຊ້າງເອເຊຍໃນລະຫວ່າງທີ່ທ່ານມາທ່ຽວຫຼວງພະບາງ.