ແມ່ນຫຍັງຄື ຜະລິດຕະພັນຈາກນົມຄວາຍລາວ ຫຼື ຟາມຄວາຍ?

ກິດຈະກຳເພື່ອສັງຄົມເລີ່ມຕົ້ນຈາກສອງຄອບຄົວທີ່ຕັດສິນໃຈວ່າຈະເຂົ້າສູ່ວິກິດຊ່ວງອາຍຸໄວກາງຄົນດ້ວຍ “ຈຸດປະສົງທີ່ມີຫຼາຍກວ່າລົດປໍເຊ້!” ຜະລິດຕະພັນນົມຄວາຍແຫ່ງທຳອິດ ແລະ ແຫ່ງດຽວໃນປະເທດລາວທີ່ຜະລິດຊີສ ແລະ ອື່ນໆ. ລວມທັງມອສເຊລາຊີສ (mozzarella), ບລູຊີສ (blue cheese), ເຟຕາ (feta) ແລະ ກະແລ້ມ. ເຮົາຂໍມອບໂອກາດພິເສດນີ້ໃຫ້ຜູ້ທີ່ມາທ່ຽວຫຼວງພະບາງໄດ້ລອງຊິມຊີສທີ່ແຊບເຫຼົ່ານີ້ ແລະ ສຳຜັດຄວາຍ ແລະ ສັດອື່ນໆໃນຟາມແບບໃກ້ຊິດ. ນັກທ່ອງທ່ຽວທີ່ເຂົ້າໄປເບິ່ງຟາມນົມຄວາຍແມ່ນກໍາລັງຊ່ວຍສະໜັບສະໜູນການເຊົ່າຄວາຍໃຫ້ຊາວກະສິກອນໃນທ້ອງຖິ່ນໃຫ້ມີລາຍໄດ້ເພີ່ມຂຶ້ນ, ການໃຫ້ອາຫານ, ການເບິ່ງແຍງສັດ ແລະ ໂປຼແກຮມການປະສົມພັນເພື່ອປັບປຸງພັນທຸກຳຄວາຍໃນທ້ອງຖິ່ນ.

ນັກທ່ອງທ່ຽວຍັງໄດ້ຊ່ວຍກອງທຶນການເວີກຊ໊ອບກ່ຽວກັບການເບິ່ງແຍງສັດ, ວິທີການຜະລິດອາຫານສັດແບບກະເສດອິນຊີ ແລະ ວິທີການຮີດນົມຄວາຍໃຫ້ຊາວກະສິກອນໃນທ້ອງຖິ່ນອີກດ້ວຍ, ເພື່ອໃຫ້ພວກເຂົາສາມາດປັບປຸງໂພສະນາການຂອງເດັກນ້ອຍໃນໝູ່ບ້ານ.

ການຜະລິດຊີສໄດ້ເອງແບບຍືນຍົງ: ອຸດສາຫະກຳໃໝ່ໃນປະເທດລາວ

ອົງກອນຂອງພວກເຮົາມີໂຮງງານຜະລິດນົມ ແລະ ຜະລິດຕະພັນຈາກນົມເຊັ່ນ: ໂຢເກີດຊີສ ແລະ ກະແລ້ມສຳລັບລູກຄ້າພາຍໃນ ແລະ ຕ່າງປະເທດ.

ພາບລວມຂອງທຸລະກິດ

ໂດຍການຮ່ວມມືກັບປະຊາຊົນຈາກບັນດາບ້ານໃນ ແລະ ອ້ອມຕົວເມືອງຫຼວງພະບາງດ້ວຍການເຊົ່າຄວາຍຂອງພວກເຂົາ, ເຊິ່ງເຮັດໃຫ້ຄອບຄົວມີລາຍໄດ້ເປັນປົກກະຕິຈາກແຫຼ່ງຊັບພະຍາກອນທີ່ບໍ່ມີປະສິດຕິພາບ, ຄືຄວາຍເພດແມ່ ແລະ ຄວາຍເພດຜູ້ຈະຖືກຂາຍເພື່ອເອົາຊີ້ນເຂົ້າຕະຫຼາດ. ພວກເຮົາໄດ້ສ້າງສະຖານທີ່ສຳລັບຮີດນົມຄວາຍຂອງພວກເຂົາ ແລະ ເຮັດໃຫ້ພວກມັນມີອາຫານທີ່ດີ, ມີສຸຂະພາບດີ ແລະ ປອດໄພ.

ດ້ວຍການໃຊ້ແພັດຟອມ IndieGoGo ເຮົາກຳລັງເປີດຕົວປຸກລະດົມທຶນໂດຍໄດ້ຕັ້ງເປົ້າໝາຍ 30,000ໂດລາສະຫະລັດ ເພື່ອເປັນຄ່າໃຊ້ຈ່າຍໃນການຊື້ຄວາຍແມ່ທີ່ກຳລັງຖືພາຈຳນວນ 20 ຕົວໃຫ້ກັບຊາວກະສິກອນຜູ້ທີ່ມີທຶນໜ້ອຍບໍ່ສາມາດຊື້ຄວາຍເປັນຂອງຕົວເອງໄດ້. ໂດຍພວກເຮົາຈະໄດ້ມອບຄວາຍແມ່ 20 ໂຕ ໃຫ້ແກ່ຊາວກະສິກອນທີ່ຕ້ອງການຄວາມຊ່ວຍເຫຼືອ. ຊາວກະສິກອນທີ່ໄດ້ຮັບການເຝິກອົບຮົມ ແລະ ເງິນສົດ $500 ເພື່ອເປັນຄ່າອາຫານ ແລະ ຄ່າໃຊ້ຈ່າຍອື່ນໆໃນການຫາລ້ຽງຄວາຍ. ໃນຕໍ່ໜ້ລູກຄວາຍຈະກາຍເປັນຄວາຍໃຫຍ່ ແລະ ຄວາຍໃຫຍ່ຈະມີລູກຄວາຍ ແລະ ວົງຈອນຂອງໂອກາດກໍ່ຈະເລີ່ມຕົ້ນຂື້ນ. ພວກເຮົາຍັງຈະລ້ຽງຄວາຍເຫຼົ່ານີ້ກັບຄວາຍອິນເດຍ Murrah ເຊິ່ງຈະຊ່ວຍປັບປຸງຜົນຜະລິດນົມໃນລຸ້ນຕໍ່ໆໄປ, ດພີ່ມໂອກາດໃນການຢູ່ລອດຂອງຄວາຍພັນທີ່ດີກວ່າ, ເຊິ່ງມັນເຮັດໃຫ້ຊາວກະສິກອນ ແລະ ຊ່ວຍໃຫ້ຊາວກະສິກອນສ້າງລາຍໄດ້ສູງຈາກຄວາຍໂຕໃຫຍ່ ແລະ ມີຜົນຜະລິດຫຼາຍຂື້ນ. ໂຄງການປັບປຸງພັນທຸກຳນີ້ແມ່ນ ກຳລັງດຳເນີນໂດຍສົມທົບກັບສະຖາບັນກະສິກຳລາວ.

ຝູງຄວາຍສ່ວນທີ່ເຫຼືອປະມານ 200 ໂຕຈະຖືກເຊົ່າຈາກຫຼາຍໆບ້ານ, ຮີດນົມປະຈຳວັນໃນໄລຍະເວລາປະມານ 6 ເດືອນໃນແຕ່ລະຄັ້ງ, ຫຼັງຈາກນັ້ນກໍ່ສົ່ງຄືນບ້ານຈົນກວ່າຄວາຍຈະພ້ອມທີ່ຈະມີລູກອີກ ແລະ ຂະບວນການກໍ່ຈະເລີ່ມຕົ້ນໃໝ່. ໃນຊ່ວງເວລານີ້, ພວກເຮົາຈະເບິ່ງແຍງ, ລ້ຽງ, ແລະ ສັກວັກຊີນໃຫ້ແກ່ຄວາຍ ແລະ ລູກຄວາຍ. ຊາວບ້ານຈະຍົງຄົງສິດຄວາມເປັນເຈົ້າຂອງສັດຂອງເຂົາເຈົ້າ.

ໃນສ່ວນຂອງຂະບວນການການຮີດນົມຄວາຍໃນທຸກໆມື້ນັ້ນ ໄດ້ເຮັດໃຫ້ເຮົາສ້າງບຸກຄະລາກອນທີ່ເຮັດວຽກເຕັມເວລາໄດ້ 30 ຕຳແໜ່ງ. ເຊິ່ງພວກເຮົາກໍ່ໄດ້ສະເໜີໃຫ້ຊາວກະສິກອນທ້ອງຖິ່ນທີ່ມາເຮັດວຽກຮ່ວມກັບເຮົາຕັ້ງແຕ່ເລີ່ມຕົ້ນ.

ສະຖານທີ່ຜະລິດຊີສຂອງພວກເຮົາໄດ້ຜະລິດ mozzarella ໃນເດືອນເມສາ 2017, ໄດ້ສ້າງບຸກຄະລາກອນທີ່ເຮັດວຽກເຕັມເວລາຈຳນວນ 5 ຕຳແໜ່ງ ແລະ ຕິດຕັ້ງເຄື່ອງຂ້າເຊື້ອໃນສາງເກັບນົມທີ່ໄດ້ຈາກການຮີດນົມຄວາຍທຸກ

ສະຖານທີ່ຜະລິດເນີຍແຂງຂອງພວກເຮົາໄດ້ຜະລິດ mozzarella ໃນເດືອນເມສາ 2017, ໄດ້ສ້າງຕຳແໜ່ ເຕັມເວລາ ຈຳນວນ 5 ຕຳແໜ່ງ ແລະ ມີຄວາມສາມາດໃນການຂ້າເຊື້ອໃນນົມ, ເກັບຮັກສານົມທີ່ໄດ້ມາຈາກຄວາຍໃນແຕ່ລະວັນ.ພວກເຮົາຜະລິດ, ບັນຈຸພັນ ແລະ ເກັບມ້ຽນສິນຄ້າຈົນກວ່າຈະຂົນສົ່ງ. ລະດັບຜະລິດຕະພັນປະຈຸບັນປະກອບມີ ນົມສົ້ມ, mozzarella, ricotta, ກະແລມ ແລະ cheesecake. ສຳລັບລາຍຊື່ເຕັມກົດທີ່ນີ້.

ໃນສ່ວນຂອງຊ່ອງທາງການຈັດຈຳໜ່າຍນັ້ນ, ພວກເຮົາຈະຈັດສົ່ງໄປທີ່ຮ້ານອາຫານ, ໂຮງແຮມໃນທ້ອງຖິ່ນ ແລະ ຫ້າງສັບພະສິນຄ້າໃນແຂວງຫລວງພະບາງຕະຫຼອດຈົນທົ່ວປະເທດລາວ. ເມື່ອມມີການຜະລິດເພີ່ມຂຶ້ນ, ພວກເຮົາຈະສົ່ງອອກໄປທີ່ຕະຫຼາດຈີນ ແລະ ອາຊ້ຽນອີກດ້ວຍ.

ຜະລິດຕະພັນຂອງພວກເຮົາຍັງໄດ້ວາງຂາຍໜ້າຮ້ານໃຫ້ກັບປະຊາຊົນ ແລະ ກຸ່ມນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວໂຮງງານຜະລິດ ແລະ ຟາມຂະໜາດນ້ອຍ, ສູນເຝິກອົບຮົບ ແລະ ຄ່າເຟຂອງພວກເຮົາພ້ອມໃຫ້ບໍລິການສຳລັບນັກທ່ອງທ່ຽວທີ່ມາທ່ຽວຊົມຟາມຂອງເຮົາ.

ທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມແບບນີ້ຂອງເຮົາໄດ້ຮັບເງິນທຶນຈາກເຈົ້າຂອງກິດຈະການ ແລະ ບໍລິຫານໂດຍນັກລົງທຶນຕ່າງປະເທດ ແລະ ຄົນລາວ 2 ຄົນ. ພວກເຮົາເຮັດວຽກກັບຊາວບ້ານທ້ອງຖິ່ນແຖວນັ້ນ ແລະ ແບ່ງປັນຜົນປະໂຫຍດດັ່ງຕໍ່ໄປນີ້:

  1. ຊາວກະສິກຳທ້ອງຖິ່ນໄດ້ຮັບແຫຼ່ງລາຍໄດ້ໃໝ່ດ້ວຍການໃຫ້ເຊົ່າຄວາຍຂອງພວກເຂົາເພື່ອໃຫ້ເຮົາຮີດນົມ, ລວມປະມານ 45,000 ໂດລາສະຫະລັດຕໍ່ປີ.
  2.  ປັບປຸງເບິ່ງແຍງຄວາຍ ແລະ ລູກຄວາຍຂອງພວກເຂົາດ້ວຍໂປຼແກມການປັບແຕ່ງພັນທຸກຳເພື່ອປັບປຸງອັດຕາການຢູ່ລອດຂອງລູກຄວາຍ.
  3. ລາຍໄດ້ຂອງການເຊົ່າດິນຂອງຊາວບ້ານແມ່ນໃຊ້ເພື່ອການຜະລິດນົມ ແລະ ຜະລິດຕະພັນອື່ນໆ.
  4. ລາຍໄດ້ ແລະ ທັກສະໃໝ່ສຳລັບສະມາຊິກໃນຊຸມຊົນຜູ້ທີ່ຈະໄດ້ຮັບການຈ້າງເຂົ້າເຮັດວຽກໃນດ້ານຜະລິດຕະພັນນົມ, ການຜະລິດ ແລະ ການບໍລະຫານ.
  5. ການສຳມະນາທີ່ດຳເນີນຢູ່ທີ່ຟາມເພື່ອສອນວຽກຕົວຈິງເພີ່ມຕື່ມໃຫ້ແກ່ຄູອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລພາກເໜືອ.
  6. ການເຝິກງານໃນໂຮງງານຜະລິດແມ່ຍິງທ້ອງຖິ່ນເພື່ອໃຫ້ມີທັກສະ ແລະ ປະສົບການໃນການເຮັດວຽກເພື່ອໃຫ້ພວກເຂົາເຂົ້າເຖິງຕະຫຼາດວຽກເຮັດງານທຳການທ່ອງທ່ຽວ.
  7. ຮ່ວມກັບມະຫາວິທະຍາໄລສຸພານຸວົງໃນການລິເລີ່ມປ່ຽນຂີ້ເຫຍື້ອໃຫ້ເປັນ Bio-Gas ແລະ ເຝິກອົບຮົມໃຫ້ຊາວກະຊິກອນໃນທ້ອງຖິ່ນກ່ຽວກັບວິທີການໃຊ້ສິ່ງນີ້ໄດ້ໃນບ້ານຂອງພວກເຂົາເອງ.

ທີ່ຢູ່ຫ້ອງການ:

ບ້ານ ເມືອງຂາຍ, ນະຄອນຫຼວງພະບາງ, ປະເທດລາວ