ສະຖານທີ່ນີ້ເປັນຕະຫຼາດຫັດຖະກຳທີ່ໃຫຍ່ທີ່ສຸດໃນລາວ ແລະ ນັກທ່ອງທ່ຽວຈຳນວນຫຼາຍຕ່າງກໍ່ມາທີ່ຫຼວງພະບາງເພື່ອມາຊອກຊື້ເຄື່ອງຢູ່ຕະຫຼາດແຫ່ງນີ້. ຕະຫຼາດແຫ່ງນີ້ຕັ້ງຢູ່ເສັ້ນທາງຫຼັກຂອງເມືອງ. ສິ່ງທີ່ທ່ານຈະໄດ້ເຫັນຫຼາຍແມ່ນແພໄໝລາວ, ເຄື່ອງຫັດຖະກຳມົ້ງ, ເສື້ອທີ່ລະນຶກ, ກະເປົາ, ຄັນຮົ່ມເຈ້ຍສາ, ໂຄມໄຟ, ເຄື່ອງທີ່ລະນຶກທີ່ເປັນແມ່ເຫຼັກ, ເຄື່ອງນຸ່ງທີ່ມີລາຍຊ້າງ. ຖ້າຫາກຢາກສະໜັບສະໜູນອຸດສາຫະກຳຫັດຖະກຳທ້ອງຖິ່ນໃຫ້ຊອກຫາສັນຍາລັກ “Made In Luang Prabang”. ທ່ານສາມາດເຫັນຄວາມແຕກຕ່າງຂອງຄຸນນະພາບລະຫວ່າງສິນຄ້າເຫຼົ່ານີ້ກັບສິນຄ້າລາຄາຖືກທີ່ນຳເຂົ້າຈາກປະເທດເພື່ອນບ້ານ. ນອກຈາກນີ້ຍັງມີອາຫານແຊບໆໃຫ້ກິນ ແລະ ດື່ມຢູ່ອ້ອມແອ້ມຕະຫຼາດລວມເຖິງຂະໜົມຄົກ, ປັ່ນໝາກໄມ້ສົດ, ເຂົ້າຈີ່ ແລະ ເບຍ.

ເວລາເປີດ-ປິດ: 17:00ໂມງ - 22:00ໂມງ

ສະຖານທີ່: ຢູ່ຖະໜົນຫຼັກ ເລີ່ມຕົ້ນຈາກສູນຂໍ້ມູນຂ່າວສານການທ່ອງທ່ຽວໄປຫາຫໍພິພິທະພັນແຫ່ງຊາດຫຼວງພະບາງ.