ສະໜາມກ໋ອບຫຼວງພະບາງ

ໃນຂະນະທີ່ທ່ານກຳລັງເພີດເພີນໄປກັບການຕີກ໋ອບມີທິວທັດອັນສວຍງາມຂອງພູເຂົາ ແລະ ແມ່ນ້ຳຂອງຖ້າທ່ານຢູ່ຂຸມທີ່ 16 ແລະ 17. ສະພາບອາກາດລະຫວ່າງເດືອນພະຈິກຫາເດືອນກຸມພານັ້ນເໝາະແກ່ການຫຼິ້ນກິລາກ໋ອບຢ່າງຍິ່ງ ເພາະວ່າອາກາດເຢັນ, ອຸນຫະພູມລະຫວ່າງ 15-25 ອົງສາ ສົມທົບກັບຫຼຸມຕ່າງໆທີ່ທ້າທາຍກັບທິວທັດທຳມະຊາດຂອງພູຫີນປູນ ແລະ ປ້າໄມ້ທີ່ຂຽວອຸ່ມຊຸ່ມ.

ສະໜາມກ໋ອບຫຼວງພະບາງຢູ່ຫ່າງຈາກໃຈກາງເມືອງໄປທາງຕາເວັນຕົກປະມານ 6 ກິໂລແມັດ. ຕັ້ງຢູ່ແຄມຝັ່ງພາກໃຕ້ຂອງແມ່ນໍ້າຂອງອ້ອມຮອບດ້ວຍພູຜາປ່າໄມ້. ຂຸມທີ່ 14 ຫາ ຂຸມທີ່ 17 ນັ້ນຈະຂະໜານກັບແມ່ນ້ຳ ກັບການຫຼິ້ນ 3 ພາ ໃນຂຸມທີ່ 17 ຈະຢູ່ຕາມແຄມນ້ຳ. ເຮົາຈະສາມາດເຫັນນ້ຳໄດ້ຊັດເຈນຢູ່ຂຸມທີ່ 18 ແຕ່ແທ້ໆແລ້ວເຂົ້າມາຫຼິ້ນນັ້ນ ຫຼິ້ນພຽງແຕ່ຂຸມ 3, 5, 7 ແລະ 14. ເພາະວ່າ ພາ 4 ຂຸມທີ່ 18 ນັ້ນທ່ານຈະຕ້ອງໄດ້ຫຼິ້ນຢູ່ເທິງເນີນຊັນ 35 ອົງສາ ແລະ ມີໄລຍະໄກກວ່າ 375 ຫຼາ. ໂດຍທົ່ວໄປ, ພື້ນທີ່ກຮີນຂອງເຮົາມີແຕ່ຂະໜາດນ້ອຍຫາຂະໜາດກາງ ເຊິ່ງມີລະດັບແຕກຕ່າງກັນ ຍົກເວັ້ນຂຸມທີ່ 18 ຂຸມດຽວທີ່ເປັນທາງຄື້ນ ລແະ ອຽງໜ້ອຍໜຶ່ງ.

ຫຼວງພະບາງຈະພາທ່ານເດີນທາງໄປ “ໄປສະຖານທີ່ທີ່ສວຍງາມ ແລະ ເກົ່າແກ່ທີ່ສຸດ”. ບໍ່ມີທາງແຟເວຂະໜານກັນດັ່ງນັ້ນທ່າຈະເພີດເພີນໄປກັບຄວາມຮູ້ສຶກຂອງການໄດ້ໄປໃສຈັກແຫ່ງໃນຂະນະທີ່ທ່ານຫຼິ້ນໄກອອກຈາກເສັ້ນທີ່ມີແມ່ນ້ຳ. ດ້ານຫຼັງຂອງທ່ານນັ້ນຈະເປັນທິວທັດທີ່ໜ້າອັດສະຈັນຂອງແມ່ນ້ຳຂອງໃນໄລຍະ 190 ຫຼາສຸດທ້າຍທີ່ຂຸມທີ່ 17 ແລະ 18.