ຖ້າຫານທ່ານຕ້ອງການຊອກຫາວັດຖຸດິບແບບລາວໆທີ່ສົດໃໝ່ທ່ານຕ້ອງໄປທີ່ຕະຫຼາດເຊົ້າແຫ່ງນີ້. ເພາະເປັນຕະຫຼາດທີ່ເປີດແຫ່ງທຳອິດໃນຕອນເຊົ້າ ແລະ ຊາວບ້ານແຖບນີ້ກໍ່ພາກັນມາຊື້ຜັກ, ປາ, ສະໝຸນໄພຕ່າງໆ, ໄຂ່, ຊີ້ນດ ໝາກໄມ້ ພ້ອມທັງສັດສາວາຕ່າງໆຫຼາຍຊະນິດ.  ຕະຫຼາດເຊົ້າເປັນຕະຫຼາດກາງແຈ້ງທີ່ມີພໍ່ຄ້າຊາວຂາຍສ່ວນໃຫຍ່ຈະຂາຍສິນຄ້າຂແງພວກເຂົາເອງໃຕ້ຄັນຮົ່ມໃຫຍ່. ນີ້ເປັນສະຖານທີ່ທີ່ເໝາະສົມກັບການຊື້ໄຄແຜ່ນ, ຊີ້ນຄວາຍແຫ້ງ, ກ້ວຍ ແລະ ເຫັດທອດ. ເຖິງແມ່ນວ່າທ່ານຈະບໍ່ຢາກຊື້ຫຍັງຕິດໄມ້ຕິດມືໄປກໍ່ຕາມ ແຕ່ມັນກໍ່ຄຸ້ມຄ່າທີ່ຈະໄປທ່ຽວຊົມເພື່ອຖ່າຍຮູບສິ່ງແປກໆ ແລະ ໜ້າອັດສະຈັນ.

ຕະຫຼາດເປີດແຕ່ 05:00ໂມງ - 11:00ໂມງ.

ສະຖານທີ່ຕັ້ງຢູ່: ທາງຫຼັງສູນຂໍ້ມູນຂ່າວສານການທ່ອງທ່ຽວ